ສຳເລັດກອງປະຊຸມສໍາມະນາລະດັບສູງໃນຫົວຂໍ້:“ການສ້າງໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ”

ສຳເລັດກອງປະຊຸມສໍາມະນາລະດັບສູງໃນຫົວຂໍ້:“ການສ້າງໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ”
ໃນວັນທີ3ເມສາ ຜ່ານມາທີ່ ແຂວງຫຼວງພະບາງສປປລາວ, ທະນາຄານແຫ່ງສປປລາວຮ່ວມກັບກອງທຶນການເງິນສາກົນ (International Monetary Fund: IMF) ໄດ້ຈັດກອງປະຊຸມສໍາມະນາລະດັບສູງໃນຫົວຂໍ້:ການສ້າງໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ (Making the Most of Opportunity in a Changing World)ພາຍໃຕ້ຂະບວນກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ11ທີ່ໄດ້ຈັດຢູ່ສປປລາວໃນຖານະເປັນເຈົ້າພາບກອງປະຊຸມອາຊຽນໃນປີ2024. ໃຫ້ກຽດເຂົ້າຮ່ວມໂດຍທ່ານບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງສປປລາວ, ທ່ານ Kenji Okamura ຮອງຜູ້ອໍານວຍການໃຫຍ່ IMF, ທ່ານ ນາງNguyen Thi Hong ຜູ້ວ່າການ ທະນາຄານແຫ່ງລັດຫວຽດນາມ, ທ່ານAbdul Rasheed Ghaffour ຜູ້ວ່າການ ທະນາຄານກາງມາເລເຊຍ, ທ່ານ Sethaput Suthiwartnarueput ຜູ້ວ່າການ ທະນາຄານແຫ່ງປະເທດໄທ, ທ່ານ Alasdair Scott ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສໍາລັບ ສປປ ລາວ ຮອງຫົວໜ້າກົມອາຊີ-ປາຊີຟິກ ຂອງ IMF, ທ່ານ PhongsavanhPhomkong ຫົວໜ້າຫ້ອງການ IFCປະຈໍາ ສປປ ລາວ ແລະຜູ້ແທນປະເທດອາຊຽນ.
ກອງປະຊຸມສຳມະນາລະດັບສູງຄັ້ງນີ້, ໄດ້ປຶກສາຫາລືການຫັນປ່ຽນຢ່າງວ່ອງໄວຂອງເສດຖະກິດອາຊຽນ, ລວມທັງການຫັນເປັນອຸດສາຫະກຳຢ່າງເຂັ້ມງວດແລະການປ່ຽນແປງດ້ານເສດຖະກິດ. ການປ່ຽນແປງຢ່າງໄວວາຈາກເສດຖະກິດທີ່ເພິ່ງພາພາກກະສິກໍາເປັນສ່ວນໃຫຍ່ ໄປສູ່ການຂະຫຍາຍພາກອຸດສາຫະກໍາເຮັດໃຫ້ເກີດການປ່ຽນແປງທີ່ສໍາຄັນໃນການຈ້າງງານແລະການລົງທຶນ, ສ້າງຂໍ້ສັງເກດສໍາຄັນກ່ຽວກັບອະນາຄົດຂອງການລົງທຶນແລະກະແສເງິນທຶນ. ນອກນີ້, ຜົນກະທົບທີ່ອາດເກີດຂຶ້ນຈາກການນໍາໃຊ້ເຕັກໂນໂລຊີໃໝ່ ເປັນຕົ້ນ: ລະບົບອັດຕະໂນມັດແລະປັນຍາປະດິດ(AI)ຍັງໄດ້ກະຕຸ້ນໃຫ້ເກີດຄໍາຖາມກ່ຽວກັບການຫັນປ່ຽນໄປສູ່ເສດຖະກິດ "ສີຂຽວ" ແລະຄວາມຕ້ອງການດ້ານການເງິນ ເພື່ອຮັບມືບັນຫາການປ່ຽນແປງດິນຟ້າອາກາດ. ພ້ອມນີ້, ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບຄວາມສໍາຄັນຂອງການລວມເອົາການປ່ຽນແປງທາງດ້ານປະຊາກອນເຂົ້າໃນຂອບນະໂຍບາຍການເງິນແລະການປະເມີນຄວາມໝັ້ນຄົງທາງດ້ານການເງິນ, ເຊັ່ນດຽວກັນກັບບົດບາດຂອງທະນາຄານກາງໃນການຄຸ້ມຄອງຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ. ກອງປະຊຸມສຳມະນາຍັງໄດ້ຕີລາຄາສູງກ່ຽວກັບຜົນກະທົບທີ່ອາດເກີດຂຶ້ນຈາກການໍາໃຊ້ເຕັກໂນໂລຊີໃໝ່ຕໍ່ຕະຫຼາດແຮງງານ ແລະບົດບາດຂອງການຮ່ວມມືໃນພາກພື້ນອາຊຽນໃນການແກ້ໄຂສິ່ງທ້າທາຍດັ່ງກ່າວແລະ ໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ.
 (ຂ່າວ-ພາບ:ທຫລ)

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄ້າລາວ-ຈີນ ຍຸກໃໝ່ ເພີ່ມທະວີການຮ່ວມມືຍຸດທະສາດ

ຍົກລະດັບການຄ້າລາວ-ຈີນ ຍຸກໃໝ່ ເພີ່ມທະວີການຮ່ວມມືຍຸດທະສາດ

ຫວ່າງມໍ່ໆມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະຜູ້ແທນຂອງ ສປປ ລາວ ໄດ້ມີການພົບປະສອງຝ່າຍ ກັບ ທ່ານ ຫວັງ ເວີນທາວ ລັດຖະມົນຕີກະຊວງການຄ້າ ສປ ຈີນ ທີ່ ນະຄອນ ຊູໂຈ ແຂວງຈຽງຊູ ສປ ຈີນ. ການພົບປະໃນຄັ້ງນີ້ ເປັນການພົບປະແບບທາງການຄັ້ງທຳອິດຂອງສອງລັດຖະມົນຕີ ເພື່ອປຶກສາຫາລືທິດທາງ ແລະ ແຜນ ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ.
ທ່ານ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນຊ່ຽວຊານ ສສ ຫວຽດນາມ

