ໃນວັນທີ 12 ພຶດສະພາ ຜ່ານມາ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານນາງ ຄາວາຮາຣາ ທາກາໂກ (KAWAHARA Takako) ຫົວໜ້າກົມແຜນການສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ (RTI) ກະຊວງຍຸຕິທໍາປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ຄະນະຜູ້ແທນທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາກ່ຽວກັບການປະສານງານ ແລະ ການໃຫ້ຄວາມຊ່ວຍເຫຼືອໃນດ້ານຕ່າງໆໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍອຳນວຍຄວາມສະດວກການຊ່ວຍເຫຼືອສ້າງບັນດາປຶ້ມຄູ່ມື ການປະມວນກົດໝາຍແພ່ງ ການປະມວນກົດໝາຍອາຍາ ແລະ ປຶ້ມຄູ່ມືດ້ານກົດໝາຍອື່ນໆ.
ຂ່າວ-ພາບ: ແສງພະຈັນ
ຄໍາເຫັນ