ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1
ພິທີມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວໄລຍະທີ 1) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວວ່າ: ໂຄງການຄຸ້ມຄອງພົນລະເມືອງ ລະບົບບັດປະຈຳຕົວໄລ ຍະທີ 1 ໄດ້ນຳໃຊ້ງົບປະມານເງິນກູ້ຈາກລັດຖະບານຮົງກາລີ ຈຳນວນ 25 ລ້ານໂດລາ ມາພັດທະນາຍົກລະດັບການຄຸ້ມຄອງວຽກງານສຳມະໂນຄົວ ແລະ ບັດປະຈຳຕົວຢູ່ ສປປ ລາວ ໃຫ້ມີຄວາມກ້າວໜ້າທັນສະໄໝ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ກະຊວງ ປກສ ໄດ້ມອບໝາຍໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເປັນຫົວໜ່ວຍຈັດຕັ້ງປະຕິບັດໂຄງການ ໂດຍຮ່ວມກັບບໍລິສັດ ພອນຊີສເຕັມ ໄດ້ແບ່ງເປັນ 10 ໄລຍະ ໃນການຈັດຕັ້ງປະຕິບັດຄື: ໄລຍະກະກຽມ; ໄລຍະສຳຫຼວດບັນດາຄວາມຮຽກຮ້ອງຕ້ອງການຂອງໂຄງການ; ໄລຍະວິ ເຄາະກົດໝາຍ, ອອກແບບລະບົບ ແລະ ຊັອຟແວ; ໄລຍະປັບປຸງບູລະນະພື້ນຖານໂຄງລ່າງ ແລະ ນຳເຂົ້າສູນຂໍ້ມູນ; ໄລຍະພັດທະນາຊັອຟແວ; ໄລຍະກໍ່ສ້າງ ແລະ ປັບປຸງບູລະນະຫ້ອງການໃນຂອບເຂດທົ່ວປະເທດ; ໄລຍະນຳເຂົ້າເຄື່ອງພິມບັດປະຈຳຕົວ ແລະ ພາຫະນະຮັບໃຊ້ເກັບກຳຂໍ້ມູນພົນລະເມືອງ; ໄລຍະນຳເຂົ້າບັນດາຊຸດອຸປະກອນເກັບກຳຂໍ້ມູນສຳລັບທົ່ວປະເທດ; ໄລຍະຝຶກອົບຮົມບຸກຄະລາກອນຜູ້ຮັບຜິດຊອບວຽກງານໃນຂອບເຂດທົ່ວປະເທດ; ໄລຍະການປິດ ແລະ ຮັບປະກັນໂຄງການ.

ໂຄງການດັ່ງກ່າວ, ນອກຈາກເປັນການພັດທະນາລະບົບຄຸ້ມຄອງພົນລະເມືອງລາວໃຫ້ມີຄວາມທັນສະໄໝ, ເກັບກຳຂໍ້ມູນຂອງພົນລະເມືອງໄດ້ທົ່ວປະເທດຢ່າງເປັນລະບົບແລ້ວ, ຖານຂໍ້ມູນກໍມີຄວາມປອດໄພ ຮັບປະກັນໃຫ້ແກ່ວຽກງານການເກັບກໍາຂໍ້ມູນຍາວນານ ແລະ ລະບົບຊັອຟແວຮອບດ້ານເຊັ່ນ: ຊັອຟແວສໍາມະໂນຄົວ, ບັດປະຈໍາຕົວ ແລະ ອາຊີບ-ພາຫະນະພິເສດຊຶ່ງຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດຄຸ້ມຄອງບັນດາໜ້າວຽກງານວິຊາສະເພາະໄດ້ຢ່າງມີປະສິດທິພາບ. ນອກນີ້, ການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ຍັງມີລັກສະນະຮອງຮັບການເຊື່ອມໂຍງເຊື່ອມຕໍ່ກັບພາກສ່ວນຕ່າງໆ ສາມາດນໍາໄປພັດທະນາຕໍ່ຍອດໃຫ້ລະບົບມີຄວາມກ້າວໜ້າຂຶ້ນຕື່ມໃນອະນາຄົດ.

