ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ
ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 9 ເມສານີ້ ໂດຍມີ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ເດນທາງເຖງນະຄອນຫວງວຽງຈນ - image 1
 

 

ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ເດນທາງເຖງນະຄອນຫວງວຽງຈນ - image 2
 

ພາຍຫຼັງເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ສະຫາຍ ເຈິ່ນ ເກີມ ຕູ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ກໍໄດ້ເດີນທາງໄປວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານພາຍໃຕ້ການນໍາພາ-ຊີ້ນຳຂອງ ພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ເດນທາງເຖງນະຄອນຫວງວຽງຈນ - image 3
 
ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ເດນທາງເຖງນະຄອນຫວງວຽງຈນ - image 4
 
ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ເດນທາງເຖງນະຄອນຫວງວຽງຈນ - image 5
 

(ແຫຼ່ງຂ່າວ: ຂປລ; ຂ່າວ: ກິດຕາ; ພາບ: ອ່າຍຄຳ-ເກດສະໜາ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ໄທ ຮ່ວມມືຕ້ານການຄ້າມະນຸດ ໄລຍະ III

ລາວ-ໄທ ຮ່ວມມືຕ້ານການຄ້າມະນຸດ ໄລຍະ III

ຫວ່າງບໍ່ດົນມານີ້, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດແຫ່ງ ສປປລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຄັ້ງທີ 5 (CMM5) ແລະ ຮ່າງແຜນປະຕິບັດງານຮ່ວມລະຫວ່າງລາວ-ໄທ ວ່າດ້ວຍການຮ່ວມມືຕ້ານການຄ້າມະນຸດ ຫຼື POA ໄລຍະ III ແຕ່ປີ 2026-2030 ທີ່ບາງກອກ ປະເທດໄທ.
ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ໃນຕອນເຊົ້າຂອງວັນທີ 8 ເມສານີ້, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ທ່ານ ດາວ ບຸດມຸນີ,ກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ
ທູດຫວຽດນາມ ເຂົ້າອວຍພອນ ຄຕພ ໃນໂອກາດປີໃໝ່ລາວ ພສ 2569

ທູດຫວຽດນາມ ເຂົ້າອວຍພອນ ຄຕພ ໃນໂອກາດປີໃໝ່ລາວ ພສ 2569

ໃນຕອນເຊົ້າຂອງວັນທີ 8 ເມສາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.
ກະຊວງປ້ອງກັນປະເທດລາວ-ຫວຽດນາມ ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI

ກະຊວງປ້ອງກັນປະເທດລາວ-ຫວຽດນາມ ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 3 ເມສາຜ່ານມາ ທີ່ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດ ນາມ ໂດຍການຕ້ອນຮັບຂອງສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມຄະນະ.
ສະຖານທູດລາວທີ່ບາງກອກ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ສະຖານທູດລາວທີ່ບາງກອກ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ໃນວັນທີ 5 ເມສາ ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພ.ສ 2568 ແລະ ຕ້ອນຮັບປີ
ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ຫວ່າງມໍ່ໆມານີ້, ອົງການຂໍ້ມູນຂ່າວສານໂລກ ຫຼື WDO ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງຂອງຈີນ. ອົງການດັ່ງກ່າວເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທໍາອິດທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນນີ້ບໍ່ພຽງແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສໍາລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈີຕອນຂອງອາຊຽນຊຶ່ງລວມທັງລາວອີກດ້ວຍ. ອົງການຈັດຕັ້ງສາກົນດັ່ງກ່າວທີ່ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງນັ້ນຈະນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ປະເທດອື່ນໆໃນອາຊຽນອີກດ້ວຍ.
ງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ

ງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ໂຮງຮຽນລຽວໂຕວ ຈັດງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ ພາຍໃຕ້ຫົວຂໍ້ "ບົດກະວີສາລາຫຼານຖິງ" ຂຶ້ນໃນວັນທີ 3 ເມສານີ້ ທີ່ໂຮງ ຮຽນລຽວໂຕວ, ເຂົ້າຮ່ວມມີທ່ານ ຫຼົວເວີ້ຍຈຽ້ນ ຫົວໜ້າສູນວັດທະນະທຳຈີນປະຈຳ ສປປ ລາວ, ມີທ່ານ ຫຼິ້ນຈຸ້ນສົງ ປະທານໂຮງຮຽນລຽວໂຕວ ພ້ອມດ້ວຍພະນັກງານຄູ-ອາຈານ, ນັກຮຽນພາຍໃນໂຮງຮຽນລຽວໂຕວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ກຕສ ພົບປະກັບ ກະຊວງພັດທະນາດີຈີຕອນ ການສື່ສານ ແລະ ສື່ມວນຊົນ ສ ຣັດເຊຍ

ກຕສ ພົບປະກັບ ກະຊວງພັດທະນາດີຈີຕອນ ການສື່ສານ ແລະ ສື່ມວນຊົນ ສ ຣັດເຊຍ

ໃນວັນທີ 3 ເມສານີ້ ທີ່ ໂຮງແຮມຄຣາວພລາຊາ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມຄະນະ ໄດ້ພົບປະສອງຝ່າຍ ຮ່ວມກັບທ່ານ ອາເລັກຊານເດີ ໂຊຍຕົບ (Alexander Shoitov) ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນ ສ ຣັດເຊຍ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 2-5 ເມສາ 2026.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບບັນດາທູດອາຊຽນ ປະຈໍາ ສປປ ລາວ

​ໃນວັນທີ 1 ເມສາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍ ເນື່ອງໃນໂອ ກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569

ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569

ໃນວັນທີ 2 ເມສານີ້, ຄະນະຜູ້ແທນຈາກແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຢືອງ ເຕິດ ຖັງ ກຳມະການຄະນະປະຈຳພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນແຂວງ ແລະ ຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນການນໍາພັກ-ລັດ ແຂວງຄໍາມ່ວນ ໃນໂອກາດ ປີໃໝ່ລາວ ພສ 2569 ໂດຍຈັດຂຶ້ນທີ່ຫ້ອງຮັບແຂກ ຫ້ອງວ່າການ ແຂວງ, ໃຫ້ກຽດເຂົ້າຮ່ວມໃນການອວຍພອນ ໃນຄັ້ງນີ້ ໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍການນໍາແຂວງ.
ເພີ່ມເຕີມ