ສະຫວັນນະເຂດ-ກວາງຈິ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ

ສະຫວັນນະເຂດ-ກວາງຈິ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ

ສະຫວັນນະເຂດ-ກວາງຈິ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ
ວັນທີ 1 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງແຂວງສະຫວັນນະເຂດ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ, ຝ່າຍແຂວງສະຫວັນນະເຂດນໍາໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາແຂວງສະຫວັນນະເຂດ ແລະ ຝ່າຍແຂວງກວາງຈິ ນຳໂດຍສະຫາຍ ຫງວຽນ ວັນ ເຟືອງ ກໍາມະການສູນກາງພັກ ເລຂາພັກແຂວງກວາງຈິ, ມີສະຫາຍ ດັ້ງ ຖິ ຫ້າຍ ເຕິມ ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມປະຈຳແຂວງສະຫວັນນະເຂດ ເຂົ້າຮ່ວມ.
ສະຫວນນະເຂດ-ກວາງຈ ສບຕຮດແໜນສາຍພວພນຮວມມມດຕະພາບ - image 1
 

ສະຫາຍ ຫງວຽນ ວັນ ເຟືອງ ໄດ້ຖືໂອກາດດັ່ງກ່າວ, ພອນອວຍໄຊແດ່ການນຳພັກ-ລັດຂອງແຂວງສະຫວັນນະເຂດ ເນື່ອງໃນໂອກາດບຸນປີໃໝ່ລາວທີ່ຈະມາເຖິງໃນມໍ່ໆນີ້, ພ້ອມທັງໄດ້ກ່າວລາຍງານການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງສອງແຂວງໃນໄລຍະຜ່ານມາ ແລະ ນຳສະ ເໜີແຜນການຮ່ວມມືໃນຕໍ່ໜ້າ.

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ຂໍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງກວາງຈິ ຄັ້ງທີ I ກໍຄືຜົນສຳເລັດບັ້ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທີ່ຜ່ານມານີ້. ການຢ້ຽມຢາມຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງເປັນການພົບປະຢ່າງເປັນທາງການຄັ້ງທຳອິດ ລະຫວ່າງການນໍາຂັ້ນສູງຂອງສອງແຂວງ, ພາຍຫຼັງສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ກໍຄືກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສອງພັກພວກເຮົາ ກໍຄືພາຍຫຼັງທີ່ແຂວງກວາງຈິເກົ່າ ແລະ ແຂວງກວາງບິ່ງເກົ່າ ເປັນແຂວງກວາງຈິໃໝ່, ນີ້ບໍ່ພຽງແຕ່ເປັນການຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືຂອງສອງແຂວງ, ແຕ່ຍັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະ ລະຫວ່າງແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ຍັງໄດ້ກ່າວລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນປີ 2025 ແລະ ການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືລະຫວ່າງຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ກັບຄະນະຜູ້ແທນຂັ້ນສູງແຂວງກວາງຈິໃນຊຸມປີຜ່ານມາ (2023-2025) ໃຫ້ຄະນະຜູ້ແທນຂັ້ນສູງຂອງແຂວງກວາງຈິໄດ້ຮັບຊາບ.