ທ່ານ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນຊ່ຽວຊານ ສສ ຫວຽດນາມ

ໃນວັນທີ 25 ພຶດສະພາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວຽນ ດິ່ງ ຮອກ ຮອງຫົວໜ້າກົມຮັບຜິດຊອບເຂດ 1 ຈາກຄະນະກຳມະການກວດກາສູນກາງພັກ ແລະ ຄະນະກຳມະການກວດກາລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-28 ພຶດສະພາ 2026.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບປະທານຄະນະຜູ້ແທນການພົວພັນກັບ ອາຊຽນ ຂອງລັດຖະສະພາ ເອີຣົບ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບປະທານຄະນະຜູ້ແທນການພົວພັນກັບ ອາຊຽນ ຂອງລັດຖະສະພາ ເອີຣົບ

ໃນວັນທີ 25 ພຶດສະພາຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານວາວເທີ ເບເກີ້ (Wouter BEKE) ປະທານຄະນະຜູ້ແທນການພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຂອງລັດຖະສະພາເອີຣົບ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສ ສະໂລວາກີ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສ ສະໂລວາກີ

ຫວ່າງບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ Peter Pellegrini ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ, ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ ປະເທດ ໂອຕຣິດ.
ຂີດໝາຍທາງການທູດຂອງຫວຽດນາມ ໃນຍຸກສະໄໝໃໝ່ ແຫ່ງການເຊື່ອມໂຍງອາຊຽນ

ຂີດໝາຍທາງການທູດຂອງຫວຽດນາມ ໃນຍຸກສະໄໝໃໝ່ ແຫ່ງການເຊື່ອມໂຍງອາຊຽນ

ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນ ຍັງສືບຕໍ່ປ່ຽນແປງຢ່າງວ່ອງໄວ, ການແຂ່ງຂັນ ທາງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ ມີພັດທະນາການຢ່າງສັບສົນ, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມປະສົມປະສານກັນ, ການຢ້ຽມຢາມຢ່າງເປັນທາງການ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ທີ່ປະເທດໄທ, ສິງກະໂປ, ຟີລິບປິນ ແລະ ການກ່າວປາໄສໃນເວທີສົນທະນາ Shangri-La ມີຄວາມໝາຍສຳຄັນເປັນພິເສດ.
ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ໃນວັນທີ 21 ພຶດສະພາຜ່ານມາ, ສະຫາຍ ແຫວນເພັດ ລັດດາວົງ ກຳມະການປະຈຳພັກແຂວງ ປະ ທານຄະນະປະຕິບັດງານພິເສດ ແຂວງສາລະວັນ ພ້ອມດ້ວຍຄະນະຮັບຜິດຊອບຂຸດຄົ້ນອັດທິ ໄດ້ນຳພາຄະນະເຂົ້າຮ່ວມພິທີຈັດສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຫງຽນ ທິ ແທັງ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີສະຫາຍ ຫງຽນ ວັນ ແມັນ ຄະນະກຳມະການພັກນະຄອນ ຮອງປະທານຄະນະກຳມະການປົກຄອງນະຄອນເຫວ້, ຫົວໜ້າຄະນະຊີ້ນຳ 515 ສສ ຫວຽດນາມ, ມີຜູ້ຕາງໜ້າບັນດາອົງການ, ກອງບັນຊາການ, ທະ ຫານແຂວງສາລະວັນ-ເຊກອງ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ກອງບັນຊາການທະຫານແຂວງສະຫວັນນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ ຝ່າຍລາວນໍາໂດຍສະຫາຍ ພົຈວ ພັນວິໄລ ລາດສະຍົນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ເຈືອງວຽດຫ້າຍ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ວິຊາການທັງ 3 ກອງບັນຊາການທະຫານແຂວງເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ  ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ໃນວັນທີ 21 ພຶດສະພາ ຜ່ານມາ ທີ່ ພະລາຊະວັງອາກາຊາກະ (AkasakaResident), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າເຝົ້າ ສົມເດັດ ອົງມົງກຸດລາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ, ໃນໂອກາດເດີນທາງຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມພິທີເປີດງານບຸນລາວ ປະຈໍາປີ 2026 ທີ່ ນະຄອນຫຼວງໂຕກຽວ, ຍີ່ປຸ່ນ.
ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ພິທີເປີດຝຶກອົບຮົມໂຄງການສ້າງພາວະການເປັນຜູ້ນຳ ດ້ານວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (WCLI) ໃຫ້ພະນັກງານອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້, ທີ່ໂຮງແຮມສຸພັດຕາ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມຈາກອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກບັນດາອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ອົງການອະນຸລັກສັດປ່າປະຈຳ ສປປ ລາວ ເຂົ້າຮ່ວມ.
ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ກົມຄວບຄຸມພະຍາດຕິດຕໍ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາກະຊວງສາທາລະນະສຸກ ຮ່ວມກັບຫ້ອງການປະສານງານຮ່ວມມືສອງຝ່າຍ ກະຊວງສາທາລະນະສຸກ (MOH-USCDC CoAg), ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ອາເມຣິກາ (USCDC) ແລະ ອົງການອະນາໄມໂລກ ປະຈຳ ສປປ ລາວ (WHO)
ເພີ່ມເຕີມ