![]() |
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ຜົນສຳເລັດການຮ່ວມມືໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ກໍຄືຂະແໜງ ຍທຂ ຊຶ່ງທັງສອງຝ່າຍເຫັນດີຜັນຂະຫຍາຍຜົນສຳເລັດຈາກການພົບປະຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ ເພື່ອສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍລາວ-ຈີນ ແລະ ຈີນ-ລາວ ທີ່ເປັນຄູ່ຮ່ວມຊາ ຕາກໍາ. ມາຮອດປັດຈຸບັນໄດ້ກາຍເປັນແບບຢ່າງທີ່ດີຂອງການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາດຽວກັນ, ການຮ່ວມມືລາວ-ຈີນ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກ້າວສູ່ຄຸນນະພາບໃໝ່ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ.
![]() |
ສປປ ລາວ ສະເໜີໃຫ້ ສປ ຈີນ ພິຈາລະນາເພື່ອແລກປ່ຽນບົດຮຽນ ແລະ ນໍາໃຊ້ຄວາມຮູ້, ເຕັກໂນໂລຊີທີ່ກ້າວໜ້າຂອງ ສປ ຈີນ ເພື່ອແກ້ໄຂສິ່ງທ້າທາຍຂອງບັນຫາການຄຸ້ມຄອງຕົວເມືອງ 4 ດ້ານດັ່ງນີ້: 1. ການກາຍເປັນຕົວເມືອງທີ່ສູງ; 2. ການບຸກລຸກພື້ນທີ່ທຳມະຊາດ; 3. ການປ່ຽນແປງດິນຟ້າອາກາດ; 4. ການພັດທະ ນາບຸກຄະລະກອນ. ສອງຝ່າຍເຫັນດີເປັນເອກະພາບມອບໃຫ້ກົມກ່ຽວຂ້ອງຄື: ກົມເຄຫາ ແລະ ຜັງເມືອງ ສປປ ລາວ ແລະ ກົມແຜນການ, ການເງິນ ແລະ ຮ່ວມມືຕ່າງປະເທດ ສປ ຈີນ ສ້າງກົນໄກ ປຶກສາຫາລືລະອຽດເພື່ອກ້າວໄປເຖິງການເຊັນ MOU ໂດຍໄວ.
ຂ່າວ: ວສລ
ຄໍາເຫັນ