![]() |
ທ່ານ ນາງ ຫງວຽນ ທິ ກິມ ຮົງ ກ່າວວ່າ: ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງເທື່ອນີ້ ກໍເພື່ອພົບປະແລກປ່ຽນບົດຮຽນກັບອົງການໄອຍະການປະຊາຊົນແຂວງເຊກອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ແລະ ພ້ອມທັງເຊັນສັນຍາສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າກໍຄືຍາວນານ ເພື່ອເສີມສ້າງສາຍພົວພັນທີ່ດີງາມຂອງສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍແມ່ນລະຫວ່າງອົງການໄອຍະການສອງແຂວງໃຫ້ຍືນຢົງທະນົງແກ່ນຂຶ້ນເລື່ອຍໆ.
ພ້ອມນີ້, ທ່ານ ເຫຼັກໄຫລ ສີວິໄລ ໄດ້ກ່າວຕ້ອນຮັບ ວ່າ: ໃນນາມຕ່າງໜ້າອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງເຊກອງ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊິຍອົງການໄອຍະການປະຊາຊົນແຂວງກວາງນາມ ທີ່ໄດ້ເອົາໃຈໃສ່ເສີມສ້າງສາຍພົວພັນ ຮັດແໜ້ນຄວາມສາມັກຄີກັບອົງການໄອຍະການປະຊາຊົນແຂວງເຊກອງຢ່າງແໜ້ນແຟ້ນ ໂດຍສະເພາະໄດ້ພ້ອມກັນເປັນເຈົ້າການແກ້ໄຂບັນຫາຄະດີທີ່ເກີດຂຶ້ນ ແລະ ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ລຽບຕາມຊາຍແດນໄດ້ຮັບຮູ້ເຂົ້າໃຈ ໃຫ້ສຳເລັດເປັນຢ່າງດີ, ຊຶ່ງປັດຈຸບັນນີ້ແຂວງເຊກອງພວມຂຸ້ນຂຽ້ວກະກຽມ ແລະ ດໍາເນີນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ສາມຂັ້ນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດຂອງພັກຢ່າງເປັນຂະບວນຟົດຟື້ນ.
(ຂ່າວ: ອັດສະວິນ)
ຄໍາເຫັນ