ສຳເລັດກິດຈະກຳຕັ້ງຄ້າຍ “ສວນວັດທະນະທຳຈີນ” ທີ່ສະຫວັນນະເຂດປີ 2023 

ສຳເລັດກິດຈະກຳຕັ້ງຄ້າຍ “ສວນວັດທະນະທຳຈີນ” ທີ່ສະຫວັນນະເຂດປີ 2023 

ສະມາຄົມມິດຕະພາບຕ່າງປະເທດ ສປ ຈີນ ມະຫາວິທະຍາໄລຫົວສຽວ (HUA QIAO) ສປ ຈີນ ແລະ ໂຮງຮຽນຈີນຈຸງເຕັກໄດ້ສຳເລັດກິດຈະກຳຕັ້ງຄ້າຍ “ສວນວັດທະນະທຳຈີນ” ທີ່ສະຫວັນນະເຂດ ສປປ ລາວ ປີ 2023 ໃນວັນທີ 24 ຕຸລາຜ່ານມາ, ພາຍຫຼັງດຳເນີນມາເປັນເວລາ 12 ວັນ, ເປັນກຽດເຂົ້າຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ, ມີທ່ານນາງ ວິລະຄຳ ສະຫວັນວາລີ ປະທານໂຮງຮຽນຈີນຈຸງເຕັກ, ທ່ານ ຖູອຸ່ຍ ຫົວໜ້າພະແນກການສຶກສາພາສາຈີນ ມະຫາວິທະຍາໄລຫົວສຽວ, ມີບັນດາແຂກຖຶກເຊີນ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານນາງ ວິລະຄຳ ສະຫວັນວາລີ ກ່າວວ່າ: 12 ມື້ທີ່ຜ່ານມາ, ພວກເຮົາໄດ້ເຕົ້າໂຮມກັນທີ່ຄ້າຍ“ສວນວັດທະນະທຳຈີນ” ເພື່ອສຶກສາແລກປ່ຽນ ຮຽນຮູ້ຊຶ່ງກັນ ແລະ ກັນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພາກສ່ວນຕ່າງໆ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຮັດໃຫ້ເກີດກິດຈະກຳຕັ້ງຄ້າຍໃນຄັ້ງນີ້ຂຶ້ນ ໂດຍສະ ເພາະສະມາຄົມມິດຕະພາບຕ່າງປະເທດ ສປ ຈີນ ທີ່ເປັນເຈົ້າພາບຈັດກິດຈະກຳດີໆໃນຄັ້ງນີ້ຂຶ້ນ ພ້ອມດ້ວຍພາກສ່ວນຕ່າງທີ່ກ່ຽວຂ້ອງ ທີ່ໃຫ້ການສະໜັບສະໜູນໃນທຸກໆດ້ານ, ຂໍຂອບໃຈມະຫາວິທະຍາໄລຫົວສຽວ ທີ່ໄດ້ນຳເອົາທີມງານຄູສອນທີ່ມີຄວາມຮູ້-ຄວາມສາມາດ ເພື່ອໃຫ້ນັກຮຽນໄດ້ສຳຜັດ ແລະ ເຂົ້າເຖິງມົນສະເໜ່ຂອງວັດທະນະທຳຈີນຢ່າງແທ້ຈິງ ພ້ອມທັງໄດ້ເອົາໃຈໃສ່ທຸ້ມເທເຮັດໃຫ້ກິດຈະກຳການຮຽນ-ການສອນ ໃນການຕັ້ງຄ້າຍຄັ້ງນີ້ດຳເນີນໄປຢ່າງຈົບງາມ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ.
    ທ່ານ ຖູອຸ່ຍ ກ່າວວ່າ: ໃນ 12 ວັນຂອງການຮຽນຮູ້ໃນຄ້າຍ “ສວນວັດທະນະທຳຈີນ” ຊຶ່ງນັກຮຽນທັງໝົດ 377 ຄົນທີ່ເຂົ້າຮ່ວມໃນກິດຈະກຳນີ້ ແມ່ນເປັນຄັ້ງທຳອິດທີ່ພວກເຮົາມາປະເທດລາວ, ໄດ້ມີການຈັດສຳມະນາບັນ ຍາຍກ່ຽວກັບການໄປສຶກສາຕໍ່ ຢູ່ທີ່ມະຫາວິທະຍາໄລຫົວສຽວໃຫ້ນັກຮຽນຊັ້ນ ມ.5 ເຖິງ ມ.7 ໄດ້ຮັບຮູ້ຂໍ້ມູນຂ່າວ ສານ, ໂດຍທາງມະຫາວິທະຍາໄລ ຍັງຈະສືບຕໍ່ສ້າງຈຸດຮັບສະໝັກນັກຮຽນ ເພື່ອໄປຮຽນຕໍ່ທີ່ມະຫາວິທະຍາໄລຫົວສຽວ ທີ່ໂຮງຮຽນຈີນຈຸງເຕັກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການກະກຽມສ້າງຈຸດຝຶກງານ ໃຫ້ກັບນັກສຶກສາຂອງມະຫາວິທະຍາໄລຫົວສຽວອີກດ້ວຍ. ນອກນີ້ຍັງຈະມີການຈັດສົ່ງນັກສຶກສາທີ່ມີພອນສະຫວັນ ມາຮຽນທີ່ໂຮງຮຽນຈີນຈຸງເຕັກ ເພື່ອສ້າງໂອກາດໃຫ້ນັກຮຽນໄດ້ໄປສຶກສາຕໍ່ໃນປະເທດຈີນຫຼາຍຂຶ້ນ.
ໃນພິທີໄດ້ມີການລົງນາມເຊັນບົດບັນທຶກການຮ່ວມມືລະຫວ່າງໂຮງຮຽນຈີນຈຸງເຕັກ ແລະ ມະຫາວິທະຍາ ໄລຫົວສຽວ, ມີການມອບຂອງທີ່ລະນຶກໃຫ້ຄະນະຄູຈາກມະຫາວິທະຍາໄລຫົວສຽວ, ມອບໃບຢັ້ງຢືນໃຫ້ແກ່ນັກຮຽນ ພ້ອມນີ້ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຕື່ມອີກ.   ຂ່າວ: ສະຫວັນນະເຂດ

