ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວ ເພື່ອການພັດທະນາສີຂຽວໃນສປປລາວທີ່ປະເທດໄທ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວ ເພື່ອການພັດທະນາສີຂຽວໃນສປປລາວທີ່ປະເທດໄທ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວ ເພື່ອການພັດທະນາສີຂຽວໃນສປປລາວທີ່ປະເທດໄທ
ຊຸດຝຶກອົບຮົມລະດັບພາກພື້ນ ສໍາລັບນັກຂ່າວພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະ ນາສີຂຽວໃນສປປ ລາວ

ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບໄດ້ຈັດຂຶ້ນໃນວັນທີ 10 ກຸມພານີ້ ທີ່ບາງກອກ ຣາຊະອານາຈັກໄທ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ມີທ່ານນາງ ລິນີ ເລືອງໜູ ປະທານສະມາຄົມນັກຂ່າວໜັງສືພິມແຫ່ງປະເທດໄທ, ທ່ານນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກມຊິວ(GAMCIL)ອົງການແຄຣນາໆຊາດປະຈໍາລາວ, ນັກຊ່ຽວຊານຂ່າວບັນຫາສີຂຽວຈາກສື່ຕ່າງໆຂອງໄທ, ຕົວແທນສື່ມວນຊົນຈາກພາກເໜືອ, ພາກກາງ ແລະ ພາກໃຕ້ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້ເພື່ອໃຫ້ສື່ມວນຊົນລາວໄດ້ຮຽນຮູ້ ແລະ ເຂົ້າໃຈການລາຍງານຂ່າວບັນຫາສີຂຽວ, ບັນຫາສິ່ງແວດລ້ອມຜ່ານສື່ອອນລາຍ, ສື່ແບບໃໝ່ເພື່ອໃຫ້ສື່ມວນຊົນກາຍເປັນນັກຂ່າວມືອາຊີບໃນອະນາຄົດ. ນັກຝຶກອົບຮົມຈະໄດ້ຮຽນຮູ້ຫຼາຍຫົວຂໍ້ສໍາຄັນເປັນຕົ້ນ ສະຖານະການສິ່ງແວດລ້ອມຂອງປະເທດໄທ ແລະ ປະເທດອື່ນໆ, ມູມມອງສື່ມວນຊົນໄທກ່ຽວກັບການລາຍງານຂ່າວສິ່ງແວດລ້ອມ, ການແລກປ່ຽນບົດຮຽນ ແລະ ຮຽນຮູ້ການລາຍງານຂ່າວສິ່ງແວດລ້ອມລະຫວ່າງນັກຂ່າວລາວ-ໄທ, ຫົວຂໍ້ຂ່າວທີ່ໜ້າສົນໃຈກ່ຽວກັບສິ່ງແວດລ້ອມ, ການນໍາສະເໜີຂ່າວກ່ຽວກັບສິ່ງແວດລ້ອມຜ່ານສື່ຕ່າງໆ, ແນວທາງການຜະລິດຂ່າວກ່ຽວກັບສິ່ງແວດລ້ອມ. ພ້ອມນັ້ນ, ຍັງໄດ້ຮຽນຮູ້ທິດສະດີຢູ່ພາຍໃນຫ້ອງຮຽນ ແລະ ຈະໄດ້ລົງປະຕິບັດຕົວຈິງ, ເກັບກໍາຂ່າວຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ໄປສຶກສາຮຽນຮູ້ຕົວຈິງວຽກງານສື່ມວນຊົນຢູ່ອົງການສື່ຊັ້ນນໍາຂອງໄທໂດຍແບ່ງອອກເປັນ 3 ຈຸ. ນອກນັ້ນ, ຈະໄດ້ລົງເກັບກໍາຂ່າວກ່ຽວຂ້ອງກັບບັນຫາສີຂຽວຢູ່ບໍລິສັດ SCG, ອົງການບໍລິຫານແກັສເຮືອນແກ້ວ (ອບຄ), ເກັບກໍາຂ່າວຢູ່ບໍລິສັດ PTT OR, ສະຖາບັນສິ່ງແວດລ້ອມໄທ ແລະ ອື່ນໆ. ຫຼັງຈາກລົງປະຕິບັດຕົວຈິງແລ້ວ, ສື່ມວນຊົນຈະໄດ້ຜະລິດຂ່່າວທັງແບບການຂຽນບົດ-ຂ່າວ, ຮູບແບບວິດີໂອສັ້ນກ່ຽວກັບການລາຍງານຂ່າວບັນຫາສີຂຽວ, ສິ່ງແວດລ້ອມເພື່ອນໍາສະເໜີຜົນງານຂອງຕົນແບບມືອາຊີບ. ຊຸດຝຶກອົບຮົມໃນຄັ້ງນີ້ຈະດໍາເນີນເປັນເວລາ 2 ອາທິດເລີ່ມແຕ່ວັນທີ 10-21 ກຸມພາ 2025 ຈຶ່ງສໍາເລັດ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