ລັດຖະບານອົສຕຣາລີ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອສົ່ງມອບໃຫ້ແກ່ລັດຖະບານລາວ

ອົສຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຮັບມືໄພພິບັດສຸກເສີນໃນ ລາວ

ອົສຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຮັບມືໄພພິບັດສຸກເສີນໃນ ລາວ
ລັດຖະບານອົສຕຣາລີ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອສົ່ງມອບໃຫ້ແກ່ລັດຖະບານລາວ ເພື່ອປະກອບສ່ວນຮັບມືກັບໄພພິບັດ ໃນ ສປປ ລາວ ຈຳນວນ 8 ໂຕນ ລວມມູນຄ່າ 1,4 ຕື້ກີບ ຊຶ່ງເຄື່ອງຊ່ວຍເຫຼືອເຫຼົ່ານີ້ ເປັນສິ່ງທີ່ຈໍາເປັນສໍາລັບຊຸມຊົນ ກໍຄືປະຊາຊົນ ຫຼັງຈາກໄດ້ຮັບຜົນກະທົບຈາກໄພພິບັດ,

ການທີ່ໄດ້ມອບ-ຮັບຄັ້ງນີ້ ຈະສາມາດຊ່ວຍເຫຼືອປະຊາຊົນ ໄດ້ຫຼາຍກວ່າ 200 ຄອບຄົວ.
ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້, ພາຍຫຼັງທີ່ເຮືອບິນ C-17 ຂອງກອງກຳລັງທະຫານອາກາດອົສຕຣາລີ ເດີນທາງມາເຖິງສະໜາມບິນສາກົນວັດໄຕ; ທ່ານ ນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ທ່ານ ລີປາວ ຢ່າງຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າລັດຖະບານລາວຂຶ້ນຮັບ.
ເຄື່ອງຊ່ວຍເຫຼືອທີ່ນໍາມາມອບໃນຄັ້ງນີ້, ເປັນເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ຊຶ່ງເປັນສ່ວນໜຶ່ງຂອງກິດຈະກໍາຮ່ວມມືດ້ານວຽກງານການປ້ອງກັນຊາດ ນໍາພາໂດຍກອງທັບປ້ອງກັນຊາດຂອງອົສຕຣາລີ - ກິດຈະກໍາການຮ່ວມມືທຸກຂະແໜງການຂອງລັດຖະບານອົສຕຣາລີ ເພື່ອຍົກສູງການຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດອົສຕຣາລີ ກັບບັນດາປະເທດໃນພາກພື້ນ, ລວມທັງ ສປປ ລາວ. ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ຊ່ວຍໃຫ້ ສປປ ລາວ ເພີ່ມປະລິມານການກະກຽມເຄື່ອງຊ່ວຍເຫຼືອໄວ້ພາຍໃນປະເທດ ຊຶ່ງຈະສາມາດຮັບມືກັບໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດຕິພາບ ເພື່ອຊ່ວຍເຫຼືອຊຸມຊົນ ກໍຄືປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຫຼື ເຫດການສຸກເສີນອື່ນໆ.
ໂອກາດດັ່ງກ່າວ, ທ່ານ ນາງ ເມແກັນ ຈອນສ ກໍໄດ້ກ່າວວ່າ: ອົສຕຣາລີ ຍິນດີທີ່ໄດ້ໃຫ້ການຊ່ວຍເຫຼືອ ລັດຖະບານ ສປປ ລາວ ໃນການກຽມຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ ທາງທໍາມະຊາດ, ເຄື່ອງທີ່ນໍາມາມອບປະກອບມີ: ຊຸດເຄື່ອງຄົວ 80 ຊຸດ, ຜ້າຫົ່ມ 400 ຜືນ, ມຸ້ງ 240 ດາງ, ສາດຢາງ 400 ຜືນ, ຜ້າບັດຢາງ 448 ຜືນ, ຊຸດອຸປະກອນຈົກສຽມ 224 ຊຸດ. ການກຽມພ້ອມຢ່າງມີປະສິດທິພາບ ແມ່ນມີຄວາມສໍາຄັນໃນການປົກປ້ອງຊຸມຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານ ລີປາວຢ່າງ ກ່າວວ່າ: ພວກເຮົາຮູ້ສຶກຍິນດີທີ່ ອົສຕຣາລີ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ໃນການຮັບມືກັບໄພພິບັດ. ລັດຖະບານລາວ ຕີລາຄາສູງ ຕໍ່ກັບການຊ່ວຍເຫຼືອຈາກລັດຖະບານ ອົສຕຣາລີ ໂດຍສະເພາະ ແມ່ນເຄື່ອງຊ່ວຍເຫຼືອ ທີ່ໄດ້ຮັບໃນມື້ນີ້ ເພື່ອນໍາໃຊ້ຮັບມືກັບໄພພິບັດ. ບັນດາເຄື່ອງຊ່ວຍເຫຼືອດັ່ງກ່າວ, ຈະຊ່ວຍເພີ່ມທະວີການກຽມຄວາມພ້ອມ ໃນການຮັບມືກັບໄພພິບັດ ໂດຍສະເພາະ ແມ່ນໄພນໍ້າຖ້ວມໃນລະດູຝົນ.
ອົສຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ ລາວ ເປັນເວລາ 3 ປີຕິດຕໍ່ກັນ, ໃນເວລາເກີດໄພນໍ້າຖ້ວມ ໃນໄລຍະເດືອນສິງຫາປີ 2023, ເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ຂອງອົສຕຣາລີ ໄດ້ຖືກລໍາລຽງເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ 3 ແຂວງ ລວມມີ: ແຂວງບໍລິຄໍາໄຊ, ຄໍາມ່ວນແລະ ສະຫວັນນະເຂດ; ໃນປີ 2022, ເຄື່ອງຊ່ວຍເຫຼືອຈາກ ອົສຕຣາລີ ກໍໄດ້ມອບໃຫ້ແກ່ ລັດຖະບານລາວ ໂດຍຜ່ານກິດຈະກໍາຮ່ວມມືດ້ານວຽກງານປ້ອງກັນຊາດຂອງອົສຕຣາລີ. ອົສຕຣາລີ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວ ໃນວຽກງານດ້ານມະນຸດສະທໍາ ແລະ ການຮັບມືກັບໄພພິບັດ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໂດຍຜ່ານໂຄງການຮ່ວມມືເພື່ອການພັດທະນາຂອງອົສຕຮາລີ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

