ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ
ພິທີມອບລາງວັນກິດຈະກໍາປະກວດຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ສູນວັດທະນະທໍາຈີນປະຈໍາສປປລາວໂດຍການເຂົ້າຮ່ວມຂອງ ທ່ານວຽງພອນສຸກຂະວົງຫົວໜ້າກົມມໍລະດົກແລະວິຈິດສິນກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ), ທ່ານວິລະວົງເລຂາເອກສະຖານທູດຈີນປະຈໍາສປປລາວ, ທ່ານຫຼົວເວີ້ນຈ້ຽນຫົວໜ້າສູນວັດທະນະທໍາຈີນປະຈໍາສປປລາວມີຄະນະກໍາມະການ, ຜູ້ໄດ້ຮັບລາງວັນແລະຜູ້ປົກຄອງ, ບັນດານັກສິລະປິນເຂົ້າຮ່ວມ.

 

ມອບລາງວນກດຈະກາຜນງານຮບແຕມ, ຮບຖາຍແລະວດໂອສນພາຍໃຕຫວຂສາຍຕາລາວ-ຈນແບງປນຄວາມສວຍງາມຮວມກນ - image 1
 

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 65 ປີແລະປີມິດຕະພາບລາວ-ຈີນ, ຈີນ-ລາວສອງຝ່າຍໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງຫຼາກຫຼາຍກິດຈະກໍາ. ໃນນັ້ນ, ກິດຈະກໍາປະກວດຜົນງານຮູບຖ່າຍ, ຮູບແຕ້ມແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນຊຶ່ງໄດ້ເປີດຮັບສະໝັກຜົນງານຕັ້ງແຕ່ວັນທີ 1 ມັງກອນ 2026, ກິດຈະກໍາດັ່ງກ່າວໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງແລະໄດ້ຮັບການມີສ່ວນຮ່ວມຢ່າງຕັ້ງໜ້າຈາກຫຼາຍຂະແໜງການຂອງລາວແລະຈີນຊຶ່ງໄດ້ຮັບຜົນງານເຂົ້າຮ່ວມທັງໝົດ 1,121 ຜົນງານ. ຜ່ານການຄັດເລືອກຂອງຜູ້ຊ່ຽວຊານລາວແລະຈີນ, ໄດ້ຄັດເລືອກເອົາ 15 ຜົນງານຈາກຜົນງານ 3 ປະເພດຄື: ປະເພດຮູບຖ່າຍ, ຮູບແຕ້ມ ແລະ ວີດີໂອສັ້ນໂດຍໄດ້ປະກາດຜົນງານຜູ້ທີ່ໄດ້ຮັບລາງວັນເມື່ອບໍ່ດົນມານີ້.

ມອບລາງວນກດຈະກາຜນງານຮບແຕມ, ຮບຖາຍແລະວດໂອສນພາຍໃຕຫວຂສາຍຕາລາວ-ຈນແບງປນຄວາມສວຍງາມຮວມກນ - image 2
 

