ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນວັນທີ 15 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ປະທານປະເທດ ເນນຫາຍບນຫາເພອໃຫສມວນຊນ ມການພດທະນາຫນປຽນສຄນນະພາບໃໝຢາງແຂງແຮງ - image 1
 
    ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຝາກຄວາມສາມັກຄີຮັກແພງ, ຄວາມເຊື່ອໝັ້ນມາຍັງກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ແລະ ຖັນແຖວຜູ້ປະຕິບັດໜ້າທີ່ວຽກງານສື່ມວນຊົນທຸກຖ້ວນໜ້າໃນທົ່ວປະເທດ. ທ່ານໄດ້ຍົກໃຫ້ເຫັນປະຫວັດສາດຄວາມເປັນມາຂອງສື່ມວນຊົນລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ວັນທີ 13 ສິງຫາ 1950 (ລວມອາຍຸໄດ້ 76 ປີ). ເຖິງວ່າຄັ້ງນີ້ຈະເປັນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທຳອິດ ແຕ່ໃນຄວາມເປັນຈິງ ວຽກງານສື່ມວນຊົນແມ່ນໄດ້ຮັບການຊີ້ນໍາໃກ້ຊິດຕິດ ແທດຢ່າງເປັນປະຈໍາ ແລະ ບໍ່ເຄີຍຖືກປ່ອຍປະຈາກພັກ-ລັດ ຕະຫຼອດທຸກຍຸກສະໄໝ ສະຫາຍໄດ້ຊົມເຊີຍຂໍ້ລິເລີ່ມໃນການຈັດກອງປະຊຸມຄັ້ງນີ້, ເພາະມີຄວາມຈໍາເປັນ ແລະ ຖືກຈຸດຖືກເວລາ ໃນການຍົກສູງບົດບາດຂອງສື່ມວນຊົນເພື່ອຕອບສະໜອງກັບສະພາບການໃໝ່ ແລະ ເຕັກໂນໂລຊີການສື່ສານ ທີ່ພັດທະນາກ້າວໜ້າຢ່າງວ່ອງໄວ. ພ້ອມນີ້, ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີ ແລະ ພາລະກຳອັນອົງອາດກ້າຫານຂອງນັກຂ່າວ ນັກຮົບສື່ມວນຊົນປະຕິວັດໃນໄລຍະຕໍ່ສູ້ກູ້ຊາດ ທີ່ໄດ້ຖືເອົາ "ປາຍປາກກາເປັນອາວຸດທີ່ແຫຼມຄົມ" ຖືເຄື່ອງມືອັນປະຖົມປະຖານເປັນກະບອກສຽງທີ່ເປັ່ງປະກາຍແສງສະຫວ່າງ ປຸກລະດົມຈິດໃຈຮັກຊາດ ແລະ ຄວາມຕື່ນຕົວປະຕິວັດ ຫຼາຍສະຫາຍໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດຢູ່ໃນສະໜາມຮົບເພື່ອໃຫ້ໄດ້ມາເຊິ່ງພາບ ແລະ ສຽງຕົວຈິງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກວ່າ ຄົນລາວທຸກຄົນຕ້ອງບໍ່ຫຼົງລືມມູນເຊື້ອ ແລະ ຄຸນງາມຄວາມດີຂອງນັກສື່ມວນຊົນປະຕິວັດຜູ້ມີຊື່ສຽງໃນອະດີດ ແລະ ສື່ມວນຊົນລາວໃນຍຸກນີ້ ຄວນເດັດດ່ຽວຕໍ່ສູ້ຕ້ານກັບກຸ່ມຄົນທີ່ສວຍໃຊ້ສື່ທີ່ລໍ້າສະໄໝມາສ້າງຂ່າວລວງ ຂ່າວປອມ ຂ່າວອະກຸສົນ ເພື່ອບິດເບືອນ ແລະ ທຳລາຍຄວາມດີງາມຂອງຊາດ. 
    ທ່ານ ປະທານປະເທດ ກ່າວຕື່ມວ່າ: ໃນພາລະໜ້າທີ່ອັນໜັກໜ່ວງຂອງສື່ມວນຊົນລາວໃນຍຸກໃໝ່ ທີ່ຈະຕ້ອງໄດ້ປະເຊີນໜ້າ ໂດຍຕ້ອງມີຄວາມໜັກແໜ້ນບໍລິສຸດໂປ່ງໃສ ແລະ ເປັນທຳ, ຂໍ້ມູນຂ່າວສານເໝືອນ "ອາຫານລ້ຽງຈິດໃຈ ແລະ ສະໝອງ" ຂອງຄົນໃນສັງຄົມ ຊຶ່ງມີ 2 ປະເພດຄື: ອາຫານດີມີຄຸນຄ່າ (ຂ່າວທີ່ມີປະໂຫຍດ ແລະ ປອດໄພ) ແລະ ອາຫານເປັນພິດ (ຂ່າວລວງ ຂ່າວບິດເບືອນທີ່ເປັນອັນຕະລາຍຕໍ່ສຸຂະພາບກາຍ-ໃຈ ແລະ ຄວາມໝັ້ນຄົງຂອງປະເທດ). ດັ່ງນັ້ນ, ຜູ້ເປັນສື່ມວນຊົນຕ້ອງມີສະຕິໃນການເລືອກ ແລະ ປະຕິບັດໜ້າທີ່ ທັງໃນນາມ "ຜູ້ຮັບ" (ຮັບຂໍ້ມູນມາຄົ້ນຄວ້າວິໄຈປຽບທຽບ) ແລະ "ຜູ້ໃຫ້" (ໃຫ້ຂໍ້ມູນທີ່ຖືກຕ້ອງ, ມີຄຸນປະໂຫຍດ ໃຫ້ການສຶກສາອົບຮົມ ແລະ ສ້າງຄວາມສະດຸ້ງໄວໃຫ້ສັງຄົມ). ພ້ອມດຽວກັນນັ້ນ, ທ່ານ ປະທານປະເທດ ຍັງໄດ້ເນັ້ນເຖິງກາລະໂອກາດ ແລະ ສິ່ງທ້າທາຍໃນຍຸກ 4.0 ຍຸກດີຈີຕອນ ແລະ ປັນຍາປະດິດ (AI) ຖ້າຮູ້ເລືອກໃຊ້ສິ່ງທີ່ເປັນປະໂຫຍດ ກໍຈະສ້າງຜົນປະໂຫຍດມະຫາສານ ແຕ່ຫາກນໍາໃຊ້ໄປໃນທາງທີ່ບໍ່ສ້າງສັນຖືກໃຊ້ເປັນເຄື່ອງມືບິດເບືອນຫຼອກລວງ ຫຼື ເພື່ອຜົນປະໂຫຍດສ່ວນຕົວ ກໍຈະນໍາພາສັງຄົມໄປສູ່ຄວາມແຕກແຍກ ແລະ ຫາຍະນະໄປໃນຕົວ. 
    ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງ ແລະ ມີທິດຊີ້ນໍາຕໍ່ວຽກງານສື່ມວນຊົນຄື: 1. ເພີ່ມທະວີຄວາມສາມັກຄີກົມກຽວ ສື່ມວນຊົນທຸກປະເພດຂອງລາວຕ້ອງຮຽນຮູ້ ຊຶ່ງກັນ ແລະ ກັນ, ກຳແໜ້ນສະພາບການຜັນແປແຍກແຍະໃຫ້ໄດ້ລະຫວ່າງຄວາມຖືກ-ຜິດ, ການຕຳນິຕິຊົມທີ່ສ້າງສັນ ກັບການໃສ່ຮ້າຍປ້າຍສີທີ່ຂາດຈັນຍາບັນ; 2. ຮັກສາມູນເຊື້ອວັດທະນະທໍາອັນດີງາມ, ຕ້ອງມີສະຕິປະຈໍາໃຈສະເໝີວ່າຕົນເອງເປັນຄົນລາວ ທີ່ມີຄວາມອ່ອນນ້ອມຖ່ອມຕົວ ໂອບເອື້ອອາລີ ແລະ ນຸ້ມນວນສຸຂຸມ, ຫຼີກລ່ຽງການໃຊ້ອາລົມຄວາມເວົ້າຫຍາບຄາຍ, ການຕົວະຕົ້ມຫຼອກລວງ ແລະ ຄວາມເຫັນແກ່ຕົວ; 3. ກຽມພ້ອມຕໍ່ສູ້ເພື່ອສັດຈະທໍາ ຕ້ອງໝັ້ນໃຈວ່າຄວາມຈິງຍາມໃດກໍຢູ່ເໜືອການບິດເບືອນ ແລະ ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ເພື່ອຄວາມເປັນທຳ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ; 4. ການສະ ໜັບສະໜູນຈາກພັກ-ລັດ ສະເໜີໃຫ້ທຸກການຈັດຕັ້ງຂອງພັກ-ລັດ ທີ່ກ່ຽວຂ້ອງຕັ້ງໜ້າຕິດຕາມຊ່ວຍເຫຼືອ, ສະໜັບສະໜູນ ແລະ ໃຫ້ຄຳແນະນຳທີ່ສ້າງສັນ ເພື່ອສ້າງກຳລັງໃຈໃຫ້ສື່ມວນຊົນ; 5. ການປັບປຸງຕົນເອງ ຕົວຜູ້ເຮັດວຽກສື່ມວນຊົນເອງ ຕ້ອງໝັ່ນປັບປຸງ ແລະ ຮຽນຮູ້ຕະຫຼອດເວລາ ເພື່ອນຳໃຊ້ກາລະໂອກາດໃຫ້ທັນກັບສະພາບການ ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສື່ມວນຊົນ ແລະ ປວງຊົນລາວທຸກຖ້ວນໜ້າຈະຮ່ວມແຮງຮ່ວມໃຈກັນ ສະໜັບສະໜູນຊ່ວຍເຫຼືອສື່ມວນຊົນລາວ ໃຫ້ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນ, ສົມກັບຄວາມໄວ້ວາງໃຈຂອງສັງຄົມ ແລະ ອວຍພອນໃຫ້ທຸກທ່ານຈົ່ງມີຄວາມສຸກ ແລະ ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ. (ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