ສຳເລັດກອງປະຊຸມຄະນະກຳມາທິການປະສານງານWAIPA ຄັ້ງທີ 3

ສຳເລັດກອງປະຊຸມຄະນະກຳມາທິການປະສານງານWAIPA ຄັ້ງທີ 3
ກອງປະຊຸມຄະນະກຳມາທິການປະສານງານWAIPA ຄັ້ງທີ 3 ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນວັນທີ 6 ກຸມພານີ້ ທີ່ນະຄອນຫຼວງວຽງຈັນສປປ ລາວ ຊຶ່ງໃຫ້ກຽດກ່າວເປີດກອງປະຊຸມ ໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ,ເປັນກຽດໃນພິທີປິດກອງປະຊຸມໃນວັນດຽວກັນ ໂດຍທ່ານນາງ ທຸມມາລີ ວົງພະຈັນປະທານກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດລາວປະທານ WAIPA, ທ່ານນາງສີຕິໂຣໄຊເມຣິຢັນຕິດາໂຕະຮາຈິອັບດຸນຣາມານເລຂາທິການໃຫຍ່ໄອປາ,ບັນດາທ່ານສະມາຊິກລັດຖະສະພາໄອປາ ພ້ອມດ້ວຍບັນດາທ່ານແຂກຖືກເຊີນເຂົ້າຮ່ວມ.
ທ່ານນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ຫົວຂໍ້“ສົ່ງເສີມລັດຖະສະພາເອົາໃຈໃສ່ບົດບາດຍິງ-ຊາຍເພື່ອປະຊາຄົມອາຊຽນທີ່ເຂັ້ມແຂງ, ເຊື່ອມຈອດແລະກວມລວມ”, ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງ ເຖິງຄວາມສຳຄັນໃນຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດາສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ(AIPA)ຕໍ່ການຊຸກຍູ້ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍແລະປະຕິບັດນະໂຍບາຍເອົາໃຈໃສ່ຕໍ່ບັນຫາບົດບາດຍິງ-ຊາຍ. ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າຄວາມສະເໝີພາບລະຫວ່າງຍິງ-ຊາຍຈະບັນລຸໄດ້ກໍຕໍ່ເມື່ອແມ່ຍິງມີໂອກາດເທົ່າທຽມກັບເພດຊາຍໃນການມີສ່ວນຮ່ວມຢ່າງແທ້ຈິງໃນດ້ານການເມືອງແລະໄດ້ຮັບການບັນຈຸຢູ່ໃນຕຳແໜ່ງນຳພາ-ຕັດສິນບັນຫາເພີ່ມຂຶ້ນ.ຕະຫຼອດໄລຍະການພິຈາລະນາໃນກອງປະຊຸມ, ພວກເຮົາຍັງໄດ້ຮັບຮູ້ວ່າການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ແທ້ຈິງຮຽກຮ້ອງໃຫ້ສະມາຊິກລັດຖະສະພາທັງຍິງແລະຊາຍ ຕ້ອງມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືໃນວຽກງານດັ່ງກ່າວດ້ວຍຄວາມມຸ່ງໝັ້ນແລະຄວາມຮັບຜິດຊອບຮ່ວມກັນທີ່ຈະແກ້ໄຂບັນຫາ,ທັບມ້າງສິ່ງກີດຂວາງຕໍ່ແມ່ຍິງແລະສົ່ງເສີມການມີສ່ວນຮ່ວມ ເຂົ້າໃນຂະບວນການຕັດສິນບັນຫາຂອງລັດຖະສະພາ;ເນື່ອງຈາກເຫັນໄດ້ຄວາມສຳຄັນດັ່ງກ່າວ, ຂ້າພະເຈົ້າຈຶ່ງຢາກຊຸກຍູ້ໃຫ້ມີການຮ່ວມມືແລະປຶກສາຫາລື, ເຮັດວຽກຮ່ວມກັນ ລະຫວ່າງສະມາຊິກລັດຖະສະພາທັງຍິງ ແລະ ຊາຍ,ກໍຄືບັນດາອົງການຈັດຕັ້ງທັງພາກລັດ, ອົງການຈັດຕັ້ງສັງຄົມແລະພາກສ່ວນກ່ຽວຂ້ອງ ຢ່າງຕໍ່ເນື່ອງ ແລະ ຫຼາຍຂຶ້ນເພື່ອສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແມ່ຍິງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການທາງການເມືອງ, ຢູ່ໃນບົດບາດການເປັນຜູ້ນຳ, ຕັດສິນບັນຫາສຳຄັນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຂົງເຂດອື່ນໆ, ປະກອບສ່ວນຢ່າງແຂງຂັນເຂົ້າໃນການພັດທະນາປະເທດຊາດ ກໍຄືພາກພື້ນອາຊຽນຂອງພວກເຮົາ; ໂອກາດທີ່ສຳຄັນນີ້, ທ່ານນາງ ທຸມມາລີ ວົງພະຈັນ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງແຜນການປະຕິບັດງານWAIPA (PoA) ແລະ ກອບການຈັດຕັ້ງປະຕິບັດການມີສ່ວນຮ່ວມທາງການເມືອງແລະ ການເປັນຜູ້ນໍາຂອງແມ່ຍິງ,ແຜນ ແລະ ຂອບວຽກເຫຼົ່ານີ້, ໄດ້ຮັບການສ້າງຂຶ້ນຈາກຄວາມພະຍາຍາມຮ່ວມກັນຂອງພວກເຮົາ ເປັນການສະໜອງແຜນວຽກຢ່າງຮອບດ້ານເພື່ອກ້າວໄປສູ່ການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການສົ່ງເສີມການມີສ່ວນຮ່ວມທາງການເມືອງຂອງແມ່ຍິງ, ທັງເປັນເອກະສານແນະນຳ ທີ່ສ້າງແຮງບັນດານໃຈແລະສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ເພື່ອຮັບປະກັນວ່າບັນດານະໂຍບາຍ, ກົດໝາຍ, ນິຕິກຳແລະການຈັດຕັ້ງປະຕິບັດຕົວຈິງໃຫ້ເອົາໃຈໃສ່ຕໍ່ບັນຫາບົດບາດຍິງ-ຊາຍ ແມ່ນໄດ້ຝັງຢູ່ໃນລະບົບລັດຖະສະພາອາຊຽນ.
ກອງປະຊຸມຄະນະກໍາມາທິການປະສານງານWAIPA ຄັ້ງນີ້ ຍັງຮັບຮູ້ນຳກັນວ່າ ວຽກງານຂອງພວກເຮົາຍັງບໍ່ໄດ້ສິ້ນສຸດລົງພຽງແຕ່ໃນມື້ນີ້ເທົ່ານັ້ນ. ບັນດາຂໍ້ສັງເກດ, ຄຳຄິດເຫັນແລະຂໍ້ສະເໜີແນະທີ່ໄດ້ສັງລວມຢູ່ໃນການປະຊຸມຄັ້ງນີ້ຈະນຳໄປພິຈາລະນາຕື່ມອີກໃນວາລະກອງປະຊຸມAIPA ຄັ້ງທີ45. ກອງປະຊຸມດັ່ງກ່າວຈະເປັນເວທີສຳຄັນໃຫ້ພວກເຮົາມີສ່ວນຮ່ວມໃນການສົນທະນາ, ປຶກສາຫາລືຢ່າງເລິກເຊິ່ງ, ມີໂອກາດໄດ້ແບ່ງປັນການຈັດຕັ້ງປະຕິບັດທີ່ດີແລະ ວາງຍຸດທະສາດຮ່ວມກັນ ກ່ຽວກັບວິທີການຈັດຕັ້ງປະຕິບັດ, ມາດຕະການແລະ ຄໍາແນະນໍາຢ່າງມີປະສິດທິພາບ; ສຸດທ້າຍນີ້, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ພວກເຮົາຈະມີສ່ວນຮ່ວມ, ໃຫ້ການຮ່ວມມືແລະ ມຸ່ງໝັ້ນປະຕິບັດຕາມຄຳໝັ້ນສັນຍາໃນຄັ້ງນີ້ເພື່ອສົ່ງເສີມລັດຖະສະພາເອົາໃຈໃສ່ບັນຫາບົດບາດຍິງ-ຊາຍ, ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງແລະສ້າງອະນາຄົດທີ່ທຸກຄົນໄດ້ມີສ່ວນຮ່ວມຢ່າງແທ້ຈິງ. ການມີສ່ວນຮ່ວມຢ່າງຫ້າວຫັນຂອງບັນດາທ່ານເປັນສິ່ງສໍາຄັນໃນການຫັນປ່ຽນຄວາມມຸ່ງຫວັງຂອງພວກເຮົາ ໃຫ້ໄປສູ່ການຈັດຕັ້ງປະຕິບັດຕົວຈິງທີ່ເປັນຮູບປະທຳແລະປະສົບຜົນສຳເລັດຕາມແຜນງານທີ່ວາງໄວ້.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ເພີ່ມເຕີມ