ຍົກລະດັບວິຊາການໃຫ້ຄູ ຜ່ານລະບົບ CPD ສູ່ຄຸນນະພາບ

ຍົກລະດັບວິຊາການໃຫ້ຄູ ຜ່ານລະບົບ CPD ສູ່ຄຸນນະພາບ

ຍົກລະດັບວິຊາການໃຫ້ຄູ ຜ່ານລະບົບ CPD ສູ່ຄຸນນະພາບ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ ຈັດກອງປະຊຸມປະຈຳ 6 ເດືອນ ຮ່ວມກັບ ວິທະຍາໄລຄູ (ວຄ) ແລະ ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ໃນລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ກະຊວງ ສສກ, ມີທ່ານ ນາງ ເຮເບັກກ້າ ແມັກຮິວ ຫົວໜ້າທີມແຜນງານບີຄວາ ຕາງໜ້າສະຖານທູດອົສຕຣາລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍກລະດບວຊາການໃຫຄ ຜານລະບບ CPD ສຄນນະພາບ - image 1
 

 

ກອງປະຊຸມຄັ້ງນີ້, ໄດ້ເນັ້ນໜັກໃສ່ການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນລະດັບໂຮງຮຽນ ໂດຍຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ຈາກການດຳເນີນງານໃນໄລຍະຜ່ານມາ ພ້ອມກັບການວາງແຜນລະອຽດສຳລັບ 2 ປີເຄິ່ງຂ້າງໜ້າ ໃນການຂະຫຍາຍໄລຍະທີ 2 ຂອງແຜນງານ.

ທ່ານ ເພັດມະນີ ສີລັດມີນາ ໄດ້ກ່າວວ່າ: ລະບົບ CPD ທີ່ຖືກພັດທະນາ ໄດ້ສອດຄ່ອງກັບຄວາມຕ້ອງການຂອງຄູ ໂດຍເນັ້ນໃສ່ການມີສ່ວນຮ່ວມໃນທຸກລະດັບ ພາຍໃຕ້ການນຳພາຂອງກົມສ້າງຄູ ແລະ ການສະໜັບສະໜູນຈາກພາກສ່ວນຕ່າງໆ ລະບົບນີ້ໄດ້ຖືກນຳໃຊ້ໃນ 30 ເມືອງເປົ້າໝາຍ ໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູຢ່າງຕໍ່ເນື່ອງ.

ຍກລະດບວຊາການໃຫຄ ຜານລະບບ CPD ສຄນນະພາບ - image 2
 

ທ່ານ ນາງ ເຮເບັກກ້າ ແມັກຮິວ ກ່າວວ່າ: ການພັດທະນາຄູແບບຕໍ່ເນື່ອງ ແມ່ນກຸນແຈສຳຄັນໃນການແກ້ໄຂບັນຫາຂາດແຄນຄູ ແລະ ຍົກລະດັບທັກສະການສອນລະບົບ CPD ຊ່ວຍໃຫ້ຄູໃນເຂດຫ່າງໄກ ໄດ້ຮັບການນຳພາ ແລະ ຄຳແນະນຳຢ່າງສະໝໍ່າສະເໝີ.

