ໜັງສືພິມກອງທັບປະຊາຊົນຫວຽດນາມ

ໜັງສືພິມກອງທັບປະຊາຊົນຫວຽດນາມ ຫັນເປັນສື່ທັນສະໄໝ

ໜັງສືພິມກອງທັບປະຊາຊົນຫວຽດນາມ ຫັນເປັນສື່ທັນສະໄໝ
ຄະນະຝຶກອົບຮົມສື່ມວນຊົນລາວ ເຄື່ອນໄຫວແລກປ່ຽນບົດຮຽນ ກັບໜັງສືພິມກອງທັບ ສສ ຫວຽດ ນາມ. ທ່ານ ນາງ ທິ ທູ ຮັ່ງ ຮອງຫົວໜ້າໜັງສືພິມ

 

 ແລະ ສື່ສານ ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ໄດ້ນໍາພາຄະນະຝຶກອົບຮົມສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ໜັງສືພິມກອງທັບ ປະຊາຊົນ ຫວຽດນາມ ກ່ຽວກັບຫົວຂໍ້; “ການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ຂອງໜັງສືພິມກອງທັບ ປະຊາຊົນ ຫວຽດນາມ” ໃນວັນທີ 29 ຕຸລາ 2024 ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການຕ້ອນຮັບຂອງທ່ານ ຫງວຽນ ຮົ່ງ ຫ້າຍ ຮອງບັນນາທິການໃຫຍ່ ໜັງສືພິມ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານສະພາບການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມກອງທັບ ປະຊາຊົນ ຫວຽດນາມ ຕະຫຼອດໄລຍະ 70 ປີຜ່ານມາ. ຊໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1950 ເປັນອົງການຂອງຄະນະພັກການທະຫານສູນກາງ ກະຊວງປ້ອງກັນປະເທດ, ເປັນກະບອກສຽງໃຫ້ກຳລັງປະກອບອາວຸດ ແລະ ປະຊາຊົນຫວຽດນາມ ຊຶ່ງເປັນໜຶ່ງໃນສື່ຫຼັກຂອງຫວຽດນາມ ທີ່ໄດ້ໂຄສະນາເຜີຍແຜ່ບັນດາເນື້ອໃນ, ສ່ອງແສງດ້ານຕ່າງໆຂອງຊີວິດສັງຄົມ, ການເຄື່ອນໄຫວວຽກງານການທະຫານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງທັນການ ພ້ອມທັງຕອບໂຕ້ຂ່າວບິດເບືອນ ບໍ່ມີມູນຄວາມຈິງຢ່າງເລິກເຊິ່ງ ແລະ ກວ້າງຂວາງ ດ້ວຍຫຼາຍຮູບແບບ ແລະ ຫຼາຍຮູບການ ເປັນຕົ້ນບັນດາສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ຄື: ໜັງສືພິມລາຍວັນ, ລາຍອາທິດ ແລະ ລາຍເດືອນ. ສຳລັບໜັງສືພິມເອເລັກໂຕຣນິກ ມີ 5 ພາສາເຊັ່ນ: ພາສາຫວຽດນາມ, ອັງກິດ, ຈີນ, ລາວ ແລະ ພາສາກຳປູເຈຍ.

ສະພາບປັດຈຸບັນ, ການພັດທະນາຢ່າງແຮງຂອງສື່ມວນຊົນ ໃນການຫັນເປັນທັນສະໄໝ ຕາມແຜນກຳນົດຂອງລັດຖະບານ, ໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ກໍໄດ້ຫັນຕາມຮູບການສື່ມວນຊົນຫຼາກຫຼາຍຮູບແບບ ແລະ ກຳນົດທິດທາງຫາງສຽງຂອງສັງຄົມ ໂດຍໄດ້ເປັນເຈົ້າການໃນການຫັນປ່ຽນເນື້ອໃນຜ່ານລະບົບດີຈີຕອນ, ສ້າງເວັບໄຊ, ສື່ສັງຄົມອອນລາຍຄື: ເຟສບຸກ, ຢູທູບ, ຊາໂລ, ຕິກຕອກ ຊຶ່ງສາມາດດຶງດູດຜູ້ອ່ານຜູ້ຊົມຕິດຕາມຫຼາຍລ້ານຄົນ ເຮັດໃຫ້ໜັງສືພິມເລັກໂຕຣນິກ ຂອງກອງທັບປະຊາຊົນຫວຽດນາມ ໄດ້ຕິດອັນດັບ 30 ໃນຈໍານວນ 1,558 ເວັບໄຊ ໜັງສືພິມເອເລັກໂຕຣນິກທັງໝົດ ໃນທົ່ວປະເທດ.

