ສະຫຼອງວັນຄົນພິການແຫ່ງຊາດແລະສາກົນ

ສະຫຼອງວັນຄົນພິການແຫ່ງຊາດແລະສາກົນ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການພັດທະນາສາກົນ ປະເທດສະ ຫະລັດອາເມລິກາ (USAID) ແລະ ອົງການ ສະຫະປະຊາຊາດ ປະຈໍາ ສປປ ລາວ (UNDP), ສະມາຄົມຄົນພິການແຫ່ງຊາດລາວ ໄດ້ຈັດພະທີສະເຫຼີມສະຫຼອງວັນຄົນພິການ ແຫ່ງຊາດ ແລະ ສາກົນ ຂຶ້ນໃນວັນທີ 16 ທັນວາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດຂອງ ທ່ານ ແສງອາລຸນ ຫຼວງຣາຊ, ຮັກສາການຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ (ຮັກສາການ ຫົວຫນ້າກອງເລຂາຄະນະກຳມະການແຫ່ງຊາດເພື່ອຄົນພິການ);  ທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົມຄົນພິການແຫ່ງຊາດລາວ; ມີທ່ານຜູ້ຕາງໜ້າຈາກຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 
ການສະເຫຼີມສະຫຼອງງານຄັ້ງນີ້ ແມ່ນພາຍໃຕ້ຫົວຂໍ້ ສາມັກຄີຮ່ວມກັນປະຕິບັດງານເພື່ອຊ່ວຍເຫຼືອ ແລະ ບັນລຸເປົ້າໝາຍພັດທະນາແບບຍືນຍົງເພື່ອຄົນທີ່ມີຄວາມພິການ, ຮ່ວມກັບຄົນທີ່ມີຄວາມພິການ ແລະ ດ້ວຍຄົນທີ່ມີຄວາມພິການເອງ (United in action to rescue and achieve the SDGs for, with and by persons with disabilities) ໃນຫົວຂໍ້ນີ້ແມ່ນເນັ້ນໜັກໃສ່ການມີສ່ວນຮ່ວມ ແລະ ການເຂົ້າເຖິງສ່ວນບຸກຄົນຂອງຄົນພິການທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ.
ພາຍໃນງານພາກເຊົ້າມີກິດຈະກຳແຂ່ງຂັນກິລາແມ່ນຈັດຢູ່ທີ່ ສູນການແພດຟື້ນຟູໜ້າທີ່ການ ແລະ ມີກິດຈະກໍາຫຼາຍຢ່າງເຊັ່ນ:ການແຂ່ງຂັນກິລາບານບ້ວງລໍ້ເລື່ອນ, ເຕະບານຄົນພິການຕາ, ບອກເຊ່ຍ, ໂກນບານ ແລະ ເປຕັງ. ໃນສູນການຄ້າພາກຊັນ ມີການວາງສະແດງຈາກຫຼາຍອົງການ ຈັດຕັ້ງ ເພື່ອຄົນທີ່ມີຄວາມພິການ, ເພື່ອສະແດງໃຫ້ເຫັນຄວາມພະຍາຍາມຂອງຄົນທີ່ມີຄວາມພິການຢູ່ລາວ ໃນການປັບປຸງຊີວິດ ແລະ ຄວາມເປັນຢູ່. ນອກນັ້ນ ຍັງມີການສະແດງອີກຫຼາຍປະເພດເຊັ່ນ: ການສະແດງຟ້ອນລໍ້ເລື່ອນ, ການຮ້ອງເພງ, ການຫຼິ້ນເກມ, ການເຕັ້ນພາສາມື, ການເຕັ້ນ K-pop, ແລະ ເວທີສົນທະນາກ່ຽວກັບການຈ້າງງານແບບມີສ່ວນຮ່ວມ.ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