ອວຍພອນປີໃໝ່ປະຈໍາຊາດຫວຽດນາມ

ປະທານປະເທດຫວຽດນາມ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ

ປະທານປະເທດຫວຽດນາມ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ
ໂດຍ: ບ.ກ ລະດູບານໃໝ່ປີມະເສັງ ໝູນວຽນມາເຖິງ ເປັນການນໍາເອົາຄວາມເບີກບານມ່ວນຊື່ນ, ຄວາມມຸ້ງຫວັງ ແລະ ບັນດາຄວາມປາຖະໜາທີ່ດີມາສູ່ປະຊາຊົນບັນດາເຜົ່າຫວຽດນາມ. ວັນທີ 29 ມັງກອນ 2025,

 

ໃນບັນຍາກາດທີ່ມີຄວາມໝາຍສໍາຄັນ ໃນການຕ້ອນຮັບປີໃໝ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາພັກ, ລັດ ສົ່ງຄໍາອວຍພອນປີໃໝ່ອັນປະເສີດ ເຖິງບັນດາວົງຄະນາຍາດ, ເພື່ອນມິດສະຫາຍ, ນັກຮົບໃນທົ່ວປະເທດ ແລະ ວົງຄະນາຍາດຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ. ພ້ອມທັງສົ່ງຄໍາອວຍພອນເຖິງບັນດາເພື່ອນມິດ, ປະຊາຊົນບັນດາປະເທດໃນໂລກ ປີໃໝ່ນີ້ດ້ວຍບັນຍາກາດແຫ່ງສັນຕິພາບ, ຄວາມຜາສຸກ, ມິດຕະພາບ ແລະ ການພັດທະນາ.

ທ່ານ ເລືອງເກື່ອງ ກ່າວວ່າ: ໃນປີຜ່ານມາ, ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກນານາປະການ, ແຕ່ກໍແມ່ນປີທີ່ສາມາດຍາດໄດ້ຫຼາຍຜົນງານທີ່ໜ້າຊື່ນຊົມ. ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ດ້ວຍຈິດໃຈສາມັກຄີ, ຄວາມເມດຕາຮັກແພງ, ຈິດໃຈວົງຄະນາຍາດ ແລະ ຈິດໃຈກ້າວຂຶ້ນຂອງຊົນຊາດຫວຽດນາມ ໄດ້ຢັ້ງຢືນໃຫ້ເຫັນຢ່າງແຂງແຮງ ຊຶ່ງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ອອກແຮງສູ້ຊົນບັນລຸໄດ້ທັງໝົດ 15/15 ເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ຄວາມໄວການເຕີບໂຕເສດຖະກິດຢູ່ໃນກຸ່ມແຖວໜ້າຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນ ທັງທາງດ້ານວັດຖຸ ແລະ ຈິດໃຈ ນັບມື້ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ການເມືອງ-ສັງຄົມມີຄວາມໝັ້ນຄົງ, ວຽກງານ ປກຊ-ປກສ ໄດ້ເພີ່ມທະວີຂຶ້ນ, ວຽກງານການຕ່າງປະເທດໄດ້ເປີດກວ້າງອອກ, ບັນດາເພື່ອນມິດສາກົນໃຫ້ຄວາມເຄົາລົບນັບຖື ແລະ ຕີລາຄາສູງ. ຊາວຫວຽດນາມທຸກຄົນ ທີ່ຢູ່ພາຍໃນປະເທດ ຫຼື ຕ່າງປະເທດ, ນັບແຕ່ກໍາມະກອນ, ຊາວນາ, ນັກທຸລະກິດ, ນັກປັນຍາຊົນລວມທັງບັນດານັກຮົບຢູ່ເຂດຊາຍແດນ, ໝູ່ເກາະຫ່າງໄກ ກໍລ້ວນແຕ່ມີສິດສະແດງຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ.

ປີ 2025, ແມ່ນປີທີ່ມີຫຼາຍເຫດການສໍາຄັນຂອງປະເທດຊາດ, ເປັນປີ “ເພີ່ມຄວາມໄວ ບຸກທະລຸ”, ສ້າງພື້ນຖານນໍາພາປະເທດຊາດກ້າວສູ່ຍຸກໃໝ່-ຍຸກແຫ່ງການພັດທະນາຮັ່ງມີເຂັ້ມແຂງ ແລະ ສີວິໄລ. ຈິດໃຈຂອງພັກຮ່ວມກັບຈິດໃຈປະຊາຊົນ ດ້ວຍເປົ້າໝາຍຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ເຖິງຈະມີຄວາມຫຍຸ້ງຍາກ, ທ້າທາຍຫຼາຍຢ່າງ, ແຕ່ຫວຽດນາມ ຈະກ້າວເດີນໄປຂ້າງໜ້າເລື້ອຍໆ ຊຶ່ງບໍ່ມີສິ່ງໃດຈະມາກີດຂວາງຄວາມມຸ້ງຫວັງຂອງເຮົາ ແລະ ອະນາຄົດທີ່ສວຍງາມຂອງຊາດຫວຽດນາມ ໄວ້ໄດ້. ທົ່ວພັກ, ທົ່ວລັດ ແລະ ທົ່ວກອງທັບ ສືບຕໍ່ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມແຮງ, ຮ່ວມໃຈ ຍົກສູງຈິດໃຈເປັນເຈົ້າຕົນເອງ, ເຊື່ອໝັ້ນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມພາກພູມໃຈຕໍ່ປະເທດຊາດ, ນໍາໃຊ້ກາລະໂອກາດ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອພັດທະນາຢ່າງບຸກທະລຸ, ສ້າງສາປະເທດຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ປະຊາຊົນທຸກຄົນ ລ້ວນແຕ່ມີຊີວິດການເປັນຢູ່ກິນອີ່ມນຸ່ງອຸ່ນ, ເສລີພາບ, ຄວາມຜາສຸກ, ປະກອບສ່ວນນັບມື້ຫຼາຍເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ໃນບັນຍາກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນນີ້, ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງວົງຄະນາຍາດ, ບັນດາສະຫາຍ, ນັກຮົບທົ່ວປະເທດ ແລະ ປະຊາຊົນເຮົາ ທີ່ອາໄສຢູ່ຕ່າງປະເທດ, ປີໃໝ່ນີ້ຂໍໃຫ້ມີຄວາມເຂັ້ມແຂງ ແຂງແຮງ ຄວາມສຸກ ຄວາມຈະເລີນກ້າວໜ້າທຸກປະການ, ປີໃໝ່ພວກເຮົາຈະສາມາດຍາດໄດ້ໄຊຊະນະໃໝ່ ຫຼາຍຢ່າງແນ່ນອນ.

ຄໍາເຫັນ

ຂ່າວການຮ່ວມມື

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີໄດ້ສືບຕໍ່ສະແດງເຈດຈຳນົງ ແລະ ການຮ່ວມມືທີ່ເຂັ້ມແຂງກັບສປປລາວໂດຍການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ ເພື່ອສະໜັບສະໜູນ ສປປ ລາວ ໃນການກຽມພ້ອມຮັບມືກັບໄພພິບັດແລະການຊ່ວຍເຫຼືອດ້ານມະນຸດສະທຳ.ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນວັນທີ 11 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕເພື່ອເປັນຂີດໝາຍການມາຮອດຂອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ນຳສົ່ງໂດຍເຮືອບິນC-130 ຂອງກອງທັບອາກາດອົດສະຕຣາລີ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີພ້ອມດ້ວຍທ່ານ ພົນຈັດຕະວາ ເຈນ ເຮລີສ ຜູ້ບັນຊາການໂຄງການອິນໂດ-ປາຊີຟິກຂອງກອງທັບອົດສະຕຣາລີ ແລະ ທ່ານ ພັນໂທ ນິກ ເບີມາ ທີ່ປຶກສາທູດປ້ອງກັນຊາດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຢ່າງເປັນທາງການໃຫ້ແກ່ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມການມອບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືພາກພື້ນດ້ານວຽກງານປ້ອງກັນຊາດ ຫຼື ໂຄງການອິນໂດ-ປາຊີຟິກເຊິ່ງຈັດຕັ້ງນຳພາໂດຍກອງທັບປ້ອງກັນຊາດຂອງອົດສະຕຣາລີ ເພື່ອເສີມສ້າງການຮ່ວມມືແລະຄວາມເຂັ້ມແຂງໃນທົ່ວພາກພື້ນອິນໂດ-ປາຊີຟິກ.
ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ໃນວັນທີ 7 ພະຈິກ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຕາງໜ້າໃຫ້ແກ່ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມ
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16, ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025 ທີ່ ກະຊວງການຕ່າງປະເທດ ອົດສະຕຣາລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມິແຊວ ຈັນ (Michelle CHAN), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ອົດສະຕຣາລີ ລວມທັງມີບັນດາເຈົ້າໜ້າທີ່ກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ.
ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

ເຊົ້າວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕເພື່ອມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ - ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.
ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ເພີ່ມເຕີມ