ຄໍາເຫັນ

ຂ່າວການຮ່ວມມື

ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ກອງປະຊຸມສໍາມະນາລະດັບສາກົນຂອງເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນຄັັ້ງທີ 23 ພາຍໃຕ້ຫົວ ຂໍ້ "ການຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂໂດຍອີງໃສ່ທໍາມະຊາດ (NbS), ວິທີການອີງໃສ່ລະບົບ ນິເວດ (EbA) ແລະ ກົນໄກການສະໜອງທຶນທີ່ຍືນຍົງສໍາລັບ NbS" ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດກ່າວເປີດກອງປະຊຸມສຳມະນາດັ່ງກ່າວຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF), ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງ ໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ໃນວັນທີ 5 ສິງຫາ ນີ້ ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຂອງສອງປະເທດ ໃຫ້ເລິກຊຶ່ງກວ່າເກົ່າ. ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ໃນວັນທີ 1 ສີງຫາຜ່ານມາ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.
ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28 (AWG-FPD28) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ສິງຫາ ນີ້ ທີ່ ໂຮງແຮມ ສຸພັດຕາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ,ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ໂດຍການເປັນປະທານ ຂອງ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາ ຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດນາມບັນດາເຜົ່າ ມີມູນເຊື້ອຮັກຊາດ, ຄວາມສາມາຄີ ແລະ ພິລະອາກຫານໃນການຕໍ່ສູ້ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຂະບວນວິວັດແຫ່ງປະຫວັດສາດອັນຮຸ່ງເຮືອງເຫຼືອງເຫຼື້ອມ, ພີ່ນ້ອງຮ່ວມຊາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ – ທີ່ຖືກເອີ້ນວ່າ “ຫວຽດກ່ງວ” ໄດ້ເປັນພາກສ່ວນໜຶ່ງທີ່ເປັນຮ່າງກາຍຊອງຊາດ ທີ່ບໍ່ສາມາດແຍກອອກໄດ້. ເຖິງຈະດຳລົງຊີວິດຢູ່ໄກຈາກແຜ່ນດິນແມ່, ແຕ່ຈິດໃຈຮັກຊາດ, ຈິດວິນຍານຂອງຊາດ ຄວາມຜູກພັນກັບປະເທດຊາດ ເປັນສາຍໄຍອັນສະໜິດແໜ້ນທີ່ເປັນໝາກຫົວໃຈຊາວຫວຽດນາມນັບລ້ານໆ ທີ່ອາໄສໃນຕ່າງແດນຮ່ວມກັນປັນໜຶ່ງດຽວ.
ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ວັນທີ 31 ກໍລະກົດ ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ນະຄອນຫຼວງມົສກູ ສ ຣັດເຊຍ.
ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947-27/7/2025), ໃນວັນທີ 27 ກໍລະກົດນີ້, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ນໍາໂດຍທ່ານ ນາງ ຕ້າເຟືອງຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ26 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ເພີ່ມເຕີມ