ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ຍົກລະດັບສູ່ມາດຕະຖານສາກົນ

ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ຍົກລະດັບສູ່ມາດຕະຖານສາກົນ

ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ຍົກລະດັບສູ່ມາດຕະຖານສາກົນ
ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ກຳລັງກ້າວຂຶ້ນເປັນສູນກາງການຂົນສົ່ງທີ່ສຳຄັນຂອງລົດໄຟລາວ-ຈີນ ດ້ວຍການອອກແບບອັນໂດດເດັ່ນ ທີ່ປະສົມປະສານອັນ​ເປັນ​ເອ​ກະ​ລັກລາວ-ຈີນຢ່າງລົງຕົວ ພ້ອມທັງສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 2,500 ຄົນຕໍ່ຄັ້ງ. ນັບແຕ່ເປີດໃຫ້ບໍລິການໃນປີ 2021 ມາຮອດປັດຈຸບັນ ສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍກວ່າ 3.67 ລ້ານເທື່ອຄົນ, ສະທ້ອນໃຫ້ເຫັນບົດບາດອັນແຂງແຮງໃນການເຊື່ອມໂຍງພາກພື້ນ ແລະ ການເດີນທາງຂ້າມແດນລາວ-ຈີນ. ພ້ອມນັ້ນ, ການຍົກລະດັບບໍລິການຢ່າງຕໍ່ເນື່ອງ ລວມເຖິງລະບົບຂາຍປີ້ທັນສະໄໝ ແລະ ການໃຫ້ບໍລິການຫຼາຍພາສາ ໄດ້ເຮັດໃຫ້ສະຖານີແຫ່ງນີ້ ກາຍເປັນ “ປະຕູຫຼັກ” ຂອງການເດີນທາງທີ່ທັນສະໄໝ ແລະ ສະດວກສະບາຍ ໃນພາກພື້ນອາຊີ.
ສະຖານລດ​ໄຟນະຄອນຫວງວຽງຈນ ຍກລະດບສມາດຕະຖານສາກນ - image 1
 

ຕາມການໃຫ້ສຳພາດຂອງ ທ່ານ ເຮີສູສຽງ ຫົວໜ້າສະຖານີລົດໄຟນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ; ສະຖານີດັ່ງກ່າວ ສາມາດຮອງຮັບຜູ້ໂດຍສານໄດ້ສູງສຸດ 2,500ຄົນ, ເປັນສູນກາງຫຼັກ ຂອງການຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນ.ນັບແຕ່ໄດ້ເປີດໃຫ້ບໍລິການໃນເດືອນທັນວາ 2021ເປັນຕົ້ນມາ, ສະຖານີລົກໄຟນະຄອນຫຼວງວຽງຈັນ ສາມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 3.67ລ້ານເທື່ອຄົນ; 3ເດືອນຕົ້ນປີ 2026ນີ້ ຂົນສົ່ງຜູ້ໂດຍສານໄດ້ 307,800ເທື່ອຄົນ, ສະເລ່ຍມື້ລະ 3,420ຄົນ. ປັດຈຸບັນ ພວກເຮົາໄດ້ເປີດໃຫ້ການບໍລິການລົດໄຟໂດຍສານ 7ຄູ່ ຫຼື 14ຖ້ຽວ, ປະກອບມີ ລົດໄຟຂ້າມແດນ2ຄູ່, ລົດໄຟພາຍໃນ 4ຄູ່, ລົດໄຟຄວາມໄວທຳມະດາ 1ຄູ່, ພ້ອມທັງເພີ່ມຂະບວນລົດໄຟທ່ອງທ່ຽວຂ້າມແດນ ຕາມຄວາມເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ, ມອບປະສົບການການເດີນທາງທີ່ສະດວກສະບາຍ ແລະ ຫຼາກຫຼາຍ ໃຫ້ແກ່ຜູ້ໂດຍສານລາວ-ຈີນ.

ສະຖານລດ​ໄຟນະຄອນຫວງວຽງຈນ ຍກລະດບສມາດຕະຖານສາກນ - image 2
 

ທ່ານ ເຮີສູສຽງກ່າວຕື່ມວ່າ: ການບໍລິການຕໍ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ, ພວກເຮົາໄດ້ສຸມກຳລັງຍົກສະດັບການບໍລິການຢູ່ຫ້ອງຂາຍປີ້ໄດ້ມີການຈັດຕັ້ງປ່ອງບໍລິການໂດຍສະເພາະໃຫ້ຜູ້ໂດຍສານຕ່າງປະເທດ, ເປີດຊ່ອງທາງຊື້ປີ້ໃຫ້ຫຼາກຫຼາຍຂຶ້ນຄື: ປ່ອງບໍລິການທີ່ສະຖານີ, ຕົວແທນຈຳໜ່າຍໃນຕົວເມືອງ, ແອັບພລິເຄຊັນ LCR Ticket ອອນລາຍ, ຮອງຮັບການຊຳລະຫຼາຍຮູບແບບ ເຊັ່ນ: ກີບລາວ, WeChat Pay, Alipayແລະ ອື່ນໆ, ເຮັດໃຫ້ເວລາລໍຖ້າຕໍ່ແຖວຊື້ປີ້ສັ້ນລົງ. ຢູ່ຫ້ອງລໍຖ້າຂຶ້ນລົດຂອງຜູ້ໂດຍສານ ມີເຄົາເຕີບໍລິການສອບຖາມ ແລະ ເຂດລໍຖ້າຂຶ້ນລົດສຳລັບຜູ້ໂດຍສານຂ້າມແດນ, ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຕື່ມຂໍ້ມູນແຈ້ງຄົນເຂົ້າ-ອອກເມືອງ, ພ້ອມທັງປັບປຸງຊ່ອງທາງຮັບສົ່ງຜູ້ໂດຍສານທີ່ຕ້ອງການຄວາມຊ່ວຍເຫຼືອແບບພິເສດ ແລະ ການສົ່ງຄົນເຈັບຂ້າມແດນໄປປິ່ນປົວ, ໂດຍມີບໍລິການຕັ້ງແຕ່ຕົ້ນທາງຈົນເຖິງປາຍທາງ.

ສະຖານລດ​ໄຟນະຄອນຫວງວຽງຈນ ຍກລະດບສມາດຕະຖານສາກນ - image 3
 

ທ່ານຍັງໄດ້ກ່າວອີກວ່າ:ຕຳແໜ່ງງານຂອງພະນັກງານຢູ່ສະຖານີແຫ່ງນີ້ ລ້ວນແຕ່ເປັນຄົນລາວ, ທຸກຄົນສາມາດສື່ສານພາສາຈີນໄດ້, ບາງສ່ວນສາມາດໃຫ້ບໍລິການເປັນພາສາອັງກິດໄດ້, ສາມາດໃຫ້ການບໍລິການດ້ວຍພາສາລາວ, ຈີນ, ໄທ, ອັງກິດແບບ “3+N, ພະນັກງານບາງສ່ວນໄດ້ຂຶ້ນມາຢູ່ໃນຕຳແໜ່ງບໍລິຫານ. ຄຳທັກທາຍທີ່ອົບອຸ່ນກໍຄື “ສະບາຍດີ” ແມ່ນຄຳທັກທາຍໃນການໃຫ້ບໍລິການ, ແລະ ຍິ່ງເປັນພາບສະທ້ອນທີ່ແທ້ຈິງ ຂອງການເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງຊາດລາວ-ຈີນ. ໃນອະນາຄົດ, ສະຖານີນະຄອນຫຼວງວຽງຈັນ ຈະສືບຕໍ່ຍົກລະດັບຄຸນນະພາບການບໍລິການຂົນສົ່ງຜູ້ໂດຍສານ, ເປັນດ່ານໜ້າຂອງທາງລົດໄຟລາວ-ຈີນ, ເພື່ອໃຫ້ເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງແຫ່ງການພັດທະນາ ສາມາດຮັບໃຊ້ປະຊາຊົນສອງຊາດລາວ-ຈີນໄດ້ດີຍິ່ງໆຂຶ້ນ, ສົ່ງເສີມໃຫ້ມິດຕະພາບລາວ-ຈີນ ສືບທອດກັນຕະຫຼອດໄປ ແລະ ໃຫ້ມີແຕ່ຄວາມຈະເລີນງອກງາມ ຍິ່ງໆຂຶ້ນໄປ.

ຄໍາເຫັນ

ຂ່າວການຮ່ວມມື

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ວັນທີ 24 ກໍລະກົດ 2026 ນີ້, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ການນຳເມືອງທຸລະຄົມ ນໍາໂດຍ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງທຸລະຄົມ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມວາງພວງມາລາ - ຈູດທູບທຽນໄວ້ອາໄລເຖິງດວງວິນຍານບັນດາທະຫານອາສາສະໝັກ ນັກຮົບວິລະຊົນ
ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 23 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 23 ກໍລະກົດນີ້ ທີ່ ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ໃນວັນທີ 23 ກໍລະກົດຜ່ານມາ ທີ່ ນະຄອນຫຼວງມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 14 (14thMekong-ROKForeignMinisters’ Meeting) ໂດຍການເປັນປະທານຮ່ວມຂອງທ່ານ SihasakPhuangketkeow ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານChoHyun ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ໃນວັນທີ 23 ກໍລະກົດນີ້ ທີ່ ຫ້ອງຮັບແຂກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ອຳລາ ຂອງ ທ່ານ ນາງ Mel Barlow ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ສຳເລັດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ ສາທາລະນະລັດ ຟິລິບປິນ, ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ໃຫ້ແກ່ ອາຊຽນ-ການາດາ (ໄລຍະ 2024-2027).
ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ໃນລະຫວ່າງ ​ວັນ​ທີ 14-16 ກໍລະກົດຜ່ານມານີ້ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄັ້ງທີ 6 ລະຫວ່າງ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າວິຊາການປະສົມຊາຍແດນ ລາວ-ຫວຽດນາມ, ເປັນຫົວໜ້າຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວ້ຽນ ຮວ່າງ ຫາຍ, ຮອງຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າຄະນະວິຊາການປະສົມຊາຍແດນ ຫວຽດນາມ-ລາວ, ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຜູ້ຕາງໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ແລະ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫຼວງພະບາງ.
ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ໃນຕອນເຊົ້າວັນທີ 21 ກໍລະກົດ ນີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣລັດຖະມົນຕີຕ່າງປະເທດ ຟີລິບປິນ. ໃນພິທີເປີດ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກບັນດາຂະແໜງການຕ່າງໆ.
ເພີ່ມເຕີມ