ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ

ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ

ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ
ໃນວັນທີ 1 ພຶດສະພາ ວັນກໍາມະກອນສາກົນ, ເຖິງແມ່ນວ່າເປັນໄລຍະວັນພັກຂອງຊາວຜູ້ອອກແຮງງານກໍຕາມ, ແຕ່ພະນັກງານທາງລົດໄຟລາວ-ຈີນ ຍັງຄົງໄດ້ອຸທິດຕົນເຮັດວຽກຢ່າງຕັ້ງໜ້າດ້ວຍເຫື່ອແຮງ ແລະ ສະຕິປັນຍາ. ທັງໝົດ ກໍເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ

 

 ທີ່ມີທ່າອ່ຽງເພີ່ມຂຶ້ນ ແລະ ເພື່ອຮັບປະກັນໃຫ້ປະຊາຊົນຊາວຜູ້ອອກແຮງງານໄດ້ເດີນທາງກັບບ້ານໄປຫາຄອບຄົວ,ພໍ່ແມ່ພີ່ນ້ອງໄດ້ຢ່າງສະດວກສະບາຍໃນໄລຍະພັກວັນກຳມະກອນສາກົນນີ້.

ທຸກໆມື້ ໃນຕອນເຊົ້າ, ເວລາ 6:30 ໂມງ ທີ່ສະຖານີນະຄອນຫຼວງວຽງຈັນ, ພະນັກງານຂົນສົ່ງຜູ້ໂດຍສານ ໄດ້ມາກະກຽມເປັນທີ່ຮຽບຮ້ອຍເພື່ອເປີດສະຖານີ, ກວດປີ້, ກວດກະເປົາສຳພາລະ ໃຫ້ຜູ້ໂດຍສານຖ້ຽວທໍາອິດເຂົ້າສະຖານີ, ພ້ອມກະກຽມຄວາມພ້ອມຕ່າງໆໃນການອຳນວຍຄວາມສະດວກໃຫ້ຜູ້ໂດຍສານ. ສ່ວນພະນັກງານຂັບລົດໄຟກໍແຮ່ງໄດ້ຕື່ນແຕ່ເຊົ້າໆ ເພື່ອຂັບລົດໄຟອອກມາຈອດລໍຖ້າກຽມພ້ອມໃຫ້ບໍລິການແກ່ຜູ້ໂດຍສານຕັ້ງແຕ່ 6:00ໂມງເຊົ້າ, ພະນັກງານສູນຄວບຄຸມການແລ່ນລົດໄຟ ກໍໄດ້ຈັດແຜນການແລ່ນລົດໄຟປະຈຳວັນໄວ້ເປັນທີ່ຮຽບຮ້ອຍຕັ້ງແຕ່ກາງຄືນຜ່ານມາ. ໃນແຕ່ລະມື້ ພະນັກງານທາງລົດໄຟຫຼາຍໆຕໍາແໜ່ງຕ້ອງເຮັດວຽກຈົນຮອດກາງຄືນ ເພື່ອຮັບສົ່ງຜູ້ໂດຍສານຖ້ຽວສຸດທ້າຍ ແລະ ກະກຽມວຽກໃນມື້ຕໍ່ໄປ.

ນາງ ເຂັມທອງ ພົມພອນ ພະນັກງານຂົນສົ່ງຜູ້ໂດຍສານປະຈໍາສະຖານີນະຄອນຫຼວງວຽງຈັນ ໄດ້ບອກກັບພວກເຮົາວ່າ: ເຖິງແມ່ນວ່າແຕ່ລະມື້ຈະຕ້ອງເຮັດວຽກຈົນເດິກດື່ນທ່ຽງຄືນ, ແຕ່ທຸກຄັ້ງທີ່ເຫັນຜູ້ໂດຍສານເດີນທາງອອກຈາກສະຖານີດ້ວຍຮອຍຍິ້ມ ແລະ ເຫັນຜູ້ໂດຍສານແຕ່ລະຂະບວນເດີນທາງໄປມາດ້ວຍຄວາມສະຫວັດດີພາບ ກໍເຮັດໃຫ້ຕົນເອງມີກຳລັງແຮງ ແລະ ຮູ້ສຶກວ່າວຽກທີ່ຕົນເອງເຮັດແມ່ນມີຄຸນຄ່າ.

