![]() |
ການຝືກອົບຮົມໃນຄັ້ງນີ້ນັກສຳມະນາກອນໄດ້ຮຽນຮູ້ເຕັກນິກທີ່ສໍາຄັນໃນການເອົາຕົວຢ່າງ DNA ຂອງຂີ້ກະເດືອນຝອຍມາວິໄຈ ເພື່ອມາລະບຸຕົວ ແລະ ການວິນິດໄສໂມເລກູນ. ເຕັກນິກດັ່ງກ່າວໄດ້ສ້າງຄວາມຊໍານານໃຫ້ວິຊາການປ້ອງກັນພືດ ແລະ ຈະຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ຫ້ອງທົດລອງຂອງສູນ ປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກໍຄື ສປປ ລາວ ໄດ້ຮັບພັດທະນາວຽກງານການປ້ອງກັນພືດ, ຫັນເປັນທັນສະໄໝທຽບທັນລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ.
![]() |
ໃນໂອກາດດັ່ງກ່າວທ່ານຫົວໜ້າກົມປູກຝັງຍັງໄດ້ກ່າວຕື່ມອີກວ່າ: ການຝືກອົບຮົມໃນຄັ້ງນີ້, ໄດ້ຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍການວິນິດໄສພາກພື້ນອາຊຽນ, ເຮັດໃຫ້ພວກເຮົາສາມາດສ້າງຄວາມຮ່ວມມື ແລະ ການສື່ສານທີ່ແໜ້ນແຟ້ນຂຶ້ນລະຫວ່າງບັນດາປະເທດ ແລະ ສະແດງຂອບໃຈ Dr. Mike Hodda ແລະ Dr. Daniel Huston, ຄູຝຶກທີ່ມາຈາກ CSIRO ໄດ້ຖ່າຍທອດບົດຮຽນ, ແບ່ງປັນຄວາມຮູ້ ແລະ ປະສົບການທີ່ມີຄ່າເຮັດໃຫ້ຊຸດຝືກອົບຮົມໄດ້ຮັບຜົນສຳເລັດອັນຈົບງາມ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານອົສຕຣາລີ ທີ່ໃຫ້ການສະໜັບສະໜູນໂຄງການນີ້.
ຂ່າວ-ພາບ: ຂັນວິຈິດ


ຄໍາເຫັນ