![]() |
ໂອກາດດັ່ງກ່າວ, ທ່ານ ຄຳສຸກ ແກ້ວວົງຊາຍ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ ໄດ້ໃຫ້ກຽດມອບເຮືອຈຳລອງ 1 ລຳ ແລະ ແຜ່ນແພພື້ນເມືອງລາວ 5 ຜືນ ໂດຍການມອບຂອງທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ. ສ່ວນຝ່າຍຟີລິບປິນ ແມ່ນທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງຟີລິບປິນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເປັນຜູ້ຕາງໜ້າຮັບ.
![]() |
ການມອບຜົນງານໃນຄັ້ງນີ້, ບໍ່ພຽງແຕ່ສະທ້ອນໃຫ້ເຫັນເອກະລັກດ້ານວັດທະນະທຳ ແລະ ພູມປັນຍາຫັດຖະກຳຂອງປະຊາຊົນລາວເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງນ້ຳໃຈໄມຕີ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ຟີລິບປິນ ພາຍໃຕ້ກອບການຮ່ວມມືອາຊຽນ ພ້ອມທັງເປັນການສະໜັບສະໜູນ ແລະ ປະກອບສ່ວນໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງຟີລິບປິນ ປະຈຳປີ 2026 ໃຫ້ປະສົບຜົນສຳເລັດ ພາຍໃຕ້ຫົວຂໍ້ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ”.
ຂ່າວ-ພາບ: ພະແນກຮ່ວມມືອາຊຽນ


ຄໍາເຫັນ