ສະຫວນນະເຂດ-ກວາງຈ ສບຕຮດແໜນສາຍພວພນຮວມມມດຕະພາບ - image 2
 

ໃນພິທີສຳຄັນດັ່ງກ່າວນີ້, ທັງສອງຝ່າຍ ຍັງໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມື ລະຫວ່າງສະຫາຍເລຂາພັກແຂວງສະຫວັນນະເຂດ ແລະ ສະຫາຍເລຂາພັກແຂວງກວາງຈິ ແລະ ໄດ້ມີການລົງນາມໃນບົດບັນທຶກການຮ່ວມມືໃນປີ 2026 ຂອງແຂວງ ລະຫວ່າງສະຫາຍ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ແລະ ສະຫາຍ ຮວ່າງ ນາມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ, ຈາກນັ້ນ ຄະນະຜູ້ແທນຂັ້ນສູງແຂວງກວາງຈິ ກໍໄດ້ມອບເງິນຈຳນວນ 500 ລ້ານດົງ ໃຫ້ແຂວງສະຫວັນນະເຂດ ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມຂອງແຂວງນຳອີກ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ໃນວັນທີ 21 ພຶດສະພາຜ່ານມາ, ສະຫາຍ ແຫວນເພັດ ລັດດາວົງ ກຳມະການປະຈຳພັກແຂວງ ປະ ທານຄະນະປະຕິບັດງານພິເສດ ແຂວງສາລະວັນ ພ້ອມດ້ວຍຄະນະຮັບຜິດຊອບຂຸດຄົ້ນອັດທິ ໄດ້ນຳພາຄະນະເຂົ້າຮ່ວມພິທີຈັດສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຫງຽນ ທິ ແທັງ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີສະຫາຍ ຫງຽນ ວັນ ແມັນ ຄະນະກຳມະການພັກນະຄອນ ຮອງປະທານຄະນະກຳມະການປົກຄອງນະຄອນເຫວ້, ຫົວໜ້າຄະນະຊີ້ນຳ 515 ສສ ຫວຽດນາມ, ມີຜູ້ຕາງໜ້າບັນດາອົງການ, ກອງບັນຊາການ, ທະ ຫານແຂວງສາລະວັນ-ເຊກອງ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ກອງບັນຊາການທະຫານແຂວງສະຫວັນນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ ຝ່າຍລາວນໍາໂດຍສະຫາຍ ພົຈວ ພັນວິໄລ ລາດສະຍົນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ເຈືອງວຽດຫ້າຍ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ວິຊາການທັງ 3 ກອງບັນຊາການທະຫານແຂວງເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ  ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ໃນວັນທີ 21 ພຶດສະພາ ຜ່ານມາ ທີ່ ພະລາຊະວັງອາກາຊາກະ (AkasakaResident), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າເຝົ້າ ສົມເດັດ ອົງມົງກຸດລາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ, ໃນໂອກາດເດີນທາງຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມພິທີເປີດງານບຸນລາວ ປະຈໍາປີ 2026 ທີ່ ນະຄອນຫຼວງໂຕກຽວ, ຍີ່ປຸ່ນ.
ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ພິທີເປີດຝຶກອົບຮົມໂຄງການສ້າງພາວະການເປັນຜູ້ນຳ ດ້ານວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (WCLI) ໃຫ້ພະນັກງານອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້, ທີ່ໂຮງແຮມສຸພັດຕາ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມຈາກອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກບັນດາອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ອົງການອະນຸລັກສັດປ່າປະຈຳ ສປປ ລາວ ເຂົ້າຮ່ວມ.
ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ກົມຄວບຄຸມພະຍາດຕິດຕໍ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາກະຊວງສາທາລະນະສຸກ ຮ່ວມກັບຫ້ອງການປະສານງານຮ່ວມມືສອງຝ່າຍ ກະຊວງສາທາລະນະສຸກ (MOH-USCDC CoAg), ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ອາເມຣິກາ (USCDC) ແລະ ອົງການອະນາໄມໂລກ ປະຈຳ ສປປ ລາວ (WHO)
ສປປ ລາວ ນໍາພາຄະນະບໍລິຫານ ສະຖາບັນແມ່ນໍ້າຂອງ ຢ້ຽມຢາມ ສປ ຈີນ