ໃນພິທີ, ກຸ່ມບໍລິສັດ ພອນຊິສເຕັມ ຍັງໄດ້ມອບລາງວັນໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວໄລຍະທີ 1) ເປັນກຽດມອບໂດຍທ່ານ ລາສໂລ ໂກວາສ ແລະ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໃຫ້ກຽດມອບໃບຍ້ອງຍໍ, ຊົມເຊີຍໃຫ້ບຸກຄົນ, ກົມກອງຕື່ມອີກ.

ຂ່າວ: ແກ້ວ ອຸເພັດ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ​ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ອີຣານ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ອີຣານ

ໃນວັນທີ 10 ສິງຫາ ຜ່ານມາ ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ໃນວັນທີ 12 ສິງຫານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ (KOTRA Vientiane) ຮ່ວມກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳເມືອງ ຊອງນຳ ແລະ ອົງການສົ່ງເສີມອຸດສາຫະກຳ ເມືອງຊອງນຳ. ໂດຍມີຂອງທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ຊຶ່ງມີແຂກຖືກເຊີນຈາກ ສ ເກົາຫຼີ ແລະ ລາວ ເຂົ້າຮ່ວມ ງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ເປັນຂີດຫມາຍສຳຄັນໃນ ການສົ່ງເສີມ ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ລາວ ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.
ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວກວາງຊີ ສປ ຈີນ ນຳໂດຍ ທ່ານ ຈີນຄາຍເລີ້ ຫົວໜ້າຝ່າຍຈັດການວາງແຜນຂ່າວ ສຳນັກງານເຂດປົກຄອງຕົນເອງ ກວາງຊີ ສປ ຈີນ ມາຢ້ຽມຢາມ ໜັງສືພິມປະຊາຊົນ ເມື່ອວັນທີ 11 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກ ສປປ ລາວ ໃນລະຫວ່າງວັນທີ 7-11 ສິງຫານີ້.
ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນຂຶ້ນໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ປະເທດຕີມໍເລັດສະເຕ (ເຂົ້າຮ່ວມສັງເກດການ), ມີບໍລິສັດລົງທຶນດ້ານບໍ່ແຮ່ຂອງ ສປປ ລາວ ເຊັ່ນ: ບໍລິສັດ ລ້ານຊ້າງມິເນໂຣ ລິມິເຕັດ, ບໍລິສັດ ພູເບ້ຍມາຍນິງ ຈໍາກັດ, ຄະນະວິທະຍາສາດສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດລາວ), ອົງການຈັດຕັ້ງສາກົນເປັນຕົ້ນ: CCOP, UNESCAP, USAID, KOMIR, IGF, ESCAP, UK Mission to ASEAN, SEforALL. ປະມານ 100 ກວ່າທ່ານ ເຂົ້າຮ່ວມ.
ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ຫວ່າງບໍ່ດົນມານີ້, ໂຄງການຊ່ວຍເຫຼືອ ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ຂອງ​ໂຄງການ​ສາຍສົ່ງ 500 ກິໂລວັດ (ກວ) ລາວ-ຈີນ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການຢູ່ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ; ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໜ່ວຍງານອອກແບບໂຄງການ ແລະ ບໍລິສັດກໍ່ສ້າງໂຄງການ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.
ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງມູນຄ່າ 1,500 ລ້ານເຢນ ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ສິງຫານີ້ ທີ່ລັດວິສາຫະກິດກໍ່ສ້າງທາງເລກ 8 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫ່ວາງ ວັນທີ 7-8 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ສິລິພອນ ສຸພັັັັັນທອງ ຮອງເຈົ້າແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ເພີ່ມເຕີມ