ສະຫວັນນະເຂດ-ກວາງຈິ ບັນລຸຂໍ້ຕົກລົງຮ່ວມກັນຫຼາຍດ້ານ

ສະຫວັນນະເຂດ-ກວາງຈິ ບັນລຸຂໍ້ຕົກລົງຮ່ວມກັນຫຼາຍດ້ານ
ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງແຂວງສະຫວັນນະເຂດ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 20 ມີນາຜ່ານມານີ້,ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ຄະນະຜູ້ແທນແຂວງສະຫວັນນະເຂດນຳໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມຄະນະ, ຄະນະຜຸ້ແທນແຂວງກວາງຈິ ນຳໂດຍສະຫາຍ ເລກວາງຕຸ່ງ ກໍາມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງກວາງຈິ ພ້ອມຄະນະ.
ໃນວາລະດຳເນີນກອງປະຊຸມ, ທັງສອງຝ່າຍໄດ້ບັນລຸຂໍ້ຕົກລົງດ້ານຕ່າງໆທີ່ເອື້ອຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມເຊິ່ງກັນ ແລະ ກັນ, ໂດຍສອງຝ່າຍຈະສືບຕໍ່ຊຸກຍູ້ສົ່ງເສີມການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືລະຫວ່າງຄະນະຜູ້ແທນຂັ້ນສູງ 2 ແຂວງໄລຍະ 2023-2025 ຢ່າງມີປະສິດທິພາບ, ເອົາໃຈໃສ່ຊີ້ນໍາຂະແໜງການເສນາທິການຂອງສອງແຂວງ, ປະສານສົມທົບເພື່ອລົງສໍາຫຼວດບັນດາໂຄງການທີ່ແຂວງກວາງຈິ ຊ່ວຍພັດທະນາການກໍ່ສ້າງຕາມບໍລິເວນຊາຍແດນ ຕາມການສະເໜີຂອງແຂວງສະຫວັນນະເຂດ, ຊີ້ນໍາພະແນກການເປັນເສນາທິການປະສານງານຂອງສອງແຂວງ, ສະຫຼູບຕີລາຄາກາງໄລຍະ, ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນປີ 2024, ລາຍງານການນໍາຂອງແຕ່ລະແຂວງເພື່ອຊີ້ນໍາ, ແກ້ໄຂບັນຫາທີ່ເຫັນວ່າຫຍຸ້ງຍາກ, ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ, ທັງຝ່າຍສອງຝ່າຍເຫັນດີສືບຕໍ່ປະສານສົມທົບໃນການດໍາເນີນການດ້ານເອກະສານ, ນິຕິກໍາໃຫ້ສໍາເລັດ, ເພື່ອນໍາສະເໜີລັດຖະບານຂອງແຕ່ລະຝ່າຍໃນການຂໍອະນຸມັດຜ່ານສັນຍາວ່າດ້ວຍເຂດເສດຖະກິດ-ການຄ້າຊາຍແດນຮ່ວມ, ສອງຝ່າຍສືບຕໍ່ນໍາສະເໜີລັດຖະບານຂອງແຕ່ລະຝ່າຍໃນການຂໍອະນຸມັດ ແລະ ສະໜອງງົບປະມານ ເພື່ອຈັດຕັ້ງປະຕິບັດການກໍ່ສ້າງໂຄງການສ້ອມແປງຖານຕັ້ງຫຼັກໝາຍຊາຍແດນ, ກັນເຈື່ອນຫຼັກໝາຍຊາຍແດນແຫ່ງຊາດ ທີ 606 (1), 607 (1) ແລະ ບູລະນະສ້ອມແປງຄືນຫຼັກໝາຍຊາຍແດນ 585 ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ປະສານສົມທົບໃນການຈັດຕັ້ງການສໍາຫຼວດສອງຝ່າຍ, ເພື່ອສະຫຼູບຕີລາຄາສະພາບການ, ສະພາບຕົວຈິງ ແລະ ນໍາສະເໜີວິທີການໃນການປ້ອງກັນການເຊາະເຈື່ອນຂອງຕາຝັ່ງເຊໂປນຢູ່ເບື້ອງຫວຽດນາມຢູ່ຈຸດແຕ່ຫຼັກໝາຍ 606 (1) ຫາ607(1) ເພື່ອລາຍງານຄະນະກໍາມະການຊາຍແດນແຫ່ງຊາດຂອງ 2 ປະເທດ, ແຂວງສະຫວັນນະເຂດຈະນໍາສະເໜີກະຊວງຍຸຕິທຳ, ກະຊວງການຕ່າງປະເທດຂອງ ສປປ ລາວ, ເພື່ອມີນະໂຍບາຍໃນການສ້າງເງື່ອນໄຂອໍານວຍຄວາມສະດວກ, ມອບສິດໃຫ້ເມືອງໃນການອອກໃບຢັ້ງຢືນການແຕ່ງດອງໃຫ້ພົນລະເມືອງລາວ, ເພື່ອຮັບປະກັນການປະກອບບັນດາເອກະສານແຕ່ງດອງກັບພົນລະເມືອງຫວຽດນາມ, ແນໃສ່ການຈໍາກັດປະກົດການແຕ່ງດອງບໍ່ຖືກຕ້ອງຕາມກົດໝາຍທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ການຮ່ວມມືດ້ານອື່ນໆ ຕ່າງຝ່າຍກໍໄດ້ຮັບຜົນປະໂຫຍດ.
(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທໍາ, ສ້າງລາຍຮັບ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດກາຍເປັນມືອາຊີບ ແລະ ເປັນກໍາລັງແຮງງານ ທີ່ສໍາຄັນທີ່ສຸດໃນການສ້າງສາບ້ານເກີດເມືອງນອນຂອງຕົນ ໃຫ້ມັ່ງຄັ່ງເຂັ້ມແຂງໃນຕໍ່ໜ້າ.
ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ຂຶ້ນ ໃນວັນທີ 22 ສິງຫານີ້ ທີ່ໂຮງແຮມເມືອງແທັງ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.
ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ໂອກາດມາຢ້ຽມ ສປປ ລາວ ຢ່າງເປັນທາງການ, ທ່ານ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ມາຢ້ຽມຢາມ ສະມາຄົມແມ່ຍິງພິການ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ສິງຫານີ້ ໂດຍການຕ້ອນຮັບຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຈັນເພັງ ສີວິລາ ປະທານສະມາຄົມແມ່ຍິງພິການ ແລະ ສູນພັດທະນາແມ່ຍິງພິການ ພ້ອມດ້ວຍຄະນະ.
ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ໃນວັນທີ 22 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10 ຈັດຂຶ້ນທີ່ປະເທດມົງໂກລີ, ພາຍໃຕ້ຄຳຂວັນ: “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານພາກພື້ນອາເມຣິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ໃນໂອກາດເດີນທາງຢ້ຽມຢາມມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10, ໃນວັນທີ 21 ສິງຫາ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ (H.E. GombojovZandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານມົງໂກລີ.
ເພີ່ມເຕີມ