ມອບຜູ້ຖືກຫາຫຼິ້ນການພະນັນຕ້ອງຫ້າມ 100 ກວ່າຄົນໃຫ້ທາງການໄທ

ມອບຜູ້ຖືກຫາຫຼິ້ນການພະນັນຕ້ອງຫ້າມ 100 ກວ່າຄົນໃຫ້ທາງການໄທ

ມອບຜູ້ຖືກຫາຫຼິ້ນການພະນັນຕ້ອງຫ້າມ 100 ກວ່າຄົນໃຫ້ທາງການໄທ
ໃນວັນທີ 27 ພຶດສະພານີ້, ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາຈໍານວນ 106 ຄົນ ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດແຫ່ງຣາຊະອານາຈັກໄທ ຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ເພື່ອນໍາຕົວພວກກ່ຽວໄປດໍາເນີນຄະດີຕາມລະບຽບກົດໝາຍ ໃນຂໍ້ຫາຫຼິ້ນການພະນັນທີ່ຕ້ອງຫ້າມ, ດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດວຽກທີ່ບໍ່ໄດ້ຮັບອະນຸຍາດ.
ມອບຜຖກຫາຫນການພະນນຕອງຫາມ 100 ກວາຄນໃຫທາງການໄທ - image 1
 

ໃຫ້ກຽດເຊັນມອບໂດຍທ່ານ ພັນໂທ ສຸກສາຄອນ ພົງວິຈິດ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ, ເຊັນຮັບໂດຍທ່ານ ພັນເອກ ຈະຕຸພອນ ເນວະມາດ ຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ຈັງຫວັດບຶງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ຊຶ່ງເປັນການປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ອີງຕາມບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ຄັ້ງທີ 6 ລົງວັນທີ 16 ກຸມພາ 2023.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ລາຍງານໃຫ້ຮູ້ວ່າ: ຜູ້ຖືກຫາສັນຊາດໄທຈຳນວນດັ່ງກ່າວ ຖືກກັກຕົວໄດ້ຈາກປະຕິບັດການກວາດລ້າງກຸ່ມແກັງກະທຳຜິດກົດໝາຍຢູ່ແຂວງບໍລິຄຳໄຊ. ຊຶ່ງເບື້ອງຕົ້ນ ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບແຫຼ່ງຂ່າວວ່າ ມີກຸ່ມແກັງທີ່ເປັນຄົນລາວ ແລະ ຄົນຕ່າງປະ ເທດໄດ້ນໍາເອົາອຸປະກອນມາຕິດຕັ້ງ ເພື່ອເຄື່ອນໄຫວກໍ່ການກະທໍາຜິດທາງໂທລະຄົມ ແລະ ການສື່ສານ ຫຼື ຄໍເຊັນເຕີ ແລະ ເປີດເວັບພະນັນອອນລາຍ; ເວລາ 9 ໂມງ 30 ນາທີ ຂອງວັນທີ 19 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນຈໍານວນ 4 ຈຸດຄື: ຫ້ອງການຫວຍພັດທະນາລາວ TF-LVE; ໂຮງແຮມແສງຮຸ່ງເຮືອງ; ໂຮງແຮມວົງເດືອນ ແລະ ເຮືອນພັກດາວນິນ.

ຜ່ານການກວດຄົ້ນຕົວຈິງຢູໂຮງແຮມວົງເດືອນ, ໂຮງແຮມແສງຮຸ່ງເຮືອງ ແມ່ນພົບເຫັນ ເປັນບ່ອນພັກເຊົາຂອງກຸ່ມແກັງດັ່ງກ່າວ, ສ່ວນອຸປະກອນປະກອບເຂົ້າໃນການກະທໍາຜິດ ແມ່ນພົບເຫັນຢູ່ບໍລິສັດຫວຍພັດທະນາລາວ TF-LVE ຕັ້ງຢູ່ບ້ານຫົງໄຊ ແລະ ເຮືອນພັກດາວນິນ ຕັ້ງຢູ່ບ້ານຊະນະໄຊ ແລະ ພົບເຫັນຜູ້ຖືກຫາທັງໝົດ 106 ຄົນ ຍິງ 51 ຄົນ; ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ກັກຕົວບຸກຄົນທີ່ພົວພັນທັງໝົດ ແລະ ຢືດອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດມີ: ຄອມພິວເຕີຕັ້ງໂຕະ 164 ເຄື່ອງ, ໂນດບຸກ 149 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ຫົວຄອມ 21 ໜ່ວຍ, ປິນເຕີ 3 ໜ່ວຍ ໄປດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ພວກຖືກຫາໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ກ່ອນພວກກ່ຽວຈະມາເຮັດວຽກຢູ່ບໍລິສັດຫວຍພັດທະນາລາວ TF-LVE ນີ້ ໄດ້ເຫັນໂຄສະນາທາງເຟສບຸກ ແລະ ໄດ້ຮັບການຊັກຊວນຈາກຄົນຮູ້ຈັກວ່າ ບໍລິສັດດັ່ງກ່າວ ຕັ້ງຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຕ້ອງການພະນັກງານຈໍານວນຫຼາຍ ໂດຍສະເພາະແມ່ນຕຳແໜ່ງແອັດ ໂດຍຈະໄດ້ຮັບຄ່າຈ້າງເງິນເດືອນສູງ ຈຶ່ງໄດ້ສະມັກມາເຮັດວຽກຜ່ານທາງເວັບໄຊ ແລ້ວໄດ້ເດີນທາງຈາກປະເທດໄທ ເຂົ້າມາປະເທດລາວ ໂດຍໃຊ້ພັດສະປອດ ເຂົ້າມາເຮັດວຽກຢູ່ບໍລິສັດດັ່ງກ່າວ; ໜ້າວຽກຕົວຈິງແມ່ນຕັດຄຣິບວິດີໂອ, ໂຄສະນາຊອກຫາລູກຄ້າ, ວຽກແອັດມິນ, ຕອບແຊັດລູກຄ້າ ແລະ ວຽກບໍລິການລູກຄ້າໜ້າເວັບເປັນຕົ້ນ ໂດຍໄດ້ຮັບເງິນເດືອນເບື້ອງຕົ້ນຈໍານວນ 5,000,000 ກີບ ຫາ 35,000 ບາດຕໍ່ເດືອນ ກໍານົດເວລາທົດລອງວຽກ ຖ້າຜ່ານໄລຍະ 3 ເດືອນ ແມ່ນຈະໄດ້ເປັນພະນັກງານຂອງບໍລິສັດ ແລະ ຈະໄດ້ຮັບເງິນເດືອນເພີ່ມຂຶ້ນ.

ມອບຜຖກຫາຫນການພະນນຕອງຫາມ 100 ກວາຄນໃຫທາງການໄທ - image 2
 

ຜ່ານການສືບສວນ-ສອບສວນກວດກາບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆ ຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຫັນວ່າ: ບໍລິສັດຫວຍພັດທະນາລາວ TF-LVE ແມ່ນໄດ້ຮັບອະນຸຍາດດໍາເນີນທຸລະກິດ ໂດຍຖືກຕ້ອງຕາມລະບຽບກົດໝາຍ, ແຕ່ຕາມຄໍາໃຫ້ການຜູ້ກະທໍາຜິດໄດ້ບອກວ່າ: ການບໍລິການຫວຍຂອງບໍລິສັດດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການຕິດຕັ້ງໂປຣແກມ ຍັງບໍ່ທັນສໍາເລັດ ແລະ ນໍາໃຊ້ເທື່ອ ແຕ່ໄດ້ເປີດບໍລິການເປັນທາງການ ເພື່ອເປັນສາກບັງໜ້າໃນການບໍລິການຫຼິ້ນການພະນັນອອນລາຍ ຊຶ່ງສະແດງອອກມີຄື: ເກມສະລອດ, ເກມບາຄະລາ, ລົງພະນັນບານທົ່ວໂລກ, ພະນັນຫວຍໄທ, ລາວ, ຫວຽດ ນາມ, ຮຸ້ນຈີນ, ຮຸ້ນມາເລເຊຍ ແລະ ອື່ນໆ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຄົນສັນຊາດໄທ ທີ່ໄດ້ເຄື່ອນໄຫວກະທຳຜິດໃນຄັ້ງນີ້, ພວກກ່ຽວແຕ່ລະຄົນໄດ້ຖືພາດສະປອດເຂົ້າມາລາວ ໃນນາມນັກທ່ອງທ່ຽວ ແຕ່ເຂົ້າມາແລ້ວ ພັດມາເປັນພະນັກງານຂອງບໍລິສັດຫວຍພັດທະນາລາວ TF-LVE ແລ້ວເຄື່ອນໄຫວຕົວຈິງ ບໍລິການຫຼິ້ນການພະນັນທາງອອນລາຍໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ພ້ອມທັງເປັນການກະທໍາຜິດກ່ຽວກັບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເປັນການກະທໍາຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ, ການຫຼິ້ນການພະນັນທີ່ຕ້ອງຫ້າມ ແລະ ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ. ພາບ-ຂ່າວ: ປກສ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