ຍົກລະດັບວຽກຄຸ້ມຄອງສື່ມວນຊົນໄລຍະໃໝ່ ໃຫ້ພະນັກງານນຳພາສື່ມວນຊົນລາວ

ຍົກລະດັບວຽກຄຸ້ມຄອງສື່ມວນຊົນໄລຍະໃໝ່ ໃຫ້ພະນັກງານນຳພາສື່ມວນຊົນລາວ
ພິທີເປີດຊຸດອົບຮົມວຽກງານຄຸ້ມຄອງສື່ມວນຊົນໃນໄລຍະໃໝ່ ໃຫ້ພະນັກງານນຳພາ-ຄຸ້ມຄອງໃນຂົງເຂດສື່ມວນຊົນຂອງລາວ ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ສະຖາບັນໂຄສະນາ ແລະ ຂ່າວສານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີ ທ່ານ ມາຍດຶກນອກ ປະທານສະພາສະຖາບັນໂຄສະນາ ແລະ ຂ່າວສານ; ທ່ານ ຟ້າມມິງເຊີນ ຫົວໜ້າສະຖາບັນໂຄສະນາ ແລະ ຂ່າວສານ ສສ ຫວຽດນາມ; ຜູ້ຕາງໜ້າຈາກສະຖານທູດລາວ ປະຈຳ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ຊຸດອົບຮົມຄັ້ງນີ້, ສໍາມະນາກອນຈະໄດ້ຝຶກອົບຮົມໄລຍະ2 ເດືອນ ຊຶ່ງຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນ, ປະສົບການຫຼາຍດ້ານ ກັບຄູ-ອາຈານທີ່ມີປະສົບການ ຂອງ ສສ ຫວຽດນາມ, ເພື່ອເປັນການເພີ່ມທັກສະ, ຄວາມຮູ້, ຄວາມສາມາດ ໃຫ້ພະນັກງານນຳພາ- ຄຸ້ມຄອງວຽກງານສື່ມວນຊົນ ຂອງລາວ ໄດ້ນຳໄປໝູນໃຊ້ໃນວຽກງານຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນນັ້ນ ຈະໄດ້ແລກປ່ຽນບົດຮຽນກ່ຽວກັບ ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່; ການຫັນວຽກງານສື່ມວນຊົນເປັນດີຈີຕອນ; ບົດຮຽນການຄຸ້ມຄອງວຽກງານສື່ມວນຊົນຂອງ ສສ ຫວຽດນາມ; ບົດບາດຂອງສື່ມວນຊົນໃນການນຳພາຫາງສຽງສັງຄົມໃນໄລຍະໃໝ່ ແລະ ອື່ນໆ. ນອກຈາກນີ້ ຍັງຈະໄດ້ໄປທັດສະນະສຶກສາຢູ່ບັນດາອົງການສື່ສານມວນຊົນຂອງຫວຽດນາມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ໃນຊຸດອົບຮົມມີສຳມະນາກອນ ຈາກ ສປປ ລາວ ເຂົ້າຮ່ວມທັງໝົດ 15 ທ່ານ ທີ່ເປັນພະນັກງານນຳພາ-ຄຸ້ມຄອງວຽກງານສື່ມວນຊົນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
ໃນໂອກາດດັ່ງກ່າວ, ທ່ານ ຟ້າມມິງເຊີນ ໄດ້ຍົກໃຫ້ເຫັນວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນໂຄງການຮ່ວມມືຂອງສອງພັກ ສອງລັດຖະບານລາວ-ຫວຽດນາມ ທີ່ມີມາຫຼາຍປີ ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານນຳພາ-ຄຸ້ມຄອງຂອງລາວ, ໂດຍສະເພາະແມ່ນໃນຂົງເຂດສື່ມວນຊົນ ຊຶ່ງຜ່ານມາທັງສອງປະເທດໄດ້ມີການຮ່ວມມືກັນເປັນຢ່າງດີ ແລະ ມີປະສິດທິຜົນສູງພໍສົມຄວນ ອັນເປັນການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະແດງໃຫ້ເຫັນວ່າ ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ລາວ-ຫວຽດນາມ ຍາມໃດກໍຍັງໄດ້ຮັບການຖະນຸຖະໜອມໃຫ້ສວຍສົດງົດງາມຕະຫຼອດໄປ.
ພ້ອມດຽວກັນ ທ່ານ ໄພບູນ ພິລາທອງ ຫົວໜ້າພະແນກຄຸ້ມຄອງຜະລິດຕະພັນສື່ມວນຊົນ ຂອງກົມສື່ມວນຊົນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໃນນາມຫົວໜ້າຄະນະ ໄດ້ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນວຽກງານສຳຄັນດັ່ງກ່າວ ແລະ ຈະນຳເອົາບົດຮຽນອັນລໍ້າຄ່າຈາກຄູ-ອາຈານ ກໍຄືຜູ້ມີປະສົບການ ຂອງ ສສ ຫວຽດ ນາມ ທີ່ຖ່າຍທອດໃຫ້ໄປໝູນໃຊ້ໃນວຽກງານຕົວຈິງທີ່ຮັບຜິດຊອບຢ່າງມີຜົນສຳເລັດ ໂດຍສະເພາະແມ່ນວຽກງານການຄຸ້ມຄອງສື່ມວນຊົນໃນໄລຍະໃໝ່ ເພື່ອໃຫ້ສື່ມວນຊົນສາມາດປະຕິບັດໜ້າທີ່ເປັນກະບອກສຽງໃຫ້ແກ່ສັງຄົມໄດ້ຢ່າງມີຄຸນນະພາບຍິ່ງຂຶ້ນ.
ຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວການຮ່ວມມື

