ປຶກສາຫາລື ສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ

ປຶກສາຫາລື ສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ

ປຶກສາຫາລື ສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ
ວັນທີ່ 11 ກຸມພານີ້ ທີ່ໂຮງແຮມເມືອງຫຼວງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ ຫຼື UNESCO Creative City Strategyໂດຍເປັນປະທານຂອງທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ມີຜູ້ຊ່ຽວຊານຈາກອົງການອຸຍແນັສໂກ ແລະ ພາກສ່ວນກ່ຽວຂ້ອງ ຂອງແຂວງ, ນະຄອນ, ອົງການປົກຄອງບ້ານເຂົ້າຮ່ວມ.
ປກສາຫາລ ສາງນະຄອນຫວງພະບາງໃຫກາຍເປນຕວເມອງສາງສນຂອງອງການອຍແນສໂກ - image 1
 

ທ່ານ ນາງ ສຸດາພອນ ຄົມທະວົງ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສຳຄັນຫຼາຍ ໃນການຈັດຕັ້ງປະຕິບັດແຜນພັດທະນາ ນະຄອນ ຫຼວງພະບາງ ກໍຄືແຜນພັດທະນາການທ່ອງທ່ຽວຂອງແຂວງໃຫ້ບັນລຸຕາມແຜນທີ່ກຳນົດໄວ້ ໂດຍຈະໄດ້ຮັບຟັງການເຜີຍແຜ່ກ່ຽວກັບການສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ, ເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງຂໍ້ມູນຄວາມເປັນມາ ຂອງແນວຄິດໃນການສ້າງຕົວເມືອງສ້າງສັນຂອງອົງການອຸຍເນັສໂກ ແລະທິດທາງ ທີ່ຈະພັດທະນາຫຼວງພະບາງໃຫ້ສອດຄ່ອງກັບເງື່ອນໄຂ, ທ່າແຮງບົ່ມຊ້ອນທີ່ມີ. ໃນນີ້, ຈະໄດ້ປຶກສາຫາລື ກ່ຽວກັບຫົວຂໍ້ ຫຼື ແນວທາງ-ຮູບແບບ ທີ່ຈະສ້າງຫຼວງພະບາງເປັນເມືອງສ້າງສັນ ເຊັ່ນ: ດ້ານການອອກແບບ, ສະຖາປັດຕະຍະກຳ, ອາຫານ, ສິລະປະທ້ອງຖິ່ນ ແລະອື່ນໆ ທີ່ອົງການອຸຍເນັສໂກ ໄດ້ກຳນົດໄວ້, ຊຶ່ງເຫັນວ່າ ມີຄວາມເປັນໄປໄດ້ສຳລັບຫຼວງພະບາງ ຍ້ອນມີຄວາມສອດຄ່ອງ ທັງທາງກົງ ແລະທາງອ້ອມ ບໍ່ວ່າຈະແມ່ນ ຄວາມເປັນເອກະລັກຂອງອາຄານບ້ານເຮືອນ, ວັດວາອາມຮາມ ຫຼື ອາຫານ, ການສະແດງ, ຫັດຖະກຳທ້ອງຖິ່ນ. ທັງໝົດນັ້ນ, ລ້ວນແລ້ວແຕ່ແມ່ນມໍລະດົກອັນລ້ຳຄ່າ ທີ່ທຸກພາກສ່ວນຕ້ອງໄດ້ຄຸ້ມຄອງປົກປັກຮັກສາ ແລະເສີມຂະຫຍາຍໃຫ້ເກີດດອກອອກຜົນຍິ່ງຂຶ້ນ.

