ການພົບປະຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານປະທານ ສນຊ ທີ່ໄດ້ຮັບຕຳແໜ່ງໃໝ່ ພ້ອມທັງຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII. ນອກຈາກນັ້ນ, ທ່ານທູດ ຍັງໄດ້ລາຍງານກ່ຽວກັບການໃຫ້ການສະໜັບສະໜູນ ສປປ ລາວ ຜ່ານອົງການ TIKA ໃນຫຼາຍຂະແໜງ ເຊັ່ນ: ສາທາລະນະສຸກ, ການສຶກສາ, ກະສິກຳ, ແຮງງານ ແລະ ສະຫວັດດີການສັງຄົມ ລວມເຖິງການພັດທະນາທັກສະໃຫ້ຊາວໜຸ່ມ, ແມ່ຍິງ ພ້ອມທັງວຽກງານມະນຸດສະທຳ ແລະ ການບັນເທົາໄພພິບັດທຳມະຊາດໃນລາວ.
ໂອກາດນີ້, ທ່ານປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດຕວັກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ປະຊາຊົນລາວ ໂດຍສະເພາະ ການມອບອາຫານແຫ້ງໃຫ້ 238 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຢູ່ແຂວງຈຳປາສັກຜ່ານ ສນຊ. ພ້ອມນີ້, ທ່ານປະທານ ສນຊ ຍັງໄດ້ອວຍພອນໃຫ້ທ່ານທູດ ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ ພ້ອມສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຕວັກກີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.
ຂ່າວ: ສນຊ
ຄໍາເຫັນ