ທ່ານ ນາງ ສົມແສນ ອ່ອນມະນີສອນ ຫົວໜ້າສູນພາສາລາວ ໄດ້ລາຍງານການຮຽນ-ການສອນພາສາລາວ ຫຼັກສູດເລັ່ງລັດ ໃຫ້ແກ່ນັກສຶກສາຕ່າງປະເທດ ນັບແຕ່ມື້ເປີດສູນ ໃນປີ 2005 ຮອດປີ 2023 ແລະ ຜ່ານທິດທາງແຜນການຮຽນ - ການສອນແບບເລັ່ງລັດ ໃຫ້ພະນັກງານ - ນັກສຶກສາແຂວງພາກກາງ - ພາກໃຕ້ ຂອງ ສສ ຫວຽດນາມ ປະຈໍາປີ 2025 ໂດຍເລີ່ມແຕ່ມື້ເປີດຊຸດຮຽນ ຮອດວັນທີ 17 ກຸມພາ 2026 ລວມມີ 1,560 ຊົ່ວໂມງ ຊຶ່ງໂຄງການຫຼັກສູດ ແມ່ນນໍາໃຊ້ປຶ້ມຕໍາລາຮຽນພາສາລາວແບບເລັ່ງລັດຫຼັກສູດມະຫາວິທະຍາໄລແຫ່ງຊາດ ຈໍານວນ 5 ຫົວ, ປະກອບມີພື້ນຖານ ພາສາລາວ, ທັກສະການອ່ານ, ທັກສະການຂຽນ, ທັກສະການຟັງ ແລະ ທັກສະການເວົ້າ, ການຈັດການຮຽນ - ການສອນແມ່ນ 8 ຊົ່ວໂມງ/1 ວັນ. ນອກນີ້, ຍັງມີການທັດສະນະສຶກສາ ແລະ ລົງຝຶກປະສົບການ ຕື່ມອີກ. ຊຸດຮຽນພາສາລາວ ລະບົບ 9 ເດືອນ ຮຸ່ນທີ 15 ປະຈໍາປີ 2025 ນີ້, ມີພະນັກງານ - ນັກສຶກສາ ຈໍານວນ 4 ຄົນ ຍິງ 2 ຄົນ, ມາຈາກ 3 ແຂວງ ຄື: ແຂວງກອນຕູມ, ເທື່ອທຽນເຫວ້ ແລະ ກວາງບິ້ງ.
(ຂ່າວ-ພາບ: ທູນທອງໃຈ)
ຄໍາເຫັນ