ໃນລະຫວ່າງວັນທີ 14 ຫາ 16 ພະຈິກ 2024.
ໃນໄລຍະຢູ່ຢ້ຽມຢາມແຂວງຄໍາມ່ວນ, ຄະນະຜູ້ແທນພະແນກສາທາລະນະສຸກ ສອງແຂວງ ໄດ້ດຳເນີນກອງປະຊຸມພົບປະແລກປ່ຽນບົດຮຽນ. ເຂົ້າຮ່ວມກອງປະຊຸມຝ່າຍແຂວງຄໍາມ່ວນນໍາໂດຍທ່ານ ສົມຈິດ ອໍ່າພິລາວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຝ່າຍແຂວງກວາງບິ່ງນໍາໂດຍທ່ານ ດິ່ງ ຫວ້ຽນ ແອັງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງກວາງບິ່ງ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ລາຍງານໃຫ້ກັນຊາບກ່ຽວກັບວຽກງານສາທາລະນະສຸກ, ຜົນສຳເລັດຂອງການຮ່ວມມືບາງຂົງເຂດ ໃນໄລຍະຜ່ານມາ ແລະ ການຕົກລົງບັນດາເນື້ອໃນການຮ່ວມມື ໂດຍສະເພາະການຮ່ວມມືໃນຊຸມຕໍ່ໜ້າ ຊຶ່ງປະກອບມີຢູ່ 5 ຂົງເຂດຄື: ຂົງເຂດກັນ ແລະ ຄວບຄຸມພະຍາດຕິດຕໍ່, ຂົງເຂດປິ່ນປົວພະຍາດ, ວຽກງານພັດທະນາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ຂົງເຂດອາຫານ - ຢາ ແລະ ຂົງເຂດອື່ນໆ.
ສອງຝ່າຍເຫັນດີເປັນເອກະພາບ 2 ປີໃດຜັດປ່ຽນກັນຈັດຕັ້ງຄະນະຜູ້ແທນຂອງຕົນ ໄປຢ້ຽມຢາມ ແລະ ເຮັດວຽກແນໃສ່ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກການຮ່ວມມືນໍາກັນ. ນອກຈາກນັ້ນຈະໄດ້ຜັດປ່ຽນການແລກປ່ຽນບົດຮຽນດ້ານວິຊາການຮ່ວມ 1 ປີຕໍ່ຄັ້ງ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