ສປປ ລາວ ນໍາພາຄະນະບໍລິຫານ ສະຖາບັນແມ່ນໍ້າຂອງ ຢ້ຽມຢາມ ສປ ຈີນ

ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນຂອງ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ (Council of Mekong Institute) ປະຈໍາສົກປີ 2025-2027 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ການຫັນນະໂຍບາຍໃຫ້ເປັນຮູບປະທໍາ”(Connectivity and Resilience: from Policy to Action) ແລະ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ອຳນວຍການໃຫຍ່ ແລະ ກອງເລຂາປະສານງານ ສະຖາບັນແມ່ນໍ້າຂອງ ທີ່ມີສໍານັກງານຕັ້ງຢູ່ ຂອນແກ່ນ, ປະເທດໄທ ຮ່ວມເດີນທາງໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຂອງ ສປ ຈີນ ໃນລະຫວ່າງວັນທີ 11-15 ພຶດສະພາ 2026 ທີ່ນະຄອນຫຼວງປັກກິ່ງ ແລະ ນະຄອນຄຸນໝິງ, ສປ ຈີນ.
ທະຫານແຂວງກວາງຈິ ຂຸດຄົ້ນອັດຖິທະຫານອາສາສະໝັກໄດ້ 12 ອັດຖິ ກຽມນຳສົ່ງກັບຄືນປະເທດ

ທະຫານແຂວງກວາງຈິ ຂຸດຄົ້ນອັດຖິທະຫານອາສາສະໝັກໄດ້ 12 ອັດຖິ ກຽມນຳສົ່ງກັບຄືນປະເທດ

ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດກອງປະ ຊຸມເອກະພາບເນື້ອໃນທິດທາງແຜນການ ຊອກຄົ້ນທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ພຶດສະພາຜ່ານມາ, ທີ່ແຂວງສະ ຫວັນນະເຂດ ປະຈຳສົກປີ 2025-2026 ເພື່ອຈັດພິທີກະກຽມຈັດສົ່ງກັບຄືນປະເທດຢ່າງສົມກຽດ. ຊຶ່ງນຳໂດຍສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຄະນະປະຈຳພັກແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະ ແລະ ຝ່າຍແຂວງກວາງຈິ ນຳໂດຍສະຫາຍ ເລວັນບາວ ຮອງປະທານຄະນະກຳມະການປົກຄອງແຂວງ ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ ພ້ອມຄະນະເຂົ້າຮ່ວມ.
ຫົວໜ້າ​ ຄຕພ ຕ້ອນຮັບ​ ເອກ​ອັກຄະ​ລັດຖະທູດຟີລິບປິນ ປະຈຳ ສປປ ລາວ

ຫົວໜ້າ​ ຄຕພ ຕ້ອນຮັບ​ ເອກ​ອັກຄະ​ລັດຖະທູດຟີລິບປິນ ປະຈຳ ສປປ ລາວ

ໃນ​​​ວັນ​ທີ 18 ພຶດສະພາ ຜ່ານມາ ທີ່ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາ​ງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ທ່ານນາງ ອີລີສະເບດ ຕັນ ເຕ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ຄົນໃໝ່.
ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ (19/5/1890-19/5/2026), ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ໃນວັນທີ 19 ພຶດສະພານີ ທີ່ສະຖານທູດຫວຽດນາມ.
ກອງປະຊຸມປະຈຳປີ ວ່າດ້ວຍປ່າໄມ້ດັ້ງເດີມ ຂອງພາກພື້ນອາຊີ ແລະປາຊີຟິກ

ກອງປະຊຸມປະຈຳປີ ວ່າດ້ວຍປ່າໄມ້ດັ້ງເດີມ ຂອງພາກພື້ນອາຊີ ແລະປາຊີຟິກ

ກອງປະຊຸມປະຈຳປີວ່າດ້ວຍປ່າໄມ້ດັ້ງເດີມ ຫຼື ປ່າດົງດິບ ຂອງພາກພື້ນອາຊີ ແລະ ປາຊີຟິກ (SEAP Primary Forest Annual Conference), ໄດ້ຈັດຂື້ນ ໃນວັນທີ່ 18 ພຶດສະພາ 2026 ນີ້ ທີ່ແຂວງຫຼວງພະບາງ, ໂດຍມີ ທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຜູ້ຕາງໜ້າຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