ປກສາຫາລ ສາງນະຄອນຫວງພະບາງໃຫກາຍເປນຕວເມອງສາງສນຂອງອງການອຍແນສໂກ - image 2
 

ກອງປະຊຸມຄັ້ງນີ້,ໄດ້ນຳສະເໜີສະພາບລວມຂອງໂຄງການ ປັບປຸງສີ່ງແວດລ້ອມ ນະຄອນ ຫຼວງພະບາງ, ແນວຄວາມຄິດ ການສ້າງນະຄອນ ຫຼວງພະບາງເປັນຕົວເມືອງສ້າງສັນຂອງອົງການອຸຍເນສໂກ ແລະປຶກສາຫາລືບັນດາວຽກງານ ທີ່ຈະພ້ອມກັນສືບຕໍ່ປະຕິບັດ ແລະຊອກຫາວິທີທາງແກ້ໄຂບັນຫາຄົງຄ້າງ ເພື່ອນຳສະເໜີແຜນງານຕໍ່ພາກສ່ວນກ່ຽວຂ້ອງ ແລະຕໍ່ອົງການອຸຍເນັສໂກ ຮັບຮອງໃນຕໍ່ໜ້າ.

(ຂ່າວ-ພາບ: ອາພຸດເດດ ບຸບຜາ)

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານກະສິກຳ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ກັບ ສະມາຄົມຊາວກະສີກອນ ແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດຜ່ານມາ ທີ່ ແຂວງອັດຕະປື, ໂດຍມີ ທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ມີທ່ານ ຫງວຽນ ກວາງ ຖຸ໋ຍ ກໍາມະການພັກແຂວງ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສີກອນ ແຂວງກວາງຫງາຍ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ໃນວັນທີ 12 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ ຂອງ ມຽນມາ, ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ ທີ່ ບາງກອກ, ຣາຊະອານາຈັກ ໄທ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ແລະ ທັງເປັນຜູ້ຕາງໜ້າພິເສດ ຂອງ ປະທານອາຊຽນ ກ່ຽວກັບບັນຫາ ມຽນມາ.
ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນລະດັບສູງ ນຳໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມສຶກສາຕອນຕົ້ນນໍ້າມາຍເມືອງວຽງພູຄາ, ແຂວງຫຼວງນໍ້າທາ ເພື່ອຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ (Foundational Learning Improvement Project - FLIP) ພ້ອມທັງໄດ້ພົບປະກັບຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.
ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 9 ກໍລະກົດນີ້ ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຊຶ່ງທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.
ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ໃນວັນທີ 3 ກໍລະກົດ ຜ່ານມາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະ ມົນຕີ ແລະ ໃຫ້ຄຳໝັ້ນສັນຍາວ່າອົສຕຣາລີຈະສືບຕໍ່ສະໜັບສະໜູນບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົສຕຣາລີ ແລະ ສປປ ລາວ.
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ໃນວັນທີ 6 ກໍລະກົດ ຜ່ານມານ ທີ່ນະຄອນຫຼວງໂຣມ ສ ອີຕາລີ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ແຊຈິໂອ ມັດຕາເຣນລາ (H.E. Mr. Sergio Mattarella) ປະທານາທິບໍດີແຫ່ງສາທາລະນະລັດອີຕາລີ ເພື່ອດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິຕາລີ ຊຶ່ງມີສໍານັກງານຕັ້ງຢູ່ເຊີແນວ ປະເທດສະວິດ.
ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 8 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.
ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ໃນ​ວັນ​ທີ 8 ກໍລະກົດນີ້ ທີ່ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້​າຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ​ທ່ານ ອິດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍສາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານສື່ສານ ເພື່ອການປ່ຽນແປງພຶດຕິກຳ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນຂະບວນການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ (ວສຊ) ໃຫ້ວັກຊິນກັນພະຍາດໂປລີໂອ 2025 -2026 ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນານີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ບິລາລ ໂອແຮັງ ເຊັບ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າ ສະຖາບັນ, ກົມ, ສູນ ອ້ອມຂ້ອງກະຊວງສາທາລະນະສຸກ, ສູນກາງຊາວໜຸ່ມ, ສູນກາງສະຫະພັນແມ່ຍິງລາວ, ສື່ມວນຊົນ, ໜ່ວຍງານສົ່ງເສີມສຸຂະພາບ ແລະ ສຸຂະສຶກສາ ຈາກພະແນກສາທາລະນະສຸກແຂວງຈາກທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