ສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງຂັນຍິງປືນ ທີ່ຣາຊະອານາຈັກໄທ

ສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງຂັນຍິງປືນ ທີ່ຣາຊະອານາຈັກໄທ
ກອງຍິງປືນ 199 ໄດ້ຈັດພິທີສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງຂັນຍິງປືນ ທາງດ້ານຍຸດທະວິທີກອງທັບອາຊຽນຄັ້ງທີ 31 ທີ່ຣາຊະອານາຈັກໄທ ຂຶ້ນໃນວັນທີ 8 ກຸມພາຜ່ານມາ ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ຄະນະຮັບຜິດຊອບ ແລະ ນັກກິລາເຂົ້າຮ່ວມ.
    ສະຫາຍ ພັນໂທ ສຳລານ ພົນຍ້ຽມ ຫົວໜ້າຄະນະຮັບຜິດຊອບນັກກິລາ ໄດ້ຜ່ານບົດສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງຂັນຍິງປືນ ທາງດ້ານຍຸດທະວິທີກອງທັບອາຊຽນຄັ້ງທີ 31 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບໂດຍປະຕິບັດຕາມແຜນການທີ່ຂັ້ນເທິງອະນຸມັດ ກົມກອງໄດ້ຈັດແບ່ງຊັບຊ້ອນນັກກິລາເຂົ້ານອນສະໜາມມີຄະນະພັກ-ຄະນະກອງຮ້ອຍ ແລະ ຄູຝຶກເປັນຜູ້ຮັບຜິດຊອບຕິດຕາມການຝຶກຊ້ອມຢ່າງເປັນປົກກະຕິ ສ້າງໄດ້ຄວາມສາມັກຄີ ແລະ ເປັນລະບຽບຮຽບຮ້ອຍດີ, ມີຄວາມສະຫງົບເປັນພື້ນຖານ, ຄູຝຶກ ແລະ ນັກກິລາມີຄວາມຫ້າວຫັນເປັນຈິດໜຶ່ງໃຈດຽວສາມາດຍາດໄດ້ຜົນສໍາເລັດ. ໃນນີ້ໄດ້ຮັບຫຼຽນຄຳ 10 ສະຫາຍ, ຫຼຽນເງິນ 6 ສະຫາຍ, ຫຼຽນທອງ 8 ສະຫາຍ, ໄດ້ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ກົມກອງລວມໝູ່, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ແກ່ຄູຝຶກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແລະ ມອບເງິນລາງວັນໃຫ້ນັກກິລາຕາມແຕ່ປະເພດຕື່ມອີກຢ່າງສົມກຽດ.
    ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຝຶກຝົນຫຼໍ່ຫອມທາງດ້ານພະ ລະກຳລັງ, ການຝຶກຊ້ອມ ແລະ ຄວາມເອົາໃຈໃສ່ຂອງຂັ້ນເທິງຢ່າງໃກ້ຊິດ, ອັນໄດ້ສ້າງໃບໜ້າໃໝ່ໃຫ້ແກ່ກອງທັບປະຊາຊົນລາວ ໂດຍສະເພາະກົມໃຫຍ່ເສນາທິການກອງທັບ ແລະ ຍັງຊ່ວຍພັດທະນາກອງທັບປະຊາຊົນລາວ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.
    ຂ່າວ-ພາບ: ເຊໂປນ ມະໂນກຸນ

ຄໍາເຫັນ

ຂ່າວການຮ່ວມມື

ໜັງສືພິມປະຊາຊົນ ຕ້ອນຮັບຄະນະສື່ມວນຊົນ ສປ ຈີນ

ໜັງສືພິມປະຊາຊົນ ຕ້ອນຮັບຄະນະສື່ມວນຊົນ ສປ ຈີນ

ໃນວັນທີ 11 ກໍລະກົດ ຜ່ານມາ ທີ່ໜັງສືພິມປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບການມາຢ້ຽມຢາມແລະພົບປະຂອງຄະນະສື່ມວນຊົນສູນສື່ສານອາຊີ-ປາຊີຟິກ ກົມພາສາຕ່າງປະເທດ ແລະ ພິມຈໍາໜ່າຍປຶ້ມແຫ່ງປະເທດຈີນ ຊຶ່ງນໍາໂດຍທ່ານ ອ້ວງ ຫານຟີ້ງ(Wang Hanping) ຮອງສູນສື່ສານຫົວໜ້າສູນການສື່ສານອາຊີ-ປາຊີຟິກ ກົມພາສາຕ່າງປະເທດ ແລະ ການພິມຈໍາໜ່າຍປຶ້ມແຫ່ງປະເທດຈີນ ພ້ອມດ້ວຍຄະນະ. ການມາຢ້ຽມຢາມຄັ້ງນີ້ໂດຍປະຕິບັດຕາມໜັງສືເຊີນຂອງໜັງສືພິມປະຊາຊົນສຽງຂອງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ເພື່ອພົບປະກັບໜັງສືພິມປະຊາຊົນ ແລະ ເຄື່ອນໄຫວເກັບກໍາຂ່າວ, ສ້າງສາລະຄະດີຈີນ-ອາຊຽນຮ່ວມກັນຂ້າມພູທະເລ ໃນລະຫວ່າງວັນທີ 9-12 ກໍລະກົດ 2025.
ປະທານປະເທດ ຕ້ອນຮັບຄະນະພະນັກງານການນໍາໜຸ່ມ 3 ປະເທດລາວ-ຫວຽດນາມ-ກໍາປູເຈຍ

ປະທານປະເທດ ຕ້ອນຮັບຄະນະພະນັກງານການນໍາໜຸ່ມ 3 ປະເທດລາວ-ຫວຽດນາມ-ກໍາປູເຈຍ

ໃນວັນທີ 14 ກໍລະກົດ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະເພາະ ໂດຍການເປັນເຈົ້າພາບ ແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ວັນທີ 10 ມິຖຸນາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົສຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ຣັດດເຊຍ, ສ ເກົາຫຼີ, ສ ອາເມຣິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ໃນວັນທີ 10 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ ຫໍປະຊຸມແຫ່ງຊາດ ກົວລາລຳເປີ ປະເທດ ມາເລເຊຍ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bui Thanh Son ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ IWAYA Takeshi ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.​
ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ ເກົາຫຼີ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ກໍລະກົດ ຜ່ານມາ.
ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

​ໃນ​ວັນ​ທີ 10 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ທີ່ ມາເລເຊຍ.
ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ໃນວາລະການດຳເນີນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໃນວັນທີ 9 ກໍລະກົດ ຜ່ານມານີ້ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 9 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ຫວ່າງມໍ່ໆມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.
​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (ແບບຄົບຄະນະ ແລະ ແບບວົງແຄບ) ຊຶ່ງມີພິທີເປີດຢ່າງເປັນທາງການໃນວັນທີ 9 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ. ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ
ເພີ່ມເຕີມ