ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ
ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນ ອຳເພີບຶງໂຂງຫຼົງ ຈັງຫວັດບຶງການ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມເມືອງປາກກະດິງ ແຂວງບໍລິຄຳໄຊ ສປປລາວ.

ການພົບປະຄັ້ງນີ້, ຄະນະຜູ້ແທນເມືອງປາກກະດິງ ນຳພາໂດຍທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ, ຄະນະຜູ້ແທນອຳເພີບຶງໂຂງຫຼົງ ນຳພາໂດຍທ່ານ ທະວີ ຊີນນະຣົງ ນາຍອຳເພີ ພ້ອມດ້ວຍຄະນະ. ໃນການພົບປະ ທັງສອງຝ່າຍໄດ້ມີການປຶກສາຫາລືການຮ່ວມມືວຽກງານຊາຍແດນ ລາວ-ໄທ ລະຫວ່າງ ເມືອງປາກກະດິງ ແລະ ອຳເພີ ບຶງໂຂງຫຼົງ. ຊຶ່ງຕາງໜ້າຜູ້ແທນທັງສອງຝ່າຍໄດ້ລາຍງານສະພາບລວມໂດຍຫຍໍ້ ແລະ ສະເໜີບາງຫົວຂໍ້ເພື່ອປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນ ເປັນຕົ້ນແມ່ນ: ປຶກສາຫາລືການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແລວຊາຍແດນ ແລະ ບັນຫາຄ້າຂາຍເຖື່ອນ, ປຶກສາຄວາມເປັນໄປໄດ້ໃນການສ້າງດ່ານປະເພນີ ລະຫວ່າງ ບ້ານຂອນ ຂວ້າງ ເມືອງປາກກະດິງ ແລະ ບ້ານທ່າດອກຄໍາ ອຳເພີບຶງໂຂງຫຼົງ, ປຶກສາຫາລື ແລກປ່ຽນຂໍ້ມູນເລື່ອງຊ້າງປ່າ ທີ່ມັກຂ້າມແມ່ນ້ຳຂອງ ໄປ-ມາ ລະຫວ່າງເມືອງປາກກດິງ ແລະ ອຳເພີບຶງໂຂງຫຼົງ ເພື່ອປ້ອງກັນໃຫ້ມີຄວາມປອດໄພຕໍ່ພໍ່ແມ່ປະຊາຊົນທັງສອງເມືອງ. ປຶກສາຫາລື ການອໍານວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງໃນກໍລະນີສຸກເສີນ.

(ຂ່າວ: ແສງທອງ)

ຄໍາເຫັນ

ຂ່າວການຮ່ວມມື

ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະ, ໃນວັນທີ 5 ກຸມພາຜ່ານມາ ທີ່ສະພາແຫ່ງຊາດ.
ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຖານທູດອົສຕຣາລີປະຈຳລາວຈັດງານສະຫຼອງວັນຊາດອົສຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົສຕຣາລີ ຄົບຮອບ 74 ປີ ໃນວັນທີ 5 ກຸມພານີ້, ໂດຍມີແຂກເຂົ້າຮ່ວມງານຢ່າງຫຼວງຫຼາຍເພື່ອສະເຫຼີມສະຫຼອງປະຫວັດຄວາມເປັນມາ, ວັດທະນະທຳ ແລະ ການຮ່ວມມືທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວລະຫວ່າງອົສຕຣາລີ ແລະ ສປປ ລາວ.
ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ໃນຕອນບ່າຍຂອງວັນທີ 5 ກຸມພາ ນີ້ ທີ່ ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.
ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕເລິມ ມີຜົນສໍາເລັດ ດ້ວຍທ່າອ່ຽງໃໝ່

ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕເລິມ ມີຜົນສໍາເລັດ ດ້ວຍທ່າອ່ຽງໃໝ່

ການຢ້ຽມຢາມ ສປປ ລາວ ໃນລະດັບປະມຸກລັດ ຂອງສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໃນລະຫວ່າງວັນທີ 5–6 ກຸມພາ 2026 ໄດ້ສຳເລັດລົງຢ່າງຈົບງາມ, ເປັນຂີດໝາຍອັນເລິກເຊິ່ງໃນຊີວິດການເມືອງ – ການຕ່າງປະເທດຂອງສອງປະເທດ. ສໍາລັບພັກ, ລັດ ແລະ ປະຊາຊົນລາວ, ນີ້ບໍ່ພຽງແຕ່ເປັນເຫດການທາງການທູດອັນສໍາຄັນຍິ່ງໃຫຍ່ເທົ່ານັ້ນ, ແຕ່ຍັງເປັນຫຼັກໝາຍທີ່ມີຄວາມໝາຍທາງຍຸດທະສາດ, ເປີດກວ້າງຄວາມປາຖະໜາອັນໃສແຈ້ງ ໃນອະນາຄົດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ.
ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບທູດ ສະຫະພາບເອີຣົບປະຈຳ ສປປ ລາວ

ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບທູດ ສະຫະພາບເອີຣົບປະຈຳ ສປປ ລາວ

ໃນວັນທີ 4 ກຸມພາຜ່ານມານີ້ ທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະກົມກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງ ທ່ານ ມາກ ກາແລັກເກີ (Mark Gallagher) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ (EU) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຊຶ່ງຈຸດປະສົງຂອງການພົບປະໃນຄັ້ງນີ້ ກໍເພື່ອມາຢ້ຽມຢາມ, ປຶກສາຫາລື ສະເໜີບັນດາວຽກງານຂອງອີຢູ (EU) ໃນຂົງເຂດກະສິກຳ, ປ່າໄມ້, ສິ່ງແວດລ້ອມ, ສີຂຽວ ແລະ ຄູ່ຮ່ວມງານດ້ານປ່າໄມ້.
ວາງສະແດງຮູບພາບ ມໍຣະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ - ລາວຈັບມືກັນ

ວາງສະແດງຮູບພາບ ມໍຣະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ - ລາວຈັບມືກັນ

ພິທີເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: "ມໍຣະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ ແລະ ລາວຈັບມືກັນ" ຈັດຂຶ້ນໃນວັນທີ 5 ກຸມພານີ້ທີ່ເຮືອນຈັນ ເມືອງຫຼວງພະບາງ ແຂວງຫຼວງພະບາງ ໃຫ້ກຽດຕັດແຖບຜ້າເປີດງານໃນຄັ້ງນີ້ຂອງທ່ານ ຄຳຄ່ອງ ພົມມະປັນຍາ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ທ່ານ ເສິນ ຊວນຫຼຽງ ຫົວໜ້າຄະນະໂຄສະນະອົບຮົມສິບສອງພັນນາ, ມີທ່ານ ໄຊ ຊຽງຍົງ (Cai Xiangrong) ຮອງຫົວໜ້າຄະນະໂຄສະນາອົບຮົມພັກກອມມູນິດຈີນແຂວງຢຸນນານ, ທ່ານ ຫວັງ ຖິງຢາວ (Wang Tingyao) ຮອງບັນນາທິການໃຫຍ່ ກຸ່ມໜັງສືພິມລາຍວັນຢຸນນານ ແລະ ທ່ານ ນາງ ຈາງຢິງ ຮອງຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບແຂວງຢຸນນານພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ ໄດ້ນຳເອົາພວງມາລາເຂົ້າວາງຢູ່ທີ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ.
ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ກິດຈະກໍາວັດທະນະທໍາບຸນ ກູດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026, ງານດື່ມນໍ້າ ຊາຫຼວງພະບາງ ແລະ ຖະແຫຼງຂ່າວ ເດັ່ນ 10 ຂ່າວໃນຂອບການຮ່ວມມື ແມ່ນໍ້າຂອງລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ແຂວງຫຼວງພະບາງ ໂດຍ ມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ຮອງປະທານຜູ້ປະຈໍາ ການສະພາທິດສະດີສູນກາງພັກ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງ ການພິມຈຳໜ່າຍພາສາຕ່າງປະເທດ ຈີນ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ວັນທີ 5 ກຸມພາ 2026, ທີ່ນະຄອນຫຼວງວຽງຈັນ, ການຢ້ຽມຢາມ ສປປ ລາວ ໃນລະດັບລັດຖະບານ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະການຂັ້ນສູງຂອງຫວຽດນາມ ໄດ້ເລີ່ມຕົ້ນຢ່າງເປັນທາງການ ໃນບັນຍາກາດແຫ່ງມິດຕະພາບ, ຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີພິເສດອັນອົບອຸ່ນ. ສໍາລັບພັກ, ລັດ ແລະ ປະຊາຊົນລາວ, ນີ້ແມ່ນເຫດການທາງການເມືອງ – ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນພິເສດ, ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.
ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ ນີ້ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ເພີ່ມເຕີມ