ສາທາສາລະວັນ ແລະ ກວາງຈິ້  ສືບຕໍ່ຮ່ວມມືວຽກງານສາທາລະສຸກ 

ສາທາສາລະວັນ ແລະ ກວາງຈິ້  ສືບຕໍ່ຮ່ວມມືວຽກງານສາທາລະສຸກ 
ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານສາທາລະນະສຸຸກ ລະຫວ່າງ ພະແນກສາທາລະນະສຸກແຂວງສາລະວັນ ສປປ ລາວ ແລະ ແຂວງກວາງຈິ້ ສສ ຫວຽດນາມໄດ້ຈັດຂຶ້ນໃນວັນທີ 11 ເມສາຜ່ານມານີ້, ທີ່ສະໂມສອນແຂວງສາລະວັນ.ແຂວງສາລະວັນ ນຳໂດຍ ທ່ານ ອາຄົມ ລໍ່າວິຈິດ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ  ພ້ອມຄະນະ, ແຂວງກວາງຈິ້ ນຳໂດຍ ທ່ານ ໂດະ ວັນ ຮຸງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະເຂົ້າຮ່ວມ.
ກອງປະຊຸມ ທັງສອງຝ່າຍໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງໄດ້ຮ່ວມກັນເຊັນບົດບັນສືບຕໍ່ການຈັດຕັ້ງປະຕິບັດວຽກງານສາທາລະສຸກ ໃນ ປີ 2024-2025 ມີ 8 ວຽກສຳຄັນຄື: 1.ທັງສອງຝ່າຍເຫັນດີຮັບຮອງເອົາຜົນສໍາເລັດໃນການຈັດຕັ້ງປະຕິບັດ ການຮ່ວມມືດ້ານສາທາລະນະສຸກ ແລະ ເຫັນດີສືບຕໍ່ສ້າງສາຍພົວພັນໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ;2.ເຫັນດີຮັບຮອງຮ່າງບົດລາຍງານລວມເປັນເອກະສັນສືບຕໍ່ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການລະບາດຂອງພະຍາດ ປະຈໍາເດືອນ;ການກັກກັນພະຍາດຕາມຊາຍແດນ ແລະ ການເກີດເຫດສຸກເສີນພາຍໃນ 24-48 ຊົ່ວໂມງ;ປະຕິບັດລະບົດການລາຍງານຢ່າງທ່ວງທັນກ່ຽວກັບສະພາບຂອງພະຍາດ, ການລະບາດ, ການກວດກາພະຍາດຢູ່ບໍລິເວນຊາຍແດນ;3. ສືບຕໍ່ດໍາເນີນການພົບປະ ແລກປ່ຽນໝູນວຽນກັນໃນການຈັດກອງປະຊຸມ 1 ຄັ້ງ/ປີ ລະຫວ່າງ2 ເມືອງ,ເມືອງສະໝ້ວຍ (ສາລະວັນ) ແລະ ເມືອງ ດາກຣົງ (ກວາງຈິ້);ລະຫວ່າງ ພະແນກສາທາລະນະສຸກແຂວງ ສາລະວັນ ແລະ ພະແນກສາທາລະນະສຸກແຂວງ ກວາງຈີ້ 1 ຄັ້ງ/ປີ,4. ສືບຕໍ່ປະສານສົມທົບກັນ ກ່ຽວກັບວຽກງານກັກກັນ ພະຍາດລະບາດ ລະຫວ່າງໜ່ວຍງານກັກກັນພະຍາດປະຈໍາດ່ານ,5. ສືບຕໍ່ຮ່ວມມື ແລະ ແລກປ່ຽນບົດຮຽນ ລະຫວ່າງ ສອງໂຮງຮຽນແພດ;6. ສືບຕໍ່ໃຫ້ມີການລົງນາມການຊ່ວຍເຫຼືອດ້ານວິຊາການ ລະຫວ່າງ 2 ໂຮງໝໍແຂວງ (ໂຮງໝໍແຂວງ ສາລະວັນ ແລະ ໂຮງໝໍແຂວງ ກວາງຈິ້),7.ສະໜອງຂໍ້ມູນຜູ້ພິການຢູ່ແຂວງ ສາລະວັນ ໃຫ້ແຂວງ ກວາງຈິ້ ເພື່ອຮັບອຸປະກອນຊ່ວຍເຫຼືອຕ່າງໆ ເຊັ່ນ: ລໍ້ເຂັນ,ແຂນ - ຂາທຽມ,ໄມ້ຄໍ້າເທົ້າ ແລະ ອຸປະກອນອື່ນໆ;8.ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກຄັ້ງຕໍ່ໄປ ຈະໄດ້ຈັດຂຶ້ນທີ່ແຂວງກວາງຈິ້ ສສ ຫວຽດນາມ. 
ຈາກນັ້ນໃນພິທີ ທ່ານ ອາຄົມ ລໍ່າວິຈິດ ກຳມະການພັກແຂວງ ແລະ ທ່ານ ໂດະ ວັນ ຮຸງ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈຳ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຮອບດ້ານ ປີ 2024-2025 ໂດຍຊ້ອງໜ້າຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂິພິຍານ. 
(ພາບ-ຂ່າວ: ທິດລານີ ໂຄດໂຍທາ).

ຄໍາເຫັນ

ຂ່າວການຮ່ວມມື

ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ ເກົາຫຼີ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ກໍລະກົດ ຜ່ານມາ.
ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

​ໃນ​ວັນ​ທີ 10 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ທີ່ ມາເລເຊຍ.
ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ໃນວາລະການດຳເນີນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໃນວັນທີ 9 ກໍລະກົດ ຜ່ານມານີ້ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 9 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ຫວ່າງມໍ່ໆມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.
​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (ແບບຄົບຄະນະ ແລະ ແບບວົງແຄບ) ຊຶ່ງມີພິທີເປີດຢ່າງເປັນທາງການໃນວັນທີ 9 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ. ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 8 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເມັດເອັດເທັບ (Ahmed Attaf) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ  ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ໃນວັນທີ 8 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໂດຍມີຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ

ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ

ໃນວັນທີ 8 ກໍລະກົດ ນີ້ທີ່ ກົວລາລໍາເປີ ປະເທດ ມາເລເຊຍ, ​ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້.
ເພີ່ມເຕີມ