ສໍານັກຂ່າວສານຫວຽດນາມ ວາງສະແດງຮູບພາບມິດຕະພາບພິເສດ ລາວ-ຫວຽດນາມ

ສໍານັກຂ່າວສານຫວຽດນາມ ວາງສະແດງຮູບພາບມິດຕະພາບພິເສດ ລາວ-ຫວຽດນາມ
ຂປລ. ສໍານັກຂ່າວສານຫວຽດນາມ ຈັດວາງສະແດງຮູບພາບການຮ່ວມມືມິດຕະພາບລາວ-ຫວຽດນາມ 2023 ໃນວັນບຸນໄມຕີຈິດມິດຕະພາບພິເສດ ລາວ-ຫວຽດນາມ ຂຶ້ນໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນເຫວ້ ແຂວງເທື່ອທຽນເຫວ້ ຊຶ່ງຮູບພາບທີ່ນໍາມາວາງສະແດງໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ໃນການປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະການຮ່ວມມື ສອງສໍານັກຂ່າວສານລາວ-ຫວຽດນາມ.
ທ່ານ ຫງວຽນ ຕວັນ ຮຸ່ງ ຮອງຜູ້ອຳນວຍການໃຫຍ່ສໍານັກຂ່າວສານຫວຽດນາມ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມວັນບຸນໄມຕີຈິດມິດຕະພາບພິເສດລາວ-ຫວຽດນາມ 2023 ນີ້ວ່າ: ການມາຮ່ວມງານສະແດງໃນຄັ້ງນີ້, ຢາກໃຫ້ປະຊາຊົນທຸກທົ່ວໜ້າຮັບຮູ້ເຖິງສາຍພົວພັນແບບພິເສດລາວ-ຫວຽດນາມ ຕະຫຼອດໄລຍະ 61ປີ ຊຶ່ງບັນດາຜະລິດຕະພັນເອົາມາວາງສະແດງ ລ້ວນແລ້ວແຕ່ໄດ້ສະແດງເຖິງການພົວພັນລາວ-ຫວຽດນາມ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ໂດຍສະເພາະການຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງສອງສໍານັກຂ່າວສານລາວ-ຫວຽດນາມ.  ການຈັດວາງສະແດງຮູບພາບແບບນີ້ ແມ່ນໄດ້ຈັດຫຼາຍເທື່ອແລ້ວທັງຢູ່ລາວ ແລະ ຫວຽດນາມ, ສ່ວນຢູ່ນະຄອນເຫວ້ ແມ່ນຈັດເປັນເທື່ອທໍາອິດ.
ທ່ານ ຫງວຽນ ຕວັນ ຮຸ່ງ ຍັງໃຫ້ຮູ້ອີກວ່າ: ສຳນັກຂ່າວສານຫວຽດນາມ ໄດ້ພິມໜັງສືພິມຮູບພາບເປັນພາສາລາວ ສະບັບທໍາອິດ ໃນເດືອນກໍລະກົດ 1978 ແລ້ວໄດ້ພິມ ເປັນລາຍເດືອນ ແລະ ມາຮອດວັນທີ 15 ຕຸລາ 2021 ໜັງສືພິມຮູບພາບເປັນພາສາລາວໄດ້ສົ່ງເນື້ອໃນຂຶ້ນໜ້າເວັບໄຊ hit://Vietnam.v mart.vn/Lao/.
ຂ່າວ-ພາບ: ວີລະວັນ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