ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ
ວັນທີ 31 ມີນາ ຜ່ານມານີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຜູ້ປະຈໍາການຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍ ຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຜປະຈາການຄະນະເລຂາທການສນກາງພກ ຕອນຮບຄະນະຜແທນຫວຽດນາມ - image 1
 

ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນການກະກຽມ ໃຫ້ແກ່ການນໍາຂັ້ນສູງ ພັກ, ລັດ ຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນຕົ້ນເດືອນເມສາ 2026 ທີ່ຈະມາເຖິງ; ຢືນຢັນວ່າ ສປປ ລາວ ຍາມໃດກໍຖືສໍາຄັນ ແລະ ໃຫ້ບຸລິມະສິດໃນລະດັບສູງສຸດໃນ ການພັດທະນາການພົວພັນກັບ ສສ ຫວຽດນາມ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ກ້າວເຂົ້າສູ່ລະດັບສູງກວ່າເກົ່າ, ການພົວພັນທາງດ້ານການເມືອງມີຄວາມໜັກແໜ້ນ ແລະ ໄວ້ວາງ ໃຈກັນໃນລະດັບສູງ, ສະແດງອອກໃນຜົນສໍາເລັດຂອງການຢ້ຽມຢາມລັດຖະກິດຂອງການນໍາຂັ້ນສູງພັກ, ລັດ ສອງປະເທດ ໃນມໍ່ໆຜ່ານມາ, ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ ຂົົງເຂດຕ່າງໆລະຫວ່າງສອງປະເທດ ມີບາດກ້າວໃໝ່ທີ່ຕັ້ງໜ້າ; ພ້ອມນັ້ນ, ສະຫາຍ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອງອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດໄລຍະຜ່ານມາ; ຊົມເຊີຍຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ໃນໄລຍະຜ່ານມາ ໂດຍ ສະເພາະຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ຜົນສໍາເລັດ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນຂັ້ນຕ່າງໆ ກ້າວໄປເຖິງການປັບປຸງ ກົງຈັກການຈັດຕັ້ງລັດຖະບານ. ໃນໂອກາດດັ່ງກ່າວສະຫາຍ ຫງວຽນ ແມ້ງ ເກືອງ ໄດ້ນໍາເອົາ ຄໍາຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ຂອງ ສະຫາຍ ເຈີນເກີ້ມຕູ້ ກໍາມະການ ກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມາຍັງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໃນໂອກາດບຸນປີໃໝ່ລາວ; ຊົມເຊີຍຕໍ່ບັນດາຜົນສໍາເລັດອັນພົ້ນເດັ່ນທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະມໍ່ໆມານີ້, ພິເສດແມ່ນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ - ນະຄອນ, ເຊື່ອໝັ້ນວ່າ, ປະຊາຊົນລາວຈະສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 10 ຢ່າງມີຜົນສໍາເລັດ; ຕີລາຄາສູງຕໍ່ການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຜ່ານມາ ທີ່ໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ການພົວພັນດ້ານການເມືອງນັບມື້ນັບແໜ້ນແຟ້ນ ແລະ ໄວ້ເນື້ອເຊື່ອໃຈກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາບັນລຸຜົນສໍາເລັດຢ່າງຕັ້ງໜ້າ, ສອງຝ່າຍໄດ້ປະສານສົມທົບກັນຢ່າງມີປະສິດທິຜົນໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງໂດຍສະເພາະແມ່ນ ການຊຸກຍູ້ບັນດາໂຄງການຮ່ວມມືຈຸດສຸມ;ຢືນຢັນວ່າ ຄະນະພັກກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດລາວ ໃນການຕິດຕາມ ການ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ແລະ ສັນຍາຮ່ວມມື ລະຫວ່າງບັນດາກະຊວງ, ອົງ ການຂອງສອງປະເທດ, ໃນນັ້ນສຸມໃສ່ການຫັນເປັນອັນລະອຽດ ບັນດາເນື້ອໃນຂອງ “ການເປັນຫຸ້ນສ່ວນ ຍຸດທະສາດ” ໃນບັນດາຂົງເຂດການຮ່ວມມືຕ່າງໆໃນຕໍ່ໜ້າ. ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບສະພາບ ພົ້ນ ເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ,ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆໃຫ້ປົກກະຕິ; ເພີ່ມທະວີການປະສານສົມທົບ ແລະ ຮ່ວມມື ລະຫວ່າງບັນດາອົງການພັກ ແລະ ລັດ ຂອງສອງປະເທດ; ສືບຕໍ່ເອົາໃຈໃສ່ເປັນພິເສດ ວຽກງານກໍ່ສ້າງພັກບຳລຸງສ້າງພະນັກງານ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນ, ປະກອບສ່ວນເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຜປະຈາການຄະນະເລຂາທການສນກາງພກ ຕອນຮບຄະນະຜແທນຫວຽດນາມ - image 2
 

ໃນວັນດຽວກັນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ຕ້ອນຮັບຄະນະດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືລະຫວ່າງ ສອງຄະນະຈັດຕັ້ງສູນ ກາງພັກ ລາວ-ຫວຽດນາມ, ຫວັງໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການປະສານສົມທົບ, ແລກປ່ຽນຄະນະຜູ້ ແທນ,ແລກປ່ຽນບົດຮຽນໃນວຽກງານພະນັກງານ,ໂດຍສະເພາະແມ່ນພະນັກງານຢູ່ໃນແຜນບຸກຄະລາກອນ, ວຽກງານບຳລຸງສ້າງ, ຝຶກອົບຮົມ ພະນັກງານການນໍາຂັ້ນຕ່າງໆ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງໃຫ້ຄວາມຕ້ອງການພັດທະນາຂອງແຕ່ລະປະເທດ.

