ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພາຍໃນງານມີກິດຈະກໍາເດັ່ນໆເຊັ່ນ: ພິທີທຸບໄຫເຫຼົ້າ, ພິທີຕຳເຂົ້າໜຽວ ສະແດງຄວາມໝັ້ນໜຽວ ແລະ ຄວາມສາມັກຄີ, ການສະແດງສິລະປະ-ວັດທະນະທຳ ລາວ–ຍີ່ປຸ່ນ ເກືອບ 20 ລາຍການ ພ້ອມຮ້ານວາງສະແດງຈາກນັກທຸລະກິດສອງປະເທດ. ການຈັດງານຄັ້ງນີ້, ເປັນສ່ວນໜຶ່ງໃນການສືບຕໍ່ສະເຫຼີມສະຫຼອງ 70 ປີ ສາຍພົວພັນການທູດລາວ-ຍີ່ປຸ່ນ ແລະ ເປັນກ້າວສຳຄັນໃນການຮ່ວມມື.
ທີ່ມາ: ວຽງຈັນໃໝ່
ຄໍາເຫັນ