ຂະນະທີ່ພະນັກງານຂົນສົ່ງຜູ້ໂດຍສານກໍາລັງນໍາພາຜູ້ໂດຍສານເຂົ້າສະຖານີ, ພະນັກ

ງານຈຸລົດໄຟຖ້ຽວທຳອິດ ກໍໄດ້ມາກະກຽມຄວາມພ້ອມເທິງລົດໄຟເປັນທີ່ຮຽບຮ້ອຍ ເພື່ອນຳພາຜູ້ໂດຍສານຂຶ້ນລົດ, ຈັດຜູ້ໂດຍສານເຂົ້ານັ່ງ, ເກັບມ້ຽນສຳພາລະ ແລະ ເອົາໃຈໃສ່ຄວາມຕ້ອງການຂອງຜູ້ໂດຍສານທຸກຄົນ, ບໍ່ວ່າຈະເປັນການສື່ສານເປັນພາສາລາວ, ຈີນ, ອັງກິດ ແລະ ໄທກັບຜູ້ໂດຍສານ, ພະຍາຍາມສ້າງບັນຍາກາດການເດີນທາງທີ່ສະດວກສະບາຍທີ່ສຸດໃຫ້ແກ່ຜູ້ໂດຍສານ.

ນາງ ບຸນມີ ປັນຍາເດດ ຫົວໜ້າຈຸລົດໄຟໂດຍສານທໍາມະດາ ໄດ້ໃຫ້ຮູ້ວ່າ: ລົດໄຟທໍາມະດາແມ່ນໃຊ້ເວລາແລ່ນລົດຂ້ອນຂ້າງດົນ, ແຕ່ທຸກຄັ້ງທີ່ໄດ້ຍິນຄຳຂອບໃຈ ແລະ ເຫັນຮອຍຍິ້ມຂອງຜູ້ໂດຍສານ ກະເຮັດໃຫ້ຕົນເອງເຊົາເມື່ອຍ ແລະ ເພີດເພີນກັບການເຮັດວຽກນີ້.

ທີ່ສະຖານີດ່ານຂົນສົ່ງສິນຄ້າລົດໄຟວຽງຈັນໃຕ້, ພາຍໃຕ້ອາກາດທີ່ຮ້ອນອົບເອົ້າ 40 ກວ່າອົງສາ ພະນັກງານຂົນສົ່ງສິນຄ້າທາງລົດໄຟໄດ້ເຮັດວຽກຢ່າງຂະຫຍັນຂັນແຂງ ໄປໆມາໆລະຫວ່າງເດີ່ນວາງຕູ້ຄອນເທັນເນີ ແລະ ຫ້ອງເຮັດທຸລະກຳຂົນສົ່ງ ເພື່ອໃຫ້ບໍລິການ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການທັງຫຼາຍ ແລະ ຮັບປະກັນໃຫ້ສິນຄ້າໄດ້ຂົນສົ່ງຕາມເວລາ. ທ້າວ ໂອເລ່ ສີພານິດ ພະນັກງານຂົນສົ່ງສິນຄ້າປະຈຳສະຖານີວຽງຈັນໃຕ້ ໄດ້ກ່າວວ່າ: ເຖິງແມ່ນວ່າແຕ່ລະມື້ ເຫື່ອຈະອອກຈົນເສື້ອປຽກ, ແຕ່ພວກເຮົາກໍບໍ່ເຄີຍຄິດຈະປ່ອຍປະໜ້າທີ່ຂອງຕົນເອງ ເພາະພວກເຮົາຕ້ອງຮັບປະກັນການຂົນສົ່ງສິນຄ້າທາງລົດໄຟໃຫ້ມີປະສິດທິພາບທີ່ສຸດ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດການຄ້າຂອງລາວ.

