ເສັ້ນທາງແຫ່ງການຮ່ວມຊາຕາກໍາຂອງປະເທດທີ່ມີພູຜາ ແລະ ສາຍນໍ້າເຊື່ອມຕໍ່ກັນ

ເສັ້ນທາງແຫ່ງການຮ່ວມຊາຕາກໍາຂອງປະເທດທີ່ມີພູຜາ ແລະ ສາຍນໍ້າເຊື່ອມຕໍ່ກັນ

ວັນທີ 25 ເມສາ 1961, ສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ສ້າງສາຍພົວພັນການທູດຢ່າງເປັນທາງການ. ຕະຫຼອດໄລຍະ 65 ປີທີ່ ຜ່ານມາ, ສອງປະເທດໄດ້ພັດທະນາການສາຍພັນຈາກການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນໄລຍະຕົ້ນແຫ່ງການສ້າງສາຍພົວພັນການທູດ ຈົນກ້າວສູ່ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຕໍ່ມາໄດ້ຮ່ວມກັນສ້າງປະຊາຄົມຄູ່ຮ່ວມຊາຕາກຳ ລາວ-ຈີນ, ສະແດງໃຫ້ເຫັນເຖິງການຍົກລະດັບຖານະສາຍພົວພັນຢ່າງຕໍ່ເນື່ອງ.

 

 

ວັນທີ 5 ມິຖຸນາ 2026, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດກອງປະຊຸມພົບປະກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ນະຄອນຫຼວງປັກກິ່ງ. ສອງຝ່າຍໄດ້ອອກ “ ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບຂອງຍຸກສະໃໝ່” ຊຶ່ງໄດ້ຍົກລະດັບສາຍພົວພັນຂອງສອງປະເທດຂຶ້ນສູ່ລະດັບສູງສຸດທາງປະຫວັດສາດຢ່າງທີ່ບໍ່ເຄີຍມີມາກ່ອນ. ປະທານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ, ສອງປະເທດ ລາວ ແລະ ຈີນ “ມີອຸດົມການອັນດຽວກັນ, ມີລະບອບສັງຄົມ ແລະ ເສັ້ນທາງການພັດທະນາທີ່ຄ້າຍຄືກັນ” ແລະ ສາຍພົວພັນຂອງສອງປະເທດແມ່ນ “ຍິ່ງຜ່ານຜ່າການເວລາກໍຍິ່ງແໜ້ນ ແຟ້ນ, ຍິ່ງຜ່ານຜ່າການເວລາກໍຍິ່ງສົດໃໝ່”. ແນວທາງການຢູ່ຮ່ວມກັນນີ້ ຊຶ່ງມີການຮັບຮູ້ຮ່ວມກັນດ້ານລະບອບເປັນພື້ນຖານ, ມີຄວາມໃກ້ຊິດທາງພູມິສາດເປັນເງື່ອນໄຂ ແລະ ມີການເຊື່ອມປະສານຜົນປະໂຫຍດດ້ານການພັດທະນາຢ່າງເລິກເຊິ່ງເປັນແຮງຂັບເຄື່ອນ, ເພື່ອເປັນຕົ້ນແບບພາກປະຕິບັດທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບການສ້າງປະຊາຄົມຄູ່ຮ່ວມຊາຕາກຳໃນພາກພື້ນອ້ອມຂ້າງ ແລະ ລວມເຖິງມວນມະນຸດ.

ຄວາມໄວ້ວາງໃຈຊຶ່ງກັນແລະກັນ ທາງດ້ານການເມືອງ ທີ່ມີອຸດົມການ ແລະ ເປົ້າໝາຍສອດຄ່ອງກັນລາວ ແລະ ຈີນ ຕ່າງເປັນປະເທດສັງຄົມນິຍົມ ທີ່ນໍາພາໂດຍພັກກອມມູນິດ. ຄຸນລັກສະນະດ້ານລະບອບນີ້ໄດ້ສ້າງພື້ນຖານຄວາມໄວ້ວາງໃຈທີ່ມີລັກສະນະສະເພາະໃຫ້ແກ່ສາຍພົວພັນຂອງ ສອງປະເທດ, ເຮັດໃຫ້ສອງຝ່າຍມີຄວາມເຂົ້າໃຈ ແລະ ການຮັບຮູ້ຕໍ່ໂລຊິກທາງການເມືອງພາຍໃນ ຂອງກັນ ແລະ ກັນຢ່າງເປັນທຳມະຊາດ. ຖະແຫຼງການຮ່ວມຄັ້ງນີ້ໄດ້ລະບຸຢ່າງຊັດເຈນວ່າ ສອງຝ່າຍ ຈະ “ຮ່ວມກັນປົກປ້ອງລະບອບສັງຄົມນິຍົມ ແລະ ບົດບາດການນໍາພາຂອງພັກກອມມູນິດ”, ພ້ອມທັງຕັດສິນໃຈສ້າງກົນໄກການສົນທະນາດ້ານຍຸດທະສາດຂັ້ນລັດຖະມົນຕີ ໃນຮູບແບບ “3+3” ໃນຂົງເຂດການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຊຶ່ງເປັນການຫັນຄວາມໄວ້ວາງໃຈທາງການເມືອງຈາກການເຫັນພ້ອມຮ່ວມກັນດ້ານຍຸດທະສາດ ໄປສູ່ກອບລະບອບທີ່ສາມາດນໍາປະຕິບັດໄດ້ຈິງ ແລະ ຖືເປັນເຫດຜົນທີ່ເລິກເຊິ່ງ ທີ່ເຮັດໃຫ້ສາຍພົວພັນ ລາວ-ຈີນ ສາມາດຮັກສາຄວາມໝັ້ນຄົງໄດ້ຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະຜ່ານຄວາມຜັນຜວນນານາປະການຕະຫຼອດ 65 ປີຜ່ານມາ. ການຮັບຮູ້ຮ່ວມກັນດ້ານລະບອບໄດ້ສ້າງຖານຮາກແຫ່ງຄວາມໄວ້ວາງໃຈທີ່ແໜ້ນແຟ້ນ. ຈຸດທີ່ເຮັດໃຫ້ສາຍພົວພັນລາວ-ຈີນ ແຕກຕ່າງຈາກຄວາມສຳພັນລະຫວ່າງປະເທດທົ່ວໄປ, ແມ່ນຢູ່ທີ່ພື້ນຖານແຫ່ງຄວາມໄວ້ວາງໃຈຂອງສອງຝ່າຍ ນອກຈາກມີສາຍສຳພັນດ້ານຜົນປະໂຫຍດເປັນຕົວເຊື່ອມໂຍງແລ້ວ, ