ກອງປະຊຸມໃຫຍ່ຂອງ ສະຫະພັນສະຖາບັນກວດສອບສູງສຸດອາຊີ (ASOSAI)

ອກສລ ເຂົ້າຮ່ວມກອງປະຊຸມໃຫຍ່ອາໂຊຊາຍ ຄັ້ງທີ 16 ແລະ ກອງປະຊຸມສຳມະນາວິຊາການອາໂຊຊາຍ ຄັ້ງທີ 9

ອກສລ ເຂົ້າຮ່ວມກອງປະຊຸມໃຫຍ່ອາໂຊຊາຍ ຄັ້ງທີ 16 ແລະ ກອງປະຊຸມສຳມະນາວິຊາການອາໂຊຊາຍ ຄັ້ງທີ 9
ໃນລະຫວ່າງວັນທີ 22-29 ກັນຍາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ

ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຂອງ ສະຫະພັນສະຖາບັນກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 16 ແລະ ກອງປະຊຸມສຳມະນາວິຊາການອາໂຊຊາຍ ຄັ້ງທີ 9 (The 16thASOSAI Assembly and 9th ASOSAI Symposium)ທີ່ ນະຄອນຫຼວງນິວເດລີ ປະເທດອິນເດຍ. ກອງປະຊຸມຄັ້ງນີ້, ມີຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດອາຊີ ແລະ ບັນດາຜູ້ສັງເກດການ ເຂົ້າຮ່ວມລວມທັງໝົດ 201 ທ່ານ ຈາກ 43 ປະເທດສະມາຊິກອາໂຊຊາຍ ແລະ ໃນພິທີອັນມີຄວາມໝາຍຄວາມສໍາຄັນດັ່ງກ່າວ ທ່ານ ນ. ດຣູປາດີ ມູຣມູ ປະທານປະເທດສາທາລະນະລັດອິນເດຍ ໄດ້ໃຫ້ກຽດມີຄໍາເຫັນໃນພິທີເປີດກອງປະຊຸມຢ່າງເປັນທາງການ.
ກອງປະຊຸມໃຫຍ່ຂອງສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ແມ່ນຈັດຂຶ້ນທຸກໆ 3 ປີ ເພື່ອສ້າງສາຍພົວພັນ ແລະ ຮ່ວມມືພາຍໃນປະຊາຄົມອາໂຊຊາຍ ທັງເປັນການປະກອບສ່ວນໃນການປະຕິບັດສັນຍາ ແນໃສ່ຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ ແລະ ເປັນເວທີເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ທັດສະນະຕໍ່ບັນຫາສິ່ງທ້າທາຍໃນວຽກງານກວດສອບ. ປັດຈຸບັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ມີສະມາຊິກທັງໝົດ 48 ປະເທດ.
ຈຸດປະສົງຂອງກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ແມ່ນເພື່ອຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງແຕ່ລະຄະນະກໍາມະການ; ພ້ອມດຽວກັນນັ້ນກອງປະຊຸມກໍເປັນເອກະສັນຮັບຮອງເອົາການເປັນປະທານອາໂຊຊາຍຜູ້ໃໝ່ ຄືອົງການກວດສອບປະເທດອິນເດຍ ພ້ອມທັງເລືອກຕັ້ງເອົາຄະນະກໍາມະການບໍລິຫານງານ ຈໍານວນ 7 ປະເທດ ແລະ ຄະນະກໍາມະການກວດສອບ (Audit Committee) ສໍາລັບສົກປີ 2024-2027 ຈໍານວນ 2 ປະເທດ. ຈາກນັ້ນກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບບັນຫາພົ້ນເດັ່ນຕ່າງໆຢູ່ພາກພື້ນ ໃນຫົວຂໍ້: ການພັດທະນາດ້ານພື້ນຖານໂຄງລ່າງການຫັນເປັນທັນສະໄໝ, ການມີສ່ວນຮ່ວມ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ.
ໃນວາລະການດໍາເນີນກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ຄັ້ງທີ 16 ມີທັງໝົດ 21 ວຽກງານສໍາຄັນ ໂດຍສະເພາະການສະຫຼຸບຜົນງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃນນັ້ນກໍລວມທັງ ການສະຫຼຸບການເຄື່ອນໄຫວຂອງແຕ່ລະຄະນະເຮັດວຽກຕ່າງໆເຊັ່ນ: ສະຫຼຸບລາຍງານດ້ານການເງິນ, ຜົນການກວດສອບເອກະສານລາຍງານການເງິນຂອງອາໂຊຊາຍ, ການພັດທະນາຂີດຄວາມສາມາດຂອງນັກກວດສອບ, ຜົນຂອງການຄົ້ນຄວ້າໃນຫົວຂໍ້ ການກວດສອບທາງໄກ ແລະ ການມອບຮັບຕຳແໜ່ງ ລະຫວ່າງປະທານອາໂຊຊາຍຜູ້ເກົ່າ ແລະ ຜູ້ໃໝ່;
ສໍາລັບກອງປະຊຸມສໍາມະນາຂອງອາໂຊຊາຍ ຄັ້ງທີ 9 ແມ່ນລົງເລິກວຽກງານວິຊາສະເພາະກວດສອບ ໃນຫົວຂໍ້: ການພັດທະນາພື້ນຖານໂຄງລ່າງດ້ານລະບົບທັນສະໄໝພາກລັດ ແລະ ຄວາມເທົ່າທຽມໃນການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ໂດຍມີຜູ້ບັນຍາຍ ຈາກ 5 ສະຖາບັນກວດສອບ (ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ອິດສະຣາເອວ, ແລະ ໄທ) ໄດ້ມາແລກປ່ຽນບົດຮຽນ ກ່ຽວຂ້ອງກັບຫົວຂໍ້ຂອງກອງປະຊຸມ.
ການລົງຄະແນນສຽງເພື່ອເລືອກຕັ້ງ 1. ຄະນະບໍລິຫານງານອາໂຊຊາຍ ແລະ 2. ຄະນະກໍາມະການກວດສອບ; ນອກຈາກນັ້ນ, ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ຮັບຮອງເອົາຖະແຫຼງການນິວເດລີ ເພື່ອຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ ແຕ່ປີ 2024-2027 ຊຶ່ງຖະແຫຼງການນິວເດລີ ສະແດງເຖິງຄວາມເປັນເອກະພາບຂອງສະມາຊິກອາໂຊຊາຍ ແລະ ໃນຖະແຫຼງການດັ່ງກ່າວ ປະກອບມີ 8 ຫົວຂໍ້ໃຫຍ່ ແລະ 7 ຫົວຂໍ້ຍ່ອຍ ເປັນຕົ້ນ: ການພິຈາລະນາຄວາມສໍາຄັນຂອງຂໍ້ຜູກພັນ ທີ່ເຄີຍມີຜ່ານມາ ກ່ຽວກັບ ຄວາມເປັນເອກະລາດ, ການພັດທະນາແບບຍືນຍົງ, ການປົກຄອງທີ່ດີ, ການປັບປຸງການຮ່ວມມືກັບພາກສ່ວນກ່ຽວຂ້ອງ; ການຮັບຮູ້ ບົດບາດສຳຄັນຂອງອົງການກວດສອບແຫ່ງລັດ ໃນການປະເມີນປະສິດທິພາບຂອງພື້ນຖານໂຄງລ່າງດ້ານລະບົບທັນສະໄໝພາກລັດ ທີ່ປອດໄພ ແລະ ຄວາມເທົ່າທຽມໃນການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ; ຄວາມສຳຄັນໃນການສ້າງຂີດຄວາມສາມາດຂອງນັກກວດສອບພາກລັດ ເປັນຕົ້ນ: ການກວດສອບໄອທີ, ການວິເຄາະຂໍ້ມູນ, ລັດວິສາຫະກິດ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ;
ຄຽງຄູ່ກັບວຽກງານສໍາຄັນຂ້າງເທິງນັ້ນ ກອງປະຊຸມອາໂຊຊາຍ ນອກຈາກເປົ້າໝາຍລວມຂອງຖະແຫຼງການແລ້ວ ຍັງແນໃສ່ຊຸກຍູ້ການສ້າງຄວາມເຂັ້ມແຂງ, ຊຸກຍູ້ການຮ່ວມມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ສຳຄັນໃນການກວດສອບພາກລັດ. ໂດຍສຸມໃສ່ພື້ນຖານໂຄງລ່າງດ້ານລະບົບທັນສະໄໝພາກລັດ, ລັດວິສາຫະກິດ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ.
ການດຳເນີນກອງປະຊຸມໃຫຍ່ຂອງສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍຄັ້ງນີ້ແມ່ນດໍາເນີນໄປຕາມ ລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານຂອງອາໂຊຊາຍ ທັງສອດຄ່ອງກັບສະພາບແວດລ້ອມໃນປັດຈຸບັນ ແລະ ອະນາຄົດອັນໃກ້ ຊຶ່ງບັນດາຄະນະຜູ້ແທນຂອງອົງການກວດສອບສູງສຸດຂອງ 43 ປະເທດ ແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ແລະ ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2024-2027 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດອາຊີ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.
(ຂ່າວ: ອກສລ)

ຄໍາເຫັນ

ຂ່າວການຮ່ວມມື

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ໃນວັນທີ 21 ຕຸລານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສາທາລະ ນະລັດປະຊາຊົນຈີນ, ນໍາໂດຍທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ; ໃຫ້ການຕ້ອນຮັບໂດຍທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ.
ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ:  ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ: ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ປະຊາຄົມໂລກກຳລັງປະເຊີນໜ້າກັບການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ໂດຍຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະນາ, ວິວັດທະນາການຢ່າງໄວວາດ້ານເຕັກໂນໂລຊີ ແລະ ບັນຫາຂ້າມຊາດທີ່ນັບມື້ນັບເກີນຂອບເຂດຂີດຄວາມສາມາດຂອງປະເທດໃດປະເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ໂດຍລໍາພັງ. ຈາກປັດໄຈເຫຼົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນພິຈາລະນາຄືນໃໝ່ກ່ຽວກັບວິທີທີ່ລະບົບສາກົນຈະສາມາດຮັກສາປະສິດທິຜົນ, ແບບກວມລວມ ແລະ ມີຄວາມສາມາດຕອບສະໜອງຕໍ່ສະພາບແວດລ້ອມສາກົນທີ່ກຳລັງຜັນແປ.
ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 108,610 ໂດລາ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້​ໂຄງ​ການຊ່ວຍເຫຼືອຂັ້ນ​ຮາກ​ຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ.
ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ປີນີ້ເປັນປີຄົບຮອບ 90 ປີແຫ່ງໄຊຊະນະຂອງການເດີນທັບທາງໄກຂອງກອງທັບແດງກໍາມະກອນຊາວນາຈີນ. ໃນຖານະທີ່ເປັນມະຫາກາບແຫ່ງການເອົາຊະນະຄວາມຫຍຸ້ງຍາກທີ່ສັ່ນສະເທືອນໂລກໃນປະຫວັດສາດມະນຸດສະໄໝໃໝ່,ການເດີນທັບທາງໄກໄດ້ກ້າວຂ້າມຂອບເຂດຂອງປະເທດດຽວ ແລະ ສ້າງແກ່ນສານຈິດໃຈແຫ່ງຄວາມເປັນເອກະລາດ,​ ເປັນເຈົ້າຕົນເອງ, ປະຕິບັດຕົວຈິງ, ການຝັງຮາກເລິກໃນປະຊາຊົນ ແລະ ການບຸກບືນຢ່າງໜຽວແໜ້ນ, ກາຍເປັນຊັບສົມບັດທາງຈິດໃຈຮ່ວມຂອງມວນມະນຸດ.
ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ກອງທັບ​ແດງ​ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ ແລະ ເດັດຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄື່ອນ​ທັບ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ແລະ ໃນ​ທີ່​ສຸດ​ກໍ​ສາມາດ​ໄປ​ເຖິງ​ຈຸດ​ທີ່​ໝັ້ນ​ຂອງ​ຕົນ​ໄດ້​ຢ່າງ​ມີ​ໄຊ.
ເພີ່ມເຕີມ