ຜົນການດຳເນີນງານໄດ້ສະທ້ອນໃຫ້ເຫັນຢ່າງຊັດເຈນ ໂດຍໃນພາກຮຽນທຳອິດປີ 2025–2026 ໄດ້ມີການຈັດກິດຈະກຳ CPD ກວ່າ 33,609 ຄັ້ງ, ສະໜັບສະໜູນຄູປະຖົມ 6,930 ຄົນ ແລະ ມີການຕິດຕາມປະເມີນຜົນຫຼາຍພັນຄັ້ງ ຄູມີຄວາມໝັ້ນໃຈສູງຂຶ້ນ ແລະ ນັກຮຽນ ກໍມີສ່ວນຮ່ວມໃນການຮຽນຫຼາຍຂຶ້ນ ພ້ອມທັງພັດທະນາດ້ານສັງຄົມ ອາລົມດີຂຶ້ນ. ນອກນັ້ນ, ກອງປະຊຸມຍັງໄດ້ຫາລືເຖິງທິດທາງຂອງໄລຍະທີ 2 ໂດຍເນັ້ນໃສ່ການຄົ້ນຄວ້າ ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງໂອກາດໃຫ້ແມ່ຍິງ ພ້ອມທັງຮັບຮອງແຜນວຽກປີ 2026–2027 ແລະ ແຜນລະອຽດໄລຍະເດືອນເມສາ ຫາກັນຍາ 2026 ຊຶ່ງໃນຂັ້ນຕໍ່ໄປບັນດາ ວຄ ແລະ ສກຂ ຈະນຳໃຊ້ແຜນທີ່ໄດ້ຮັບຮອງ ເພື່ອຂະຫຍາຍການນຳໃຊ້ CPD ໃນໂຮງຮຽນໃຫ້ກວ້າງຂວາງຂຶ້ນ. ໃນຂະນະທີ່ ສສກ ແລະ ຄູ່ຮ່ວມພັດທະນາ ຈະສືບຕໍ່ປະສານງານ ເພື່ອສ້າງລະບົບທີ່ຍືນຍົງ ແລະ ຄອບຄຸມທົ່ວປະເທດ. ການຮ່ວມມືຄັ້ງນີ້, ສະທ້ອນໃຫ້ເຫັນເຖິງພະລັງການຮ່ວມແຮງຮ່ວມໃຈ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ ໃນການຍົກຄຸນນະພາບການສຶກສາ ແລະ ສ້າງອະນາຄົດທີ່ດີໃຫ້ເດັກນ້ອຍລາວ.

ຂ່າວ: ແຜນງານບີຄວາ

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄ້າລາວ-ຈີນ ຍຸກໃໝ່ ເພີ່ມທະວີການຮ່ວມມືຍຸດທະສາດ

ຍົກລະດັບການຄ້າລາວ-ຈີນ ຍຸກໃໝ່ ເພີ່ມທະວີການຮ່ວມມືຍຸດທະສາດ

ຫວ່າງມໍ່ໆມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະຜູ້ແທນຂອງ ສປປ ລາວ ໄດ້ມີການພົບປະສອງຝ່າຍ ກັບ ທ່ານ ຫວັງ ເວີນທາວ ລັດຖະມົນຕີກະຊວງການຄ້າ ສປ ຈີນ ທີ່ ນະຄອນ ຊູໂຈ ແຂວງຈຽງຊູ ສປ ຈີນ. ການພົບປະໃນຄັ້ງນີ້ ເປັນການພົບປະແບບທາງການຄັ້ງທຳອິດຂອງສອງລັດຖະມົນຕີ ເພື່ອປຶກສາຫາລືທິດທາງ ແລະ ແຜນ ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ.
ທ່ານ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນຊ່ຽວຊານ ສສ ຫວຽດນາມ

ທ່ານ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນຊ່ຽວຊານ ສສ ຫວຽດນາມ

ໃນວັນທີ 25 ພຶດສະພາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວຽນ ດິ່ງ ຮອກ ຮອງຫົວໜ້າກົມຮັບຜິດຊອບເຂດ 1 ຈາກຄະນະກຳມະການກວດກາສູນກາງພັກ ແລະ ຄະນະກຳມະການກວດກາລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-28 ພຶດສະພາ 2026.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບປະທານຄະນະຜູ້ແທນການພົວພັນກັບ ອາຊຽນ ຂອງລັດຖະສະພາ ເອີຣົບ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບປະທານຄະນະຜູ້ແທນການພົວພັນກັບ ອາຊຽນ ຂອງລັດຖະສະພາ ເອີຣົບ

ໃນວັນທີ 25 ພຶດສະພາຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານວາວເທີ ເບເກີ້ (Wouter BEKE) ປະທານຄະນະຜູ້ແທນການພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຂອງລັດຖະສະພາເອີຣົບ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສ ສະໂລວາກີ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສ ສະໂລວາກີ