ຄະນະກໍາມະການຮ່ວມມືລາວ-ຫວຽດນາມ ປຶກສາຫາລືຊຸກຍູ້ບັນດາໜ້າວຽກຮ່ວມມື

ຄະນະກໍາມະການຮ່ວມມືລາວ-ຫວຽດນາມ ປຶກສາຫາລືຊຸກຍູ້ບັນດາໜ້າວຽກຮ່ວມມື

ກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມື ລະຫວ່າງສອງຄະນະກໍາມະການຮ່ວມມື, ສອງກະຊວງການເງິນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາຜ່ານມາ ທີ່ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ ກະຊວງການເງິນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມແລະ ສະຫາຍ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ຮອງປະທານຄະນະກໍາມະການຮ່ວມມືຫວຽດນາມ-ລາວ, ພ້ອມດ້ວຍບັນດາຄະນະກົມທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ ໄລຍະປີ 2026-2030 ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA) ແລະ ສະຖາບັນ ບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ຢ່າງເປັນທາງການໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມໂຮມແຮມເມືອງແທັງ.
ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດວນມິງຮວນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 4 ສິງຫານີ້ ທີ່ສະພາທິດສະດີສູນກາງພັກ.
ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາຜ່ານ​ມາ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ ສໍາລັບໄລຍະປີ 2026–2030 ເຊິ່ງຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ມີ​ພະ​ນັກ​ງານ​ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ ຈາກ ສ ເກົາຫຼີ, ຍີ່ປຸ່ນ ແລະ ລາວ ໄດ້​ໄປ​ທັດ​ສະ​ນະ​ສາ​ສາ ການປະຕິບັດວຽກຂອງອົງການ IFAD ຢູ່ແຂວງຫຼວງພະບາງ ໃນກິດຈະກຳ ຂໍ້ລິເລີ່ມ ສໍາລັບໄວໜຸ່ມລາວ ພາຍໃຕ້ຫົວຂໍ້: ສິ່ງທ້າທາຍໃນການນໍາໃຊ້ ICT ໃນຂະແໜງການກະສິກຳ.
ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ໃນວັນທີ 30 ກໍລະກົດ 2026 ຜ່ານມານີ້, ກອງຮ້ອຍທະຫານຊາຍເເດນ 541 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ກອງທັບປະຊາຊົນລາວ ແລະ ຄ້າຍທະຫານຊາຍແດນ 671 ທີ່ຂຶ້ນກັບກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນ 2 ຈຸດ ຄື: ຫຼັກໝາຍທີ 761-763, ຢູ່ທີ່ດ່ານເຣີລ໋ອງ ຄ້າຍທະຫານຊາຍແດນ 671 ກອງບັນຊາການທະຫານແຂວງກວາງຫງ໋າຍ.
ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ໃນວັນທີ 3 ສິງຫາ ນີ້ ທີ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13/8/1926-13/8/2026) ຊຶ່ງສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ.
ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 1-2 ສິງຫາຜ່ານມາ, ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດແຫ່ງ ສປປ ລາວ ນຳພາໂດຍສະຫາຍ ພັອ ອານຸສິນ ສັກປະເສີດ (ຫົວໜ້າຄະນະ) ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນກິລາກ໊ອບ ຕຳຫຼວດອາຊຽນເປີດກວ້າງປະຈຳປີ 2026 (ASEAN Police Open Golf Tournament 2026) ທີ່ສະໜາມ Nova World Phan Thiet Golf Club ແຂວງລາມດົງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ.
ເພີ່ມເຕີມ