ປກສ ອຸດົມໄຊ ນຳສົ່ງຄົນຕ່າງປະເທດລັກລອບເຂົ້າ-ອອກເມືອງຜິດກົດໝາຍໃຫ້ທາງການຈີນ

ປກສ ອຸດົມໄຊ ນຳສົ່ງຄົນຕ່າງປະເທດລັກລອບເຂົ້າ-ອອກເມືອງຜິດກົດໝາຍໃຫ້ທາງການຈີນ

ປກສ ອຸດົມໄຊ ນຳສົ່ງຄົນຕ່າງປະເທດລັກລອບເຂົ້າ-ອອກເມືອງຜິດກົດໝາຍໃຫ້ທາງການຈີນ
ໃນໄລຍະເດືອນພຶດສະພາ 2026 ນີ້, ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫຼວດ ກອງບັນ ຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າກວດກາພ້ອມກັກຕົວຄົນຕ່າງປະເທດທີ່ມາພັກເຊົາຢູ່ຈຸດໂຮງແຮມ ເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ຈຳນວນ 02 ຈຸດ, ຜ່ານການເຂົ້າກວດກາຕົວຈິງພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງຈໍານວນ 50 ຄົນ, ໂທລະສັບ 53 ເຄື່ອງ ພ້ອມເຄື່ອງຕິດຕົວຈຳນວນໜຶ່ງ. ໃນນີ້, ຄົນສັນຊາດຈີນ 46 ຄົນ, ສັນຊາດມຽນມາ 4 ຄົນ.
ປກສ ອດມໄຊ ນຳສງຄນຕາງປະເທດລກລອບເຂາ-ອອກເມອງຜດກດໝາຍໃຫທາງການຈນ - image 1
 

ຜ່ານການກວດກາ ແລະ ສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ ຈໍານວນເປົ້າໝາຍດັ່ງກ່າວແມ່ນບໍ່ມີໜັງສືຜ່ານແດນ (Passport) ທີ່ຊັດເຈນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ຈຶ່ງໄດ້ກັກຕົວດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນ.

ປກສ ອດມໄຊ ນຳສງຄນຕາງປະເທດລກລອບເຂາ-ອອກເມອງຜດກດໝາຍໃຫທາງການຈນ - image 2
 

ໃນວັນທີ 26 ພຶດສະພາຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ນຳຕົວພວກກ່ຽວສົ່ງໃຫ້ທາງການຈີນເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ, ຝ່າຍລາວຕາງໜ້າມອບໂດຍສະຫາຍ ພັທ ບຸນຄຳ ສູລິໄຊ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ສປປ ລາວ, ຝ່າຍຈີນຕາງໜ້າຮັບໂດຍສະຫາຍ ພັທ ຈາງຊຽງ ຫົວໜ້າກອງຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການຕຳຫຼວດ ເມືອງຫຼ້າ ແຂວງຢຸນນານ ສປ ຈີນ ໂດຍມີເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.ສ່ວນຄົນສັນຊາດມຽນມາຈຳນວນ 4 ຄົນ ແມ່ນພວມສືບຕໍ່ດຳເນີນການສືບສວນ-ສອບສວນ.

ຂ່າວ: ປກສ ແຂວງອຸດົມໄຊ

ຄໍາເຫັນ

ຂ່າວການຮ່ວມມື

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ໃນວັນທີ 9 ມິຖຸນາຜ່ານມາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຕີ ເຈິນ ຫງອກ ກວຽນ ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ  ມົງໂກລີ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ ມົງໂກລີ

ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບສໍານັກງານກວດສອບແຫ່ງຊາດ ມົງໂກລີ ໃນລະຫວ່າງວັນທີ 8-9 ມິຖຸນາ2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສໍານັກງານກວດສອບແຫ່ງຊາດມົງໂກລີ ນະຄອນຫຼວງອູລານບາຕໍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ມັກໄນຊູເຣນ ຊັນດັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.
ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ

ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ

ສະຫາຍນາງ ຟາງຫົງ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ-ຈີນກ່ຽວກັບໝາກຜົນການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 10 ມິຖຸນານີ້ ທີ່ສະຖານທູດຈີນ ຊຶ່ງໄດ້ຍົກໃຫ້ເຫັນ ຜົນສໍາເລັດ ຂອງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລະຫວ່າງ ວັນທີ 2-6 ມິຖຸນານີ້.
ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ໜຶ່ງ​ໃນ​ກິດຈະກຳ​ຂອງ​ການ ເຄື່ອນໄຫວ​ວຽກ​ງານ​ຂອງ​ວິ​ທະ​ຍຸ​-​ໂທລະພາບ​ສູນ​ກາງຈີນ ປະ ​ຈຳລາວ​ແມ່ນ​ການ​ຈັດ​ງານ​ເທດ ສະການ​ຮູບເງົາ​ດີເດັ່ນ ລາວ​-​ຈີນ​ທີ່​ໄດ້​ຮ່ວມ​ກັບ​ກົມ​ຮູບເງົາ​ ກະ ຊວງ​ຖະແຫຼງ​ຂ່າວ, ວັດທະນະ ທຳ​ ແລະ ​ທ່ອງ​ທ່ຽວ​ໃນ​ເມື່ອ​ກ່ອນ​ກໍ​ຄື​ກະຊວງ​ວັດທະນະທຳ​ ແລະ ​ການທ່ອງທ່ຽວ​ໃນ​ປັດຈຸບັນ, ສົມ ທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ​ທັງ​ຢູ່​ສູນ​ກາງ ​ແລະ​ ທ້ອງຖິ່ນ ໂດຍ​ມີຈຸດປະສົງ​ນຳ​ເອົາ​ຮູບເງົາ​ຈີນ ​ດີເດັ່ນ​ທີ່​ພາກ​ພາສາລາວ​ເດີນ​ສາຍ​ໃຫ້​ປະຊາຊົນລາວບັນດາ ເຜົ່າ​ທັງ​ໃນ​ຕົວ​ເມືອງ​ ແລະ ຊົນນະບົດ​ເຂດ​ຫ່າງ​ໄກ​ສອກຫຼີກແຕ່​ ເໜືອ​ຮອດ​ໃຕ້​ສຸດ​ຂອງ​ປະເທດ​ລາວ​ໄດ້​ຮັບ​ຊົມ​ຮູບເງົາ​ຢ່າງ​ເບີກ ບານ​ມ່ວນ​ຊ່ືນ​ມີ​ຊີວິດ​ຊີ​ວາ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ

ໃນວັນທີ 8-9 ມິຖຸນານີ້ ທີ່ ມະນິລາ ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າຈາກອາຊຽນ, ປະເທດບວກສາມ, ປະເທດຜູ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ຮອງເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ພົບປະກັບຮອງເລຂາທິການໃຫຍ່ ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ

ທ່ານ ທອງສະຫວັນ ພົມວິຫານ ພົບປະກັບຮອງເລຂາທິການໃຫຍ່ ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ

ໃນວັນທີ 9 ມິຖຸນານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໃນຖານະປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3, ໄດ້ພົບປະສອງຝ່າຍກັບ ທ່ານນາງ ອິຊຶມິ ນະກະມິດຊຶ (Ms. Izumi NAKAMITSU) ຮອງເລຂາທິການໃຫຍ່ ຜູ້ຕາງໜ້າຂັ້ນສູງສະຫະປະຊາຊາດ (ສປຊ) ດ້ານວຽກງານການຫຼຸດຜ່ອນອາວຸດ (UNODA), ໃນໂອກາດຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນຄັ້ງທີ 3 ທີ່ ສສ ຫວຽດນາມ.
ກະຊວງການເງິນລາວ-ຫວຽດນາມ ລົງນາມສ້າງຄວາມເຂັ້ມແຂງໃນຂະແໜງການເງິນ

ກະຊວງການເງິນລາວ-ຫວຽດນາມ ລົງນາມສ້າງຄວາມເຂັ້ມແຂງໃນຂະແໜງການເງິນ

ໃນໂອກາດ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 (AFF) ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ໃນວັນທີ 7 ມິຖຸນາຜ່ານມາ ໄດ້ມີການພົບປະເຈລະຈາລະຫວ່າງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ສຳນັກງານນາຍົກລັດຖະມົນຕີ.
ເປີດໂຄງການ ກະເປົາແຫ່ງຄວາມຮັກສາກົນປີ 2026

ເປີດໂຄງການ ກະເປົາແຫ່ງຄວາມຮັກສາກົນປີ 2026

ພິທີເປີດໂຄງການ "ກະເປົາແຫ່ງຄວາມຮັກສາກົນ ປະຈໍາປີ 2026" ເພື່ອສືບຕໍ່ມອບອຸປະກອນການຮຽນ-ກິລາ ແລະ ສົ່ງມອບຄວາມຮັກຂ້າມພົມແດນໃຫ້ເດັກນ້ອຍນັກຮຽນໃນເຂດຫ່າງໄກສອກຫຼີກ ໂດຍການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ມູນນິທິຈີນ ເພື່ອພັດທະນາຊົນນະບົດ ຈັດຂຶ້ນໃນວັນທີ 9 ມິຖຸນານີ້ ທີ່ໂຮງຮຽນມັດທະຍົມສົມບູນນາຊາຍທອງ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ຫວາງ ຊ່າງ ທີ່ປຶກສາຝ່າຍການທູດ ຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ແລະ ທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກ ສສກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