ໃນໄລຍະຜ່ານມາ, ໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍໄດ້ຕິດແທດກັບການເຄື່ອນໄຫວຂອງການນຳພັກ-ລັດ, ກົມໃຫຍ່ການເມືອງ, ກົມໃຫຍ່ເສນາທິການ ແລະ ບັນດາກົມກອງອ້ອມຂ້າງໃນທົ່ວກອງທັບ ຈັດຕັ້ງການໂຄສະນາເຜີຍແຜ່ ຢ່າງທັນການ, ພົ້ນເດັ່ນ ແລະ ມີຄຸນນະພາບສູງ ຖືກຕາມກຳນົດທິດ ແລະ ຈຸດປະສົງ, ເປົ້າໝາຍ ໃນບັນດາສື່ສິ່ງພິມ ຂອງກອງທັບປະຊາຊົນຫວຽດນາມ. ການໄຈ້ແຍກບັນຫາຂ່າວສະຖານະການ, ການເມືອງ, ຕ່າງປະເທດ, ພາຍໃນກຳລັງປະກອບອາວຸດ ແລະ ມີນັກຂ່າວຫຼາຍຄົນ ໄດ້ລົງເກັບກຳຂ່າວຢູ່ພື້ນທີ່ທຸລະກັນດານ, ບ່ອນພະຍາດແຜ່ລະບາດ, ໄພພິບັດທຳມະຊາດ, ພາຍຸ, ນ້ຳຖ້ວມ ພ້ອມກັບເພື່ອນຮ່ວມງານທີ່ປະຈຳຢູ່ທົ່ວທຸກບ່ອນ. ໄປຄຽງຄູ່ກັນນັ້ນ, ໜັງສືພິມກອງທັບປະຊາຊົນ ຫວຽດນາມ ໄດ້ຕັ້ງໜ້າຈັດຕັ້ງບັນດາກອງປະຊຸມ, ສຳມະນາ, ການໂອ້ລົມ, ສົນທະນາ ການແຂ່ງຂັນການຂຽນບົດ-ຂ່າວ ທີ່ມີລັກສະນະກຳນົດທິດຫາງສຽງສັງຄົມ ແລະ ອື່ນໆ ເນື່ອງໃນໂອກາດເຫດການໃຫຍ່ ແລະ ສຳຄັນຂອງປະເທດ ປະກອບສ່ວນຢັ້ງຢືນ, ຮັກສາ, ສ້າງຄວາມເຊື່ອໝັ້ນ ເຮັດໃຫ້ຮູບພາບການເຄື່ອນໄຫວຂອງກຳລັງທະຫານ ໃສແຈ້ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນໂອກາດນີ້, ທ່ານ ໂອລໍາ ຈັນທະວິໄລ ຕາງໜ້າໃຫ້ຄະນະຝຶກອົບຮົມສື່ມວນຊົນລາວ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຈາກຄະນະນໍາໜັງສືພິມກອງທັບປະຊາຊົນຫວຽດນາມ ໃນຄັ້ງນີ້, ພ້ອມທັງມີຄໍາເຫັນແລຫປ່ຽນກັບໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ແລະ ບັນດາອົງການສື່ມວນຊົນລາວ ສືບຕໍ່ເພີ່ມທະວີການຮ່ວມມືໃນການບໍາລຸງສ້າງ, ຝຶກອົບຮົມບັນດານັກຂ່າວ, ບັນນາທິການ, ແບ່ງປັນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນດ້ານວິຊາສະເພາະ ເພື່ອປະຕິບັດໜ້າທີ່ໂຄສະນາຂອງອົງການສື່ມວນຊົນສອງປະເທດ ໃຫ້ນັບມື້ດີຂຶ້ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະນົງແກ່ນໄປຊົ່ວກາລະນານ.

ໂດຍ: ຕຽງຄໍາ ສີປະເສີດ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