ສະຫຼອງວັນຝຣັງໂກໂຟນີສາກົນ ປະຈຳປີ 2026

ສະຫຼອງວັນຝຣັງໂກໂຟນີສາກົນ ປະຈຳປີ 2026

ສະຫຼອງວັນຝຣັງໂກໂຟນີສາກົນ ປະຈຳປີ 2026
ໃນຕອນເຊົ້າຂອງວັນທີ 27 ມີນາ ນີ້ ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໂດຍຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ 20 ມີນາປະຈຳປີ 2026 ພາຍໃຕ້ຫົວຂໍ້: “ການປະກອບສ່ວນຂອງຄົນຮຸ່ນໃໝ່ ເພື່ອສົ່ງເສີມສັນຕິພາບ” ຕາມທີ່ທາງອົງການຝຣັງໂກໂຟນີສາກົນ ຫຼຶ ອົງການ OIF ໄດ້ວາງອອກ. ເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີການເຂົ້າຮ່ວມຂອງທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ທ່ານ ນາງ Bénédicte DESCHAMPS ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ບັນດາທູຕານຸທູດທີ່ໃຊ້ພາສາຝຣັ່ງ, ທ່ານ ຜູ້ຕາງໜ້າຈາກຫ້ອງການພາກພື້ນອາຊີ-ປາຊີຟິກຂອງອົງການຝຣັງໂກໂຟນີສາກົນ, ທ່ານຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF), ບັນດາທ່ານ ຜູ້ຕາງໜ້າຈາກກະຊວງຂະແໜງການ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງ, ຕະຫຼອດເຖິງບັນດາຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ພາຍໃນແຂວງຫຼວງພະບາງເຂົ້າຮ່ວມ.
ສະຫອງວນຝຣງໂກໂຟນສາກນ ປະຈຳປ 2026 - image 1
 

ໃນພິທີດັ່ງກ່າວ, ທ່ານຮອງປະທານຄະນະປົກຄອງແຂວງຫຼວງພະບາງ ໄດ້ມີຄໍາເຫັນຕ້ອນຮັບບັນດາແຂກທີ່ມາເຂົ້້າຮ່ວມໃນງານດັ່ງກ່າວ, ພ້ອມທັງໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຮຽນ-ການສອນພາສາຝຣັງໃນແຂວງຫຼວງພະບາງ. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມຫມາຍ ແລະ ຄວາມສຳຄັນຂອງວັນຝຣັງໂກໂຟນີສາກົນ ກໍຄືເນື້ອໃນຫົວຂໍ້ທີ່ສຳຄັນ ສຳລັບການສະເຫຼີມສະຫຼອງວັນດັ່ງກ່າວ ປະຈໍາປີ 2026. ພ້ອມດຽວກັນນັ້ນ, ກໍໄດ້ສະເໜີໃຫ້ຊາບກ່ຽວກັບການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ, ໂດຍສະເພາະການເຄື່ອນໄຫວວຽກງານໂດຍສັງເຂບ ຂອງ ສປປ ລາວ ໃນຂອບວຽກຝຣັງໂກໂຟນີ, ການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຝຣັງໂກໂຟນີ, ພ້ອມທັງ ໄດ້ຕີລາຄາກ່ຽວກັບສະພາບການນໍາໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ສາກົນ, ຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມື ໃນຂອບການຮຽນ-ການສອນພາສາຝຣັ່ງ ຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍຄືຢູ່ ສປປ ລາວ, ລວມທັງຄວາມສຳຄັນໃນການສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ຊາວໝຸ່ມຍິງ-ຊາຍ ທີ່ເວົ້າພາສາຝຣັ່ງ.
ນອກຈາກນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຍົກໃຫ້ເຫັນວ່າປີ 2026 ແມ່ນມີຄວາມໝາຍສໍາຄັນຫຼາຍສໍາລັບ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເປັນປີແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 10, ພ້ອມທັງແມ່ນການຄົບຮອບ 35 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການຝຣັງໂກໂຟນີສາກົນ ແລະ ໃນມໍ່ໆມານີ້ ສປປ ລາວ ກໍໄດ້ຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງທ່ານ ນາງ ລຸ່ຍ ມູຊີກິວາໂລ (Louise Mushikiwabo) ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ ໃນລະຫວ່າງວັນທີ 4-5 ມີນາ 2026 ທີ່ຜ່ານມາ, ການຢ້ຽມຢາມດັ່ງກ່າວ ຖືເປັນໂອກາດດີໃນການຊຸກຍູ້ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອົງການ OIF ແລະ ສປປ ລາວ ພ້ອມທັງເປັນການຊຸກຍູ້ ແລະ ສົ່ງເສີມການຮຽນ-ການສອນພາສາຝຣັ່ງ.

ສະຫອງວນຝຣງໂກໂຟນສາກນ ປະຈຳປ 2026 - image 2
 

ໃນໂອກາດດຽວກັນນີີ້, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກໍໄດ້ກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃນການສົ່ງເສີມການຮຽນການ-ການສອນພາສາຝຣັ່ງ ແລະ ການເຄື່ອນໄຫວວຽກງານຝຣັງໂກໂຟນີ. ນອກຈາກນັ້ນ, ທ່ານຜູ້ຕາງໜ້າຈາກຫ້ອງການພາກພື້ນອາຊີ - ປາຊີຟິກ ຂອງອົງການ OIFກໍໄດ້ປະກອບຄໍາເຫັນ ໃນໂອກາດສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ແລະ ໄດ້ອ່ານບົດຄໍາເຫັນຂອງເລຂາທິການໃຫຍ່ ອົງການ OIF ຊຶ່ງໄດ້ຍົກໃຫ້ເຫັນຄວາມສໍາຄັນໃນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ແລະ ການເຄື່ອນໄຫວວຽກງານຂອງອົງການ OIF ໃນລະດັບພາກພື້ນ ແລະ ສາກົນ, ຕະຫຼອດເຖິງການພົວພັນຮ່ວມມືກັບ ສປປ ລາວ ໃນຂອບວຽກງານຝຣັງໂກໂຟນີເວົ້າລວມ ແລະ ເວົ້າສະເພາະການຮ່ວມມືໃນຂອບການສົ່ງເສີມເສີມການຮຽນ-ການສອນພາສາຝຣັ່ງ ແລະ ໃນວຽກງານຕ່າງໆທີ່ກ່ຽວຂ້ອງ.
ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນ ສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ, ໄດ້ສ້າງຕັ້ງຂຶ້ນໃນວັນທີ 20 ມີນາ 1970 ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ (Agence de Cooperation, Culturelle et Technique ຫຼື ACCT), ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຟຣັງໂກໂຟນີສາກົນ (Organisation Internationale de la Francophonie ຫຼື OIF). ປັດຈຸບັນ,ມີສະມາຊິກທັງໝົດ ຈຳນວນ 90 ປະເທດ ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ແລະ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆຂອງອົງການດັ່ງກ່າວ, ລວມທັງການຮ່ວມມື ໃນການສົ່ງເສີມພາສາຝຣັ່ງ, ຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ການຮ່ວມມືດ້ານເສດຖະກິດ ແລະ ດີຈີຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນພາສາຝຣັ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະແມ່ນໄດ້ມີການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູ-ອາຈານ ແລະ ການພັດທະນາຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະມັດທະຍົມ, ລວມທັງໃນສະຖາບັນການສຶກສາລະດັບສູງ. ນອກຈາກນີ້, ຍັງໄດ້ມີການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ສາທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່ມວນຊົນ, ການພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວສານແລະ ອື່ນໆ. ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