ນອກນັ້ນ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂອງ ສະຫາຍ ຫງວຽນ ແມ້ງເກືອງ ພ້ອມດ້ວຍຄະນະ, ສອງຝ່າຍເຫັນດີສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນການເປັນເສນາທິການດ້ານຍຸດທະສາດ ວຽກ ງານພົວພັນຕ່າງປະເທດ ໃຫ້ແກ່ການນຳຂັ້ນສູງຂອງສອງພັກ, ສອງລັດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການຄົ້ນຄວ້າ, ປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກ ລົງຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນວຽກງານບຳລຸງສ້າງພະນັກງານທີ່ເຮັດວຽກງານພົວພັນຕ່າງປະເທດຂອງພັກ; ສອງຝ່າຍໄດ້ຢືນຢັນວ່າໃນສະພາບການໂລກ ແລະ ພາກພື້ນທີ່ມີການປ່ຽນແປງຢ່າງໄວວາ ແລະ ສັບສົນ, ການເພີ່ມທະວີການປະສານສົມທົບລະຫວ່າງບັນດາອົງການຕ່າງປະເທດຂອງສອງພັກ ແມ່ນສຳຄັນທີ່ສຸດ, ປະກອບສ່ວນຍົກສູງປະສິດທິຜົນວຽກງານການເປັນເສນາທິການ, ຮັບປະກັນຜົນປະໂຫຍດແຫ່ງຊາດຂອງແຕ່ລະປະເທດ, ພ້ອມທັງສ້າງແວດລ້ອມ ສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.

(ຂ່າວ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ໃນວັນທີ 25 ສິງຫານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານນາງ ມາຕິນ ເທເຣີ (Ms.Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ໃນລະຫວ່າງວັນທີ 21-22​ ສິງຫາຜ່ານມາ, ສື່ມວນຊົນລາວນຳພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕົງຢ້ານ ​ຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ​ພ້ອມດ້ວຍຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກຂ່າວ​ໜຸ່ມ​ຂອງ​ ສປປ​ ລາວ​ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ນະຄອນຈິ່ງຫົງ​ ຫຼື​ Jinghong​ (ນະຄອນ​ຊຽງ​ຮຸ່ງ)ເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາ ແຂວງຢຸນນານ ສປ ​ຈີນ.
ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ໃນວັນທີ 20 ສິງຫາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຊຶ່ງປະກອບມີຈຳນວນ 5 ແຫ່ງຄື: ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາກຽວໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ.
ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ໃນວັນທີ 23 ສິງຫານີ້, ນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ຮັບຟັງການບັນຍາຍແລກປ່ຽນຄວາມຮູ້ກ່ຽວກັບປະຫວັດສາດການຮ່ວມມືດ້ານສື່ສາກົນລະຫວ່າງລາວ-ຈີນ ໃນຫົວຂໍ້ “ການສື່ສານສາກົນ” ໂດຍທ່ານນາງ ຫຼູຮຸ້ຍຫຼິງ ອາຈານປະຈຳສາຂາພາສາລາວຄະນະອາຊີມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ ຈີນ, ມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດເຂົ້າຮ່ວມ.
ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ກອງປະຊຸມແລກປ່ຽນການເຊື່ອມໂຍງດ້ານການທ່ອງທ່ຽວລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ຈັດຂຶ້ນວັນທີ 24 ສິງຫາ 2026 ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ເສົາວະນີ ຄົນກ້າ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ຈັງຫວັດນະຄອນພະນົມ ພ້ອມດ້ວຍພາກລັດ, ເອກະຊົນ ແລະ ຜູ້ປະກອບການຈາກສອງຝ່າຍເຂົ້າຮ່ວມ.
ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ອັດ​ຕະ​ປື, ຝ່າຍ ສ​ພ​ຂ ອັດຕະປື ນຳໂດຍ ທ່ານ ພູວັນ ພົມມະຈັນ ຮອງປະທານ ຜູ້ປະຈຳການສະພາປະຊາຊົນ ແຂວງອັດຕະປື ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ ທ່ານ ໂດ໊ ຖາຍ ຟອງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.
ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປຈີນ ໃນລະຫວ່າງວັນທີ 7 ຫາວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໃນວັນທີ 22 ສິງຫາຜ່ານມາ, ສື່ມວນຊົນລາວນໍາພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດໄດ້ເຄື່ອນໄຫວທັດສະນະສຶກສາຢູ່ສວນດອກໄມ້ເຂດຮ້ອນສິບສອງພັນນານະຄອນຊຽງຮຸ່ງເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ ສປ ຈີນ.
ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ສິງຫາຜ່ານມາ ທີ່ ແຂວງເຊກອງ, ໂດຍມີ ທ່ານ ຕຸລາວັນ ວົງໄຊ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງເຊກອງ, ທ່ານ ນາງ ຮວີ່ງ ຖຸຍ ເວີນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນແຂວງອັດຕະປື (ສພຂ ອັດຕະປື) ຊຶ່ງນຳໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກຳມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ແຂວງອັດຕະປື.
ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ເພີ່ມເຕີມ