ສະຫຼຸບການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງ

ສະຫຼຸບການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງ

ສະຫຼຸບການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງ
ກອງທຶນການສຶກສາສາເພື່ອການພັດທະນາ (EDF-Lao) ໄດ້ດໍາເນີນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ ໄລຍະ 3 ນັບແຕ່ປີ 2020 - 2024

ໂດຍຜ່ານກິດຈະກໍາຕ່າງໆທີ່ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ແລະ ກອງທຶນການສຶກສາເພື່ອການພັດທະນາ (EDF-Lao) ປະຈໍາ ສປປ ລາວ ເຊິ່ງໃນຕອນເຊົ້າຂອງວັນທີ 21 ເມສາ 2025 ແມ່ນໄດ້ຈັດກອງປະຊຸມສະຫຼຸບ 5 ປີຂອງວຽກງານດັ່ງກ່າວຂຶ້ນຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຕໍາມ່ວນ.

ທ່ານ ອຸດຕະມະ ຈັນນີຍາວົງ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດກອງປະຊຸມແມ່ນເພື່ອສະຫຼຸບທ້າຍກອງທຶນການສຶກສາສາເພື່ອການພັດທະນາ ແລະ ຄົ້ນຄວ້າບົດບັນທຶກຄວາມເຂົ້າໃຈເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຫຼື ສືບຕໍ່ໄລຍະ 4. ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບ 5 ປີຜ່ານມາ ຊຶ່ງໄດ້ຢັ້ງຢືນເຖິງຜົນງານ, ຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດກອງທຶນ ພ້ອມທັງມີການປະກອບຄໍາຄິດເຫັນຈາກບັນດາຜູ້ແທນກອງປະຊຸມໂດຍສຸມໃສ່ 4 ວຽກຫຼັກຄື: ການສະໜອງ ແລະ ມອບທຶນການສຶກສາໃຫ້ນັກຮຽນ, ການກໍ່ສ້າງໂຄງຮ່າງພື້ນຖານ, ການສະໜອງອຸປະກອນການຮຽນ - ການສອນ, ການມອບ-ຮັບ ແລະ ນໍາໃຊ້ລົດຖີບ, ການຕິດຕາມ ແລະ ປະເມີນຜົນ.

ສໍາລັບການນໍາໃຊ້ງົບປະມານໃນໄລຍະ 5 ປີຜ່ານມາ (ນັບແຕ່ປີ 2020 – 2024) ແມ່ນສຸມໃສ່ 6 ກິດຈະກໍາຕົ້ນຕໍຢູ່ໃນ 4 ແຂວງເປົ້າໝາຍຄື: ກິດຈະກໍາທີ 1 ສະໜອງທຶນການສຶກສາໃຫ້ແກ່ນັກຮຽນຜູ້ທຸກຍາກໃນຊັ້ນມັດທະຍົມສຶກສາຕອນຕົ້ນແຕ່ ມ1 ຫາ ມ4 ແລະ ທຶນສືບຕໍ່ຮຽນ ມ5 ຫາ ມ7 ໃນເຂດເປົ້າໝາຍ 4 ແຂວງ ອົງການສາມາດສະໜອງທຶນການສຶກສາໃນ 04 ແຂວງ 23 ເມືອງເປົ້າໝາຍໃຫ້ນັກຮຽນທຸກຍາກ,ກໍາພ້າ,ພໍ່ແມ່ປະຮ້າງ ສາມາດເຂົ້າຮຽນເປັນຈໍານວນ 13,447 ທຶນ; ກິດຈະກໍາທີ 2 ສະໜອງລົດຖີບໃຫ້ແກ່ນັກຮຽນຜູ້ທີ່ທຸກຍາກບ້ານຫ່າງໄກຈາກໂຮງຮຽນ ສາມາດສະໜອງລົດຖີບໄດ້ຈໍານວນທັງໝົດ 836 ຄັນ; ກິດຈະກໍາທີ 3 ກໍ່ສ້າງຫ້ອງຮຽນມັດທະຍົມຕອນຕົ້ນຕິດແປະ ໃນປີ 2020 ໄດ້ສໍາເລັດການກໍ່ສ້າງອາຄານຮຽນ 1 ຫຼັງປະກອບດ້ວຍ 3 ຫ້ອງຮຽນ, ໃນປີ 2022 ໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ອີກ 2 ຫ້ອງຮຽນ; ກິດຈະກໍາທີ 4 ສາມາດສະໜອງຕູ້ສະໝຸດພ້ອມປຶ້ມອ່ານຈໍານວນທັງໝົດ 352 ຕູ້; ກິດຈະກໍາທີ 5 ສາມາດສະໜອງທຶນວິຊາຊີບຄູ ຈໍານວນ 123 ທຶນ; ກິດຈະກໍາທີ 6 ສະໜອງອຸປະກອນທີ່ຈໍາເປັນເພື່ອຮັບໃຊ້ເຂົ້າໃນການຮຽນ-ການສອນໃນໂຮງຮຽນ ສາມາດສະໜອງອຸປະກອນເຄື່ອງຮຽນຈໍານວນ 63 ຊຸດ, ອຸປະກອນກິລາຈໍານວນ 48 ຊຸດ, ຊຸດຂອງຂວັນນັກຮຽນຈໍານວນ 315 ຊຸດ. ລວມງົບປະມານທັງໝົດ 4 ແຂວງທີ່ນໍາໃຊ້ຕົວຈິງເຂົ້າໃນ 6 ກິດຈະກໍາຫຼັກແມ່ນ 1,306,330 ໂດລາສະຫະລັດ ເທົ່າກັບ 70.13%. ໃນນັ້ນ, ແຂວງຄໍາມ່ວນມີເມືອງເປົ້າໝາຍ 10 ເມືອງຄື: ທ່າແຂກ, ໜອງບົກ, ເຊບັ້ງໄຟ , ມະຫາໄຊ, ຍົມມະລາດ, ໄຊບົວທອງ, ບົວລະພາ, ນາກາຍ, ຫີນບູນ ແລະ ຄູນຄໍາ; ແຂວງສະຫວັນນະເຂດມີ 1 ນະຄອນ 6 ເມືອງຄື: ນະຄອນໄກສອນ ພົມວິຫານ,ຈໍາພອນ, ອຸທຸມພອນ, ສອງຄອນ, ຊົນບູລີ, ທ່າປາງທອງ ແລະ ໄຊບູລີ; ແຂວງສາລະວັນມີ 4 ເມືອງຄື: ສາລະວັນ, ເລົ່າງາມ, ຄົງເຊໂດນ ແລະ ວາປີ; ແຂວງເຊກອງ ມີ 2 ເມືອງຄື: ເມືອງລະມ່າມ ແລະ ເມືອງທ່າແຕງ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວສືກສາ-ກິລາ

 ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ຈັດງານແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສກລ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ, ມີຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນພັດທະນາກຳມະບານ, ມີຕາງໜ້າສະຫະພັນກໍາມະບານກະຊວງ-ອົງ ການ, ນະຄອນຫຼວງວຽງຈັນ (ນວ), ມີບັນດານັກກິລາ ພ້ອມດ້ວຍຜູ້ຊົມ-ເຊຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ມັງກອນຜ່ານມາ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ໂດຍມີພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວ ເຮົານຳໂດຍທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ). ນອກນີ້, ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວຈາກການແຂ່ງຂັນ.
ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ (ນວ) ໂຮງຮຽນປະຖົມສົມບູນພອນນະພາ ຈັດຂຶ້ນເມື່ອບໍ່ດົນມານີ້, ມີທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ບັນດາຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ຄະນະນັກສຶກສາຈີນ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະສັງສັນສະຫຼອງບຸນກຸດຈີນ 2026 ຂຶ້ນຢ່າງເປັນທາງການໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນໃຫຍ່ ມຊ ທັງເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ; ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານ ວົງສິນ ໃຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ; ທ່ານ ຄຳແກ້ວ ຮັນຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ທັບນັກຊູດບານບ້ວງສາວຄົນພິການທີມຊາດລາວ ລົງສະໜາມໃນນັດທີ 2 ໃນຕອນບ່າຍວັນທີ 19 ມັງກອນນີ້ ໄລ່ເອົາຊະນະ ສາວຄົນພິການຟີລິບປິນ 8-5 ຄະແນນ ຕໍ່ຄວາມຫວັງທີ່ຈະໄດ້ແກ້ມືກັບເຈົ້າພາບໄທ ໃນຮອບຊີງຫຼຽນຄຳ ງານກິລາອາຊຽນ ພາຣາເກມ 2025.
2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ໃນ 4 ແຂວງເປົ້າໝາຍ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ.
ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ໃນວັນທີ 14 ມັງກອນ 2026 ທີ່ສະໜາມກິລາແຂວງອຸດົມໄຊ ໄດ້ຈັດຈັດງານແຂ່ງຂັນກິລາພື້ນເມືອງ (ໝາກຂ່າງ) ໃນງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງອຸດົມໄຊ ປະຈຳປີ 2026 ໂດຍການ ເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຮອງປະທານຈັດງານບຸນບັນດາເຜົ່າ.
ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານທີ່ພົ້ນເດັ່ນປະຈໍາປີ 2025 ວ່າ: ໃນສົກຮຽນປີ 2024-2025 ຜ່ານມາ,
ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ວັນທີ 8 ມັງກອນຜ່ານມານີ້ ຢູ່ທີເດີນກິລາເມືອງເງິນ ແຂວງ ໄຊຍະບູລີໄດ້ເປີດງານແຂ່ງຂັນກິລາປະຈຳປີ 2026 ຂອງເມືອງເງິນຂຶ້ນ,ພາຍໃຕ້ການເປັນປະທານຂອງທ່ານ ອຸ່ນຄຳ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງເງິນ.
ເພີ່ມເຕີມ