2026 ນີ້,ສອງປະເທດລາວ-ຈີນສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດລາວ-ຈີນເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາປ່າໄມ້ຕິດຈອດກັນ ມີແມ່ນໍ້າລໍາເຊໄຫຼລ່ວງກັນ ແລະ ມີນໍ້າໃຈມິດຕະພາບທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫຼຸບຢ່າງເລິກເຊິ່ງຕໍ່ມິດຕະພາບອັນຍາວນານຂອງສອງປະເທດລາວ-ຈີນເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.
ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານກະສິກຳ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ກັບ ສະມາຄົມຊາວກະສີກອນ ແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດຜ່ານມາ ທີ່ ແຂວງອັດຕະປື, ໂດຍມີ ທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ມີທ່ານ ຫງວຽນ ກວາງ ຖຸ໋ຍ ກໍາມະການພັກແຂວງ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສີກອນ ແຂວງກວາງຫງາຍ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ໃນວັນທີ 12 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ ຂອງ ມຽນມາ, ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ ທີ່ ບາງກອກ, ຣາຊະອານາຈັກ ໄທ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ແລະ ທັງເປັນຜູ້ຕາງໜ້າພິເສດ ຂອງ ປະທານອາຊຽນ ກ່ຽວກັບບັນຫາ ມຽນມາ.
ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນລະດັບສູງ ນຳໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມສຶກສາຕອນຕົ້ນນໍ້າມາຍເມືອງວຽງພູຄາ, ແຂວງຫຼວງນໍ້າທາ ເພື່ອຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ (Foundational Learning Improvement Project - FLIP) ພ້ອມທັງໄດ້ພົບປະກັບຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.
ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 9 ກໍລະກົດນີ້ ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຊຶ່ງທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.
ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ໃນວັນທີ 3 ກໍລະກົດ ຜ່ານມາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະ ມົນຕີ ແລະ ໃຫ້ຄຳໝັ້ນສັນຍາວ່າອົສຕຣາລີຈະສືບຕໍ່ສະໜັບສະໜູນບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົສຕຣາລີ ແລະ ສປປ ລາວ.
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ໃນວັນທີ 6 ກໍລະກົດ ຜ່ານມານ ທີ່ນະຄອນຫຼວງໂຣມ ສ ອີຕາລີ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ແຊຈິໂອ ມັດຕາເຣນລາ (H.E. Mr. Sergio Mattarella) ປະທານາທິບໍດີແຫ່ງສາທາລະນະລັດອີຕາລີ ເພື່ອດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິຕາລີ ຊຶ່ງມີສໍານັກງານຕັ້ງຢູ່ເຊີແນວ ປະເທດສະວິດ.
ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 8 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.
ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ໃນ​ວັນ​ທີ 8 ກໍລະກົດນີ້ ທີ່ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້​າຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ​ທ່ານ ອິດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍສາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ເພີ່ມເຕີມ