ຫວ່າງບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ Peter Pellegrini ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ, ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ ປະເທດ ໂອຕຣິດ.
ຂີດໝາຍທາງການທູດຂອງຫວຽດນາມ ໃນຍຸກສະໄໝໃໝ່ ແຫ່ງການເຊື່ອມໂຍງອາຊຽນ

ຂີດໝາຍທາງການທູດຂອງຫວຽດນາມ ໃນຍຸກສະໄໝໃໝ່ ແຫ່ງການເຊື່ອມໂຍງອາຊຽນ

ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນ ຍັງສືບຕໍ່ປ່ຽນແປງຢ່າງວ່ອງໄວ, ການແຂ່ງຂັນ ທາງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ ມີພັດທະນາການຢ່າງສັບສົນ, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມປະສົມປະສານກັນ, ການຢ້ຽມຢາມຢ່າງເປັນທາງການ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ທີ່ປະເທດໄທ, ສິງກະໂປ, ຟີລິບປິນ ແລະ ການກ່າວປາໄສໃນເວທີສົນທະນາ Shangri-La ມີຄວາມໝາຍສຳຄັນເປັນພິເສດ.
ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ໃນວັນທີ 21 ພຶດສະພາຜ່ານມາ, ສະຫາຍ ແຫວນເພັດ ລັດດາວົງ ກຳມະການປະຈຳພັກແຂວງ ປະ ທານຄະນະປະຕິບັດງານພິເສດ ແຂວງສາລະວັນ ພ້ອມດ້ວຍຄະນະຮັບຜິດຊອບຂຸດຄົ້ນອັດທິ ໄດ້ນຳພາຄະນະເຂົ້າຮ່ວມພິທີຈັດສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຫງຽນ ທິ ແທັງ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີສະຫາຍ ຫງຽນ ວັນ ແມັນ ຄະນະກຳມະການພັກນະຄອນ ຮອງປະທານຄະນະກຳມະການປົກຄອງນະຄອນເຫວ້, ຫົວໜ້າຄະນະຊີ້ນຳ 515 ສສ ຫວຽດນາມ, ມີຜູ້ຕາງໜ້າບັນດາອົງການ, ກອງບັນຊາການ, ທະ ຫານແຂວງສາລະວັນ-ເຊກອງ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ກອງບັນຊາການທະຫານແຂວງສະຫວັນນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ ຝ່າຍລາວນໍາໂດຍສະຫາຍ ພົຈວ ພັນວິໄລ ລາດສະຍົນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ເຈືອງວຽດຫ້າຍ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ວິຊາການທັງ 3 ກອງບັນຊາການທະຫານແຂວງເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ  ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ໃນວັນທີ 21 ພຶດສະພາ ຜ່ານມາ ທີ່ ພະລາຊະວັງອາກາຊາກະ (AkasakaResident), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າເຝົ້າ ສົມເດັດ ອົງມົງກຸດລາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ, ໃນໂອກາດເດີນທາງຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມພິທີເປີດງານບຸນລາວ ປະຈໍາປີ 2026 ທີ່ ນະຄອນຫຼວງໂຕກຽວ, ຍີ່ປຸ່ນ.
ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ພິທີເປີດຝຶກອົບຮົມໂຄງການສ້າງພາວະການເປັນຜູ້ນຳ ດ້ານວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (WCLI) ໃຫ້ພະນັກງານອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້, ທີ່ໂຮງແຮມສຸພັດຕາ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມຈາກອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກບັນດາອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ອົງການອະນຸລັກສັດປ່າປະຈຳ ສປປ ລາວ ເຂົ້າຮ່ວມ.
ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ກົມຄວບຄຸມພະຍາດຕິດຕໍ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາກະຊວງສາທາລະນະສຸກ ຮ່ວມກັບຫ້ອງການປະສານງານຮ່ວມມືສອງຝ່າຍ ກະຊວງສາທາລະນະສຸກ (MOH-USCDC CoAg), ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ອາເມຣິກາ (USCDC) ແລະ ອົງການອະນາໄມໂລກ ປະຈຳ ສປປ ລາວ (WHO)
ເພີ່ມເຕີມ