ທ່ານຫຼົວເວີ້ນຈ້ຽນໄດ້ກ່າວວ່າ: ສໍາລັບຜົນງານທີ່ໄດ້ຮັບລາງວັນທີ່ນໍາມາສະແດງ, ບໍ່ພຽງແຕ່ເປັນຜົນສໍາເລັດທາງສິລະປະເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ແຫ່ງຄວາມຮູ້ສຶກ. ໂດຍຜ່ານເລນກ້ອງ ແລະ ພູ່ກັນ ແລະໄດ້ເຫັນພາບທີ່ມີຊີວິດຊີວາຂອງລົດໄຟທີ່ແລ່ນດ້ວຍຄວາມໄວສູງຕາມທາງລົດໄຟລາວ-ຈີນ, ການແລກປ່ຽນຄວາມຄິດທີ່ກົມກຽວກັນ, ໄດ້ເຫັນຜືນແຜ່ນດິນລາວທີ່ຈະເລີນຮຸ່ງເຮືອງ ແລະ ການພັດທະນາຢ່າງວ່ອງໄວຂອງຈີນ. ການຊື່ນຊົມຊຶ່ງກັນ ແລະ ກັນເຮັດໃຫ້ໝູ່ເພື່ອນຄົນລາວເຂົ້າໃຈເຖິງຄວາມງົດງາມຂອງຈີນ, ໃນຂະນະດຽວກັນ ກໍໄດ້ເຮັດໃຫ້ປະຊາຊົນຈີນໄດ້ສໍາຜັດເຖິງຄວາມສະຫງົບສຸກຂອງລາວ. ນີ້ແມ່ນການສະທ້ອນໄດ້ຢ່າງດີທີ່ສຸດຂອງແນວຄິດ ແຕ່ລະຄົນລ້ວນມີຄວາມງາມໃນແບບຂອງຕົນ, ຊື່ນຊົມຄວາມງາມຂອງຜູ້ອື່ນ, ຢູ່ຮ່ວມກັນຢ່າງກົມກຽວ ເພື່ອນໍາໄປສູ່ຄວາມສັນຕິຂອງໂລກ ກິດຈະກໍານີ້ໄດ້ຮັບການຕອບຮັບເປັນຢ່າງດີ ໂດຍມີຍອດເບິ່ງຫຼາຍກວ່າ 3,200,000 ຄັ້ງ, ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງການໄດ້ຮັບຄວາມນິຍົມຂອງກິດຈະກໍາເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງມິດຕະພາບອັນອົບອຸ່ນລະຫວ່າງລາວ-ຈີນ ຊຶ່ງຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ເຫັນວ່າ ກິດຈະກໍາຄັ້ງນີ້ມີຂອບເຂດການເຂົ້າເຖິງທີ່ກວ້າງຂວາງ, ຊ່ອງທາງການເຜີຍແຜ່ມີຄວາມຫຼາກຫຼາຍ, ເນື້ອໃນມີຄວາມເຂັ້ມຂຸ້ນຂຶ້ນໃນແຕ່ລະໄລຍະ ແລະ ຜູ້ຊົມໃຫ້ການມີສ່ວນຮ່ວມຢ່າງຄຶກຄື້ນ, ໂດຍສະເພາະ ໃນຖານະທີ່ເປັນປ່ອງຢ້ຽມແຫ່ງການແລກປ່ຽນວັດທະນະທໍາ ຍັງເປັນການສ້າງການຮັບຮູ້ຂອງແບຣນກິດຈະກໍາ ແລະ ເພີ່ມລະດັບຄວາມນິຍົມຂອງສູນວັດທະນະທໍາຈີນ ໃຫ້ສາມາດຂະຫຍາຍ, ເບັ່ງບານ ແລະ ເກີດດອກອອກຜົນໃນປະເທດລາວ.

ມອບລາງວນກດຈະກາຜນງານຮບແຕມ, ຮບຖາຍແລະວດໂອສນພາຍໃຕຫວຂສາຍຕາລາວ-ຈນແບງປນຄວາມສວຍງາມຮວມກນ - image 3
 

ສໍາລັບປະເພດຮູບຖ່າຍລາງວັນການສະແດງອອກຮ່ວມສະໄໝ ຊະນະເລີດ ໄດ້ແກ່ ທ້າວ ຫຼີ ຫ່ວນ; ລາງວັນສະແດງອອກດີເດັ່ນ ໄດ້ແກ່ ທ້າວ ນັດທະນົນ ຈັນທະກຸມມານ ແລະ ທ້າວ ເຊ້ຍໜິງຊິນ, ລາງວັນດີເດັ່ນ ທ້າວ ພູນຊັບ ເທບວົງສາ ແລະ ທ້າວ ສົມຫວັງ ນໍາລິນທາ; ປະເພດຮູບແຕ້ມ ລາງວັນຊະນະເລີດໄດ້ແກ່ ທ້າວ ຈິງຫລົງ ບຸນລຽງ, ລາງວັນສະແດງອອກດີເດັ່ນ ໄດ້ແກ່ ທ້າວ ເມກ ສາຍລົມ ແລະ ທ້າວ ນົບພະລັດ ຈັນທະວົງ, ລາງວັນດີເດັ່ນ ໄດ້ແກ່ ທ້າວ ເມກ ສາຍລົມ ແລະ ທ້າວ ເຄືອຄໍາ ວົງປະທຸມ; ປະເພດວີດີໂອສັ້ນ ຊະນະເລີດໄດ້ແກ່ ທ້າວ ພຸດທະພອນ ສີລິວົງ, ລາງວັນສະແດງອອກດີເດັ່ນ ໄດ້ແກ່ ທ້າວ ກາວີ ພິມມະສອນ ແລະ ທ້າວ ອາລຸນ ວົງຄໍາ; ລາງວັນດີເດັ່ນ ໄດ້ແກ່ ທ້າວ ພົມພິທັກ ທອງພັນ ແລະ ນາງ ໄກ່ແກ້ວ ໄຊຍະສານ.

ມອບລາງວນກດຈະກາຜນງານຮບແຕມ, ຮບຖາຍແລະວດໂອສນພາຍໃຕຫວຂສາຍຕາລາວ-ຈນແບງປນຄວາມສວຍງາມຮວມກນ - image 4
 

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເພີ່ມເຕີມ