ເຄື່ອນໄຫວຢ້ຽມຢາມແລະຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳພາກສະໜາມເພື່ອສ້າງຄວາມເຂັ້ມແຂງໃນການວາງແຜນ

ອົງການຈັດຕັ້ງສາກົນຢ້ຽມຢາມແຂວງບໍ່ແກ້ວ

ອົງການຈັດຕັ້ງສາກົນຢ້ຽມຢາມແຂວງບໍ່ແກ້ວ
ຫວ່າງບໍ່ດົນມານີ້ທີ່ແຂວງບໍ່ແກ້ວ ຕາງໜ້າລັດຖະບານ ສປປ ລາວ (ກະຊວງແຜນການ ແລະການລົງທຶນ, ກະຊວງການຕ່າງປະເທດ, ກະຊວງການເງິນ) ຮ່ວມກັບ ບັນດາອົງການເຄືອຂ່າຍສະຫະປະຊາຊາດ ປະຈຳ ສປປ ລາວ

 (ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການອາຫານ ແລະການກະເສດ, ອົງການສະຫະປະຊາຊາດ ດ້ານເຄຫາສະຖານ ແລະອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ) ໄດ້ໄປເຄື່ອນໄຫວຢ້ຽມຢາມແລະຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳພາກສະໜາມເພື່ອສ້າງຄວາມເຂັ້ມແຂງໃນການວາງແຜນ, ການຕິດຕາມກົນໄກການປະສານງານ, ການລາຍງານແລະການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີIX. ພາຍໃຕ້ການນຳພາຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນແລະ ທ່ານ ບັກໂຄເດັຍ ເບີຄະນອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

ໃນໂອກາດມາເຮັດວຽກໃນຄັ້ງນີ້ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ນໍາພາ ທ່ານ ບັກໂຄເດັຍ ເບີຄະນອຟ ເຂົ້າຢ້ຽມຂໍ່ານັບ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ເພື່ອລາຍງານສະພາບການຮ່ວມມື ພາຍໃຕ້ການສະໜັບສະໜູນຂອງ ອົງການສະຫະປະຊາຊາດ ພ້ອມທັງແຈ້ງຈຸດປະສົງ ແລະແຜນການເຄືອນໄຫວໃຫ້ແກ່ທ່ານເຈົ້າແຂວງບໍ່ແກ້ວ ຊາບ.

ຈຸດປະສົງ ໃນການຢ້ຽມຢາມໃນຄັ້ງນີ້ ເພື່ອເປັນການສົ່ງເສີມການຮ່ວມມືລະຫວ່າງລັດຖະບານສປປລາວ ກໍຄືແຂວງບໍ່ແກ້ວແລບັນດາອົງການເຄືອຂ່າຍສະຫະປະຊາຊາດໂດຍສະເພາະຂອດການປະສານງານ ແລະການຈັດຕັ້ງປະຕິບັດແຜນງານ/ໂຄງການ, ສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍທັງພາຍໃນ ແລະສາກົນ ຕໍ່ກັບສະພາບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ໃນປັດຈຸບັນ.ທັ້ງນີ້, ກໍເພື່ອແນໃສ່ກໍານົດເປົ້າໝາຍການຮ່ວມມືໃນຕໍ່ໜ້າ ລະຫວ່າງ ລັດຖະບານ ສປປ ລາວ ກໍຄືແຂວງບໍ່ແກ້ວຮ່ວມກັບບັນດາ ອົງການເຄືອຂ່າຍສະຫະປະຊາຊາດ.

ພາຍຫຼັງທີ່ສຳເລັດການຢ້ຽມຂໍ່ານັບອຳນາດການປົກຄອງແຂວງແລ້ວໃນຕອນບ່າຍຂອງວັນດຽວກັນຄະນະດັ່ງກ່າວຮ່ວມກັບພະແນກແຜນການແລະການລົງທືນແຂວງບໍ່ແກ້ວແລະພາກສ່ວນທີ່ກ່ຽວຂ້ອງໄດ້ເດີນທາງໄປຢ້ຽມຢາມ ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເພື່ອເບີ່ງກິດຈະກຳການສົ່ງເສີມຄວາມປອດໄພ, ການຮັກສາຄວາມລັບ, ການບໍ່ຈໍາແນກແລະການເຄົາລົບໃນທາງເລືອກຂອງຜູ້ລອດຊີວິດ. ຫຼັງຈາກນັ້ນ, ກໍໄດ້ໄປຢ້ຽມຢາມຂົວມິດຕະພາບ ແຫ່ງທີ 4 ເພື່ອເບິ່ງກິດຈະກໍາ ການອໍານວຍຄວາມສະດວກສໍາລັບການເຄື່ອນຍ້າຍແຮງງານຂອງ ບັນດາປະເທດທີມີຊຍແດນຕິດກັບເມືອງຫ້ວຍຊາຍແຂວງບໍ່ແກ້ວ.

ໃນວັນທີ 21ສິງຫາ 2024,ຄະນະຜູ້ແທນລະດັບສູງຈາກສູນກາງພ້ອມດ້ວຍທີມງານໄດ້ເດີນທາງໄປຢ້ຽມຢາມພົບປະກັບຄະນະຫ້ອງການເຂດເສດຖະກິດພິເສດແລະພາກສ່ວນກ່ຽວຂ້ອງເພື່ອຮັບຟັງລາຍງານພາບລວມການຈັດຕັ້ງປະຕິບັດວຽກງານແລະຂໍ້ສະເໜີພ້ອມທັງແລກປ່ຽນຄວາມຄິດໃນການພັດທະນາ, ຢ້ຽມຢາມດ່ານຊາຍແດນສາກົນ, ຢ້ຽມຢາມຕະຫຼາດດອນຊາວເຂດເສດຖະກິດພິເສດແລະໂຄງການກອງທຶນສິ່ງແວດລ້ອມໂລກແຜນງານໂຄງການຂະໜາດນ້ອຍ ການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດເພື່ອສົມເສີມການຜະລິດກະສິກຳທີ່ຍືນຍົງ.

ຂ່າວ: ກະຊວງແຜນການ

ຄໍາເຫັນ

ຂ່າວການຮ່ວມມື

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ
ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເພີ່ມເຕີມ