ສຳເລັດຊຸດຝຶກອົບຮົມວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍ

ສຳເລັດຊຸດຝຶກອົບຮົມວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍ

ສຳເລັດຊຸດຝຶກອົບຮົມວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍ
ຊຸດຝຶກອົບຮົມດ້ານວຽກງານການພິມ ການຈັດພິມ ແລະ ການຈໍາໜ່າຍໄດ້ປິດລົງໃນວັນທີ 11 ກັນຍາ ນີ້ ທີ່ສູນອົບຮົມແມ່ຍິງລາວ ເປັນກຽດເຂົ້າຮ່ວມມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍ ກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີຫົວໜ້າກົມ, ຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 
ສຳເລດຊດຝກອບຮມວຽກງານການພມ ການຈດພມ ແລະ ການຈາໜາຍ - image 1
 

ທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ການພິມຈໍາໜ່າຍ ກະຊວງ ວທ ກ່າວວ່າ: ວຽກງານການຈັດພິມ, ການພິມ ແລະ ການຈໍາໜ່າຍໃນປັດຈຸບັນ ເຫັນໄດ້ວ່າມີສິ່ງທ້າທ້າຍຫຼາຍຢ່າງທີ່ຕ້ອງໄດ້ເອົາໃຈໃສ່ພັດທະນາ ແລະ ການຄຸ້ມຄອງໃຫ້ມີປະສິດທິຜົນເປັນຕົ້ນ: ດ້ານເຕັກໂນໂລຊີການພິມຈຳໜ່າຍຕ້ອງຫັນໄປສູ່ທັນສະໄໝ, ດ້ານກົດໝາຍ ແລະ ບັນດານິຕິກຳກ່ຽວກັບວຽກງານພິມຈຳໜ່າຍທີ່ເປັນເຄື່ອງມືຄຸ້ມຄອງລັດຕ້ອງມີການປັບປຸງໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບປັດຈຸບັນ ແລະ ເຊື່ອມໂຍງກັບບັນດາປະເທດໃກ້ຄຽງ-ສາກົນ ດ້ານບຸກຄະລາກອນການພິມຈຳໜ່າຍຂອງລາວຍັງມີຈຳກັດທາງດ້ານປະລິມານ ແລະ ຄຸນນະພາບຈໍາເປັນຕ້ອງຮີບດ່ວນສ້າງພະນັກງານ-ລັດຖະກອນຂອງລັດ, ສ້າງພະນັກງານ-ກໍາມະກອນຂອງວິສາຫະກິດໃຫ້ພຽງພໍ ແລະ ມີຄວາມຮູ້ຄວາມສາມາດນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ.ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ປະກອບການດ້ານການພິມຈຳໜ່າຍຕ້ອງກະກຽມຈັດສັນທຶນຮອນເພື່ອປ່ຽນຖ່າຍເຄື່ອງຈັກພິມໃຫ້ທັນສະໄໝ, ສົ່ງເສີມຍົກລະດັບພະນັກງານ-ກຳມະກອນຂອງຕົນໃຫ້ມີຄວາມຮູ້ຄວາມສາມາດນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຕ້ອງສຶກສາຮຽນຮູ້ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບວຽກງານການພິມຈຳໜ່າຍເພື່ອເປັນບ່ອນອີງ ເປັນເຄື່ອງມືໃນການຄຸ້ມຄອງໃຫ້ສອດຄ່ອງກັບສະພາບປັດຈຸບັນ. ດັ່ງນັ້ນ, ເຊື່ອໝັ້ນວ່າຄວາມຮູ້, ບົດຮຽນທີ່ໄດ້ຮັບຈະຖືກໝູນໃຊ້ ແລະ ນໍາເຂົ້າໃນວຽກງານໃຫ້ເປັນຮູບປະທຳ. ພ້ອມນີ້, ຫວັງວ່າທາງກົມການຈັດພິມ, ການພິມ ແລະ ການຈໍາໜ່າຍແຫ່ງ ສສ ຫວຽດນາມຈະສືບຕໍ່ໃຫ້ການສະໜັບສະໜູນການຝຶກອົບຮົມໃຫ້ພະນັກງານຂອງລາວຕື່ມອີກ.

ສຳເລດຊດຝກອບຮມວຽກງານການພມ ການຈດພມ ແລະ ການຈາໜາຍ - image 2
 

ທ່ານ ວັນສີ ກົວມົວ ກ່າວວ່າ: ວຽກງານການພິມ ແລະ ການຈຳໜ່າຍ ບໍ່ແມ່ນພຽງແຕ່ວຽກງານທາງດ້ານເຕັກນິກທຸລະກິດ, ແຕ່ຫາກແມ່ນເສົາຄ້ຳໜຶ່ງທີ່ສຳຄັນຂອງການພັດທະນາດ້ານປັນຍາ, ເປັນເຄື່ອງມືໃນການເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ-ລັດ ທັງເປັນກົນໄກໃນການປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກທາງດ້ານວັດທະນະທຳອັນດີງາມຂອງຊາດ, ເພື່ອສືບຕໍ່ກ້າວໄປໜ້າຕ້ອງພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ຍາດແຍ່ງໂອກາດໃໝ່ໆ. ໂດຍສະເພາະດ້ານເຕັກໂນໂລຊີຈຳເປັນຕ້ອງຫັນປ່ຽນໄປສູ່ເຕັກໂນໂລຊີການພິມທີ່ທັນສະໄໝເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບການຜະລິດ, ດ້ານນິຕິກຳຕ້ອງສືບຕໍ່ປັບປຸງກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ດ້ານບຸກຄະລາກອນ ຕ້ອງເລັ່ງລັດການສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນຂະແໜງການພິມໃຫ້ມີທັງປະລິມານ ແລະ ຄຸນນະພາບ, ບັນດາຜູ້ປະກອບການຈົ່ງກ້າຫານ ແລະ ເປັນຜູ້ນຳໜ້າໃນການລົງທຶນໃສ່ເຕັກໂນໂລຊີທີ່ທັນສະໄໝ. ພ້ອມກັນນັ້ນ, ຂໍໃຫ້ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ກຳມະກອນຂອງຕົນໃຫ້ສາມາດນຳໃຊ້ເຕັກໂນໂລຊີໃໝ່ໆ ໄດ້ຢ່າງສໍານິຊຳນານ. ພະນັກງານ-ລັດຖະກອນຕ້ອງເພີ່ມທະວີການຄົ້ນຄວ້າ, ກຳແໜ້ນກົດໝາຍ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃນການຄຸ້ມຄອງ, ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ການດຳເນີນທຸລະກິດມີຄວາມຄ່ອງຕົວ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ໂອກາດນີ້, ທ່ານ ຫງ້ວຽນ ຫງວຽນ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ.

ຂ່າວ-ພາບ:ບຸນຕອມ-ບຸນອຸ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