ຢູ່ຂະແໜງສ້ອມແປງບຳລຸງຮັກສາຫົວຈັກລົດໄຟນະຄອນຫຼວງວຽງຈັນ, ພະນັກງານສ້ອມແປງ ແລະ ບຳລຸງຮັກສາຫົວຈັກລົດໄຟຕ້ອງເຮັດວຽກແຂ່ງກັບເວລາ ແລະ ຕ້ອງປະເຊີນໜ້າກັບອາກາດຮ້ອນ ເພື່ອກວດກາສ້ອມແປງອຸປະກອນທຸກຊິ້ນສ່ວນຂອງລົດໄຟ, ເຮັດວຽກແຕ່ເຊົ້າຈົນຄໍ່າ. ນາງ ພອນພິມົນ ມອນຈັນດີ ພະນັກງານສ້ອມແປງບຳລຸງຮັກສາຫົວຈັກລົດໄຟ ໄດ້ກ່າວວ່າ: ວຽກສ້ອມແປງບໍາລຸງຮັກສາແມ່ນກ່ຽວຂ້ອງກັບຄວາມປອດໄພຂອງຊີວິດຜູ້ໂດຍສານ. ສະນັ້ນ, ບໍ່ວ່າຈະຮ້ອນ ຫຼື ເມື່ອຍ, ພວກເຮົາຕ້ອງຮັບປະກັນຄວາມປອດໄພຂອງການແລ່ນລົດໄຟມາກ່ອນເປັນຫຼັກ.

ທີ່ສູນສ້ອມແປງບໍາລຸງຮັກສາຫຼວງພະບາງ, ພະນັກງານທາງລົດໄຟໄດ້ເຮັດວຽກທັງກາງເວັນ ແລະ ກາງຄືນ ເພື່ອຮັບປະກັນພື້ນຖານໂຄງລ່າງ ແລະ ອຸປະກອນກົນຈັກຕ່າງໆຂອງແລວທາງລົດໄຟແມ່ນຢູ່ໃນສະພາບທີ່ດີທີ່ສຸດ. ຕອນກາງເວັນທີ່ແດດແຮງກ້າຕ້ອງໄດ້ເຮັດວຽກແຂ່ງກັບເວລາ, ອາໄສເວລາທີ່ບໍ່ມີລົດແລ່ນ, ອອກກວດກາລາດຕະເວນຕາມແລວທາງລົດໄຟ ເພື່ອບໍ່ໃຫ້ມີສິ່ງກີດຂວາງ ເຊັ່ນ: ກ້ອນຫີນ, ກິ່ງໄມ້, ໂຕສັດ ແລະ ອື່ນໆ. ຕອນກາງຄືນໄດ້ນຳໃຊ້ອຸປະກອນກວດກາລາງລົດໄຟ, ລະບົບໄຟຟ້າ ແລະ ອຸປະກອນຕ່າງໆຕາມແລວທາງລົດໄຟ ເພື່ອໃຫ້ລົດໄຟສາມາດແລ່ນໄດ້ດ້ວຍຄວາມປອດໄພ.

ທ້າວ ວົງທໍ່ ຈົງເລົ່າ ພະນັກງານສູນສ້ອມແປງບໍາລຸງຮັກສາຫຼວງພະບາງໄດ້ກ່າວວ່າ: ພວກເຮົາແມ່ນ “ວິລະຊົນຜູ້ຢູ່ເບື້ອງຫຼັງ” ຂອງຄວາມສຳເລັດດ້ານຄວາມປອດໄພໃນການແລ່ນລົດໄຟ, ທຸກຄັ້ງທີ່ພວກເຮົາເຫັນລົດໄຟຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານໄປມາຮອດຈຸດໝາຍປາຍທາງດ້ວຍຄວາມປອດໄພ, ແມ່ນເຮັດໃຫ້ພວກເຮົາພາກພູມໃຈຫຼາຍ, ເພາະພວກເຮົາໄດ້ເປັນສ່ວນໜຶ່ງຂອງຄວາມສຳເລັດນັ້ນ.

ນັບແຕ່ລົດໄຟລາວ-ຈີນເປີດດໍາເນີນງານເປັນຕົ້ນມາ, ປະລິມານຜູ້ໂດຍສານ ແລະ ສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນັບແຕ່ເດືອນທັນວາ 2021 ມາຮອດວັນທີ 30 ເມສາ 2025, ສາມາດຂົນສົ່ງຜູ້ໂດຍສານໄດ້ 9,280,000 ກວ່າເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 13,150,000 ກວ່າໂຕນ. ໃນນັ້ນ, ສະເພາະປີ 2025 ມາຮອດວັນທີ 30 ເມສາ, ສາມາດຂົນສົ່ງຜູ້ໂດຍສານໄດ້ຈຳນວນ 1,407,000 ເທື່ອຄົນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂົນສົ່ງສິນຄ້າໄດ້ 1,991,000 ໂຕນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທາງລົດໄຟລາວ-ຈີນ ໄດ້ກາຍເປັນ " ເສັ້ນທາງທອງຄຳ" ໃນການຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ກໍດ້ວຍການທຸ່ມເທເສຍສະຫຼະຂອງພະນັກງານລົດໄຟລາວ-ຈີນ ຜູ້ເປັນວິລະຊົນຢູ່ເບື້ອງຫຼັງໃນທຸກເທດສະການ.

(ຂ່າວ: ລົດໄຟ ລາວ-ຈີນ)

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ໃນວັນທີ 28 ຕຸລາ ນີ້, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທິດສະດີ ສອງພັກຄັ້ງທີ XII ພາຍໃຕ້ຫົວຂໍ້ “ການຈັດຕັ້ງ, ສັບຊ້ອນກົງຈັກລະບົບການເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ: ບົດຮຽນຂອງລາວ ແລະ ຫວຽດນາມ” ທີ່ຫ້ອງປະຊຸມໂຮງແຮມໂນໂວເທວ ນະຄອນດານັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ຝ່າຍລາວ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ.
ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ວັນທີ 28 ຕຸລານີ້, ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງແຂວງ ຢູ່ທີ່ຫ້ອງປະຊຸມຊັ້ນສາມຫ້ອງວ່າການແຂວງເຊກອງ ໂດຍມີສະຫາຍ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມຄະນະ, ມີທ່ານທ່ານ ຫງວຽນ ດິ່ງ ວິງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ເຂົ້າຮ່ວມ.
ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ພິທີຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ຂຶ້ນໃນວັນ 28 ຕຸລານີ້ ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຊີ້ນໍາລະດັບຊາດໄດ້ຖະແຫຼງຂ່າວວ່າ: ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ຊຶ່ງຈະຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ແລະ ບັນດາປະເທດເພື່ອນມິດ, ວົງຄະນາຍາດ ສາກົນ, ຄູ່ຮ່ວມພັດທະນາ ແລະ ປະຊາຊົນທົ່ວປະເທດ, ທີ່ໃຫ້ການສະໜັບສະໜູນ, ການຮ່ວມມືດ້ວຍດີຕະຫຼອດມາ ໃນວຽກງານຂະບວນການໂຕະມົນ ກໍຄືວຽກງານການພັດທະນາ ສປປ ລາວ. ກອງປະຊຸມດັ່ງກ່າວເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດ ເນື່ອງຈາກເປັນປີທີ່ພວກເຮົາຈະໄດ້ທົບທວນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນປະຕິບັດງານ, ມະຕິຄໍາສັ່ງຂອງ ລັດຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກວິທີການ ແລະ ມາດຕະການແກ້ໄຂ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ. ສິ່ງສໍາຄັນອີກປະການໜຶ່ງ ກໍຄືການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພາຍຫຼັງພິທີປະກາດຮັບຮອງການສ້າງຕັ້ງສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ, ກໍໄດ້ມີພິທີເປີດປ້າຍສຳນັກງານສະພາການຄ້າດັ່ງກ່າວຢ່າງເປັນທາງການ ໂດຍມີບັນດາການນຳແຂວງອຸດົມໄຊ ແລະ ຜູ້ຕາງໜ້າຈາກຝ່າຍ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກ ຊຶ່ງນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XII ທີ່ ສສ ຫວຽດນາມ ເປັນເຈົ້າພາບຊຶ່ງຈັດຂຶ້ນທີ່ ນະຄອນດາໜັງ.
ເພີ່ມເຕີມ