ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍການຮ່ວມມືສອງຝ່າຍ

ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍການຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈິ່ນ ສີແທ່ງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ປະທານຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ນວ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 3 ຕຸລາ ຜ່ານມາ ໂດຍການຕ້ອນຮັບຈາກ ສະຫາຍ ເຢືອງ ດຶກ ຕ່ວນ ຮອງປະທານຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ, ສະຫາຍນາງ ລັດຕະນາ ສີຫາລາດ ທີ່ປຶກສາ ຮອງສໍານັກງານສະຖານທູດລາວ ປະຈໍາ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ.
ໃນວັນທີ 4 ຕຸລາ ນີ້ ຢູ່ສໍານັກງານຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ມີພິທີພົບປະສອງຝ່າຍເປັນທາງການລະຫວ່າງຄະນະຜູ້ແທນຂັ້ນສູງ ນວ ແລະ ຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຊຶ່ງຝ່າຍລາວນໍາໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ເຈິ່ນ ສີແທ່ງ ໂອກາດນີ້ສະຫາຍປະທານຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ຂອງສະຫາຍເຈົ້າຄອງ ນວ ພ້ອມຄະນະຄັ້ງນີ້ ຊຶ່ງເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະເພື່ອຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງ ນວ ແລະ ນະຄອນຫຼວງຮ່າໂນ້ຍ ໃຫ້ນັບມື້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຍິ່ງໆຂຶ້ນ.
ການພົບປະຄັ້ງນີ້ ສອງຝ່າຍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືສະພາບການທີ່ພົ້ນເດັ່ນຂອງຕົນໃຫ້ກັນຊາບ ພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງສອງນະຄອນໃນໄລຍະຜ່ານມາ ຊຶ່ງມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ ໂດຍສະເພາະຂົງເຂດການສຶກສາ ການຊ່ວຍເຫຼືອໂຄງການກໍ່ສ້າງອາຄານຂອງພະແນກຍຸຕິທໍາ ແລະ ອົງການໄອຍະການປະຊາຊົນ ນວ ການຮ່ວມມືຂອງພະແນກການກ່ຽວຂ້ອງສອງນະຄອນ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ລົງນາມຮ່ວມກັນ ເພື່ອສ້າງໂຄງການຮ່ວມມືລະອຽດ ໂດຍສະເພາະໂຄງການຮ່ວມມືຂອງອົງການຈັດຕັ້ງການເມືອງ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ມີການແລກປ່ຽນສະໜັບສະໜູນຊ່ວຍເຫຼືອກັນດ້ານການຝຶກອົບຮົມແລກປ່ຽນຂໍ້ມູນຂ່າວສານ ເຊັ່ນ: ສະຫະພັນກໍາມະບານ, ຄະນະບໍລິຫານງານຊາວໜຸ່ມ ປປລ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ສະຫະພັນແມ່ຍິງ ແລະ ໂຮງຮຽນການເມືອງ-ການປົກຄອງ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກສຶກສາທິການ ແລະ ກິລາ ແລະ ບັນດາເມືອງ ຄື: ເມືອງຈັນທະບູລີ ແລະ ເມືອງຮ່ວນກຽມ, ເມືອງສີສັດຕະນາກ ແລະ ເມືອງເຕີຍໂຮ ຄຽງຄູ່ກັບຜົນງານທີ່ຍາດມາໄດ້ ກໍຍັງມີຫຼາຍວຽກງານທີ່ບໍ່ທັນກ້າວເຂົ້າສູ່ການຜັນຂະຫຍາຍຕາມເນື້ອໃນບົດບັນທຶກການຮ່ວມມືທີ່ສອງນະຄອນຫຼວງໄດ້ລົງນາມກັນ ເຊັ່ນ: ວຽກງານຄຸ້ມຄອງລັດ ສ້າງລັດຖະບານເອເລັກໂຕຣນິກ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອົງການບໍລິຫານລັດ ໂດຍສະເພາະການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນວຽກງານແກ້ໄຂຂັ້ນຕອນການບໍລິຫານ, ການເພີ່ມທະວີການຮ່ວມມືໃນຂົງເຂດສະກັດກັ້ນບັນຫາຢາເສບຕິດ, ກະສິກຳ ແລະ ປ່າໄມ້, ໂຄງການກໍ່ສ້າງສູນການຄ້າ ແລະ ການທ່ອງທ່ຽວ, ການແລກປ່ຽນບົດຮຽນຂົງເຂດງົບປະມານແຫ່ງລັດ, ຈັດເກັບລາຍຮັບ ແລະ ປະຕິບັດນະໂຍບາຍປະຢັດ, ການເຄື່ອນໄຫວກິດຈະກໍາວັດທະນະທຳ, ສີລະປະ, ກິລາ, ການປົກປັກຮັກສາອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກວັດທະນະທຳ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ ການແບ່ງປັນບົດຮຽນວຽກງານຄຸ້ມຄອງ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ການພັດທະນາການທ່ອງທ່ຽວ ແລະ ການບໍລິການທີ່ກ່ຽວຂ້ອງ ລວມທັງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ ພັດທະນາເສດຖະກິດ-ສັງຄົມ ຊຶ່ງການຜັນຂະຫຍາຍເນື້ອໃນຕ່າງໆສິ່ງສໍາຄັນແມ່ນກົນໄກຂອງການຮ່ວມມືຂອງສອງນະຄອນ ເພື່ອເຮັດໃຫ້ພະແນກການກ່ຽວຂ້ອງໄດ້ມີການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຄວນມີກົນໄກເພີ່ມໃນການຕິດຕາມກວດກາ ແລະ ຊຸກຍູ້ ເພື່ອໃຫ້ການຮ່ວມມືໄດ້ຮັບການຈັດຕັ້ງຢ່າງມີປະສິດທິຜົນສູງ ນອກນີ້ສອງຝ່າຍຍັງໄດ້ສົນທະນາກ່ຽວກັບບັນຫາຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈນໍາກັບຕື່ມອີກຈໍານວນໜຶ່ງ.
ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍ ເຈິ່ນ ສີແທ່ງ ພ້ອມຄະນະໃນຄັ້ງນີ້ ພ້ອມທັງກ່າວວ່າ: ປັດຈຸບັນ ນວ ກຳລັງສຸມໃສ່ການຜັນຂະຫຍາຍໃນວາລະແຫ່ງຊາດ ກ່ຽວກັບບັນຫາແກ້ໄຂຢາເສບຕິດທີ່ເປັນໄພຂົມຂູ່ ແລະ ແຜ່ລະບາດໄປທົ່ວທຸກບ່ອນ, ບັນຫາການເມືອງ, ຊົນນະບົດເຂດຫ່າງໄກສອກຫຼີກ ແລະ ການແກ້ໄຂຄວາມຫຍຸ້ງຍາກສະພາບເສດຖະກິດ-ການເງິນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບຕໍ່ສະພາບການອ່ອນຄ່າຂອງເງິນກີບ ນອກນີ້ຍັງໄດ້ສຸມໃສ່ກະກຽມປັບປຸງໂຄງລ່າງພື້ນຖານ ເພື່ອເປັນປະທານ ແລະ ເຈົ້າພາບກອງປະຊຸມອາຊຽນ ປີ 2024, ກອງປະຊຸມບັນດານະຄອນຫຼວງອາຊຽນ ແລະ ນະຄອນອາຊີ. ພ້ອມນີ້ໃນເດືອນພະຈິກ 2023 ນ.ວ ຈະຈັດງານບຸນນະມັດສະການພະທາດຫຼວງ ພ້ອມເປີດປີທ່ອງທ່ຽວລາວ 2024 ຊຶ່ງຈະມີງານວາງສະແດງສິນຄ້າ ແລະ ກິດຈະກຳອື່ນໆ ຈຶ່ງຂໍເຊື້ອເຊີນສະຫາຍ ເຈິ່ນ ສີ ແທ່ງ ພ້ອມຄະນະ ກໍຄືບັນດາຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈ ໄປເຂົ້າຮ່ວມງານດັ່ງກ່າວດ້ວຍ.              
ຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວການຮ່ວມມື

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານປະທານ ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາ, ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ມຽນ​ມາ - ລາວນຳໂດຍທ່ານພົນ​ຈັດ​ຕະ​ວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນ​ມາ - ລາວພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບລາວ - ​ມຽນ​ມາຢູ່ສ​ປ​ປລາວແຕ່ວັນ​ທີ 16-20ພະ​ຈິກ 2025.
ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ເພີ່ມເຕີມ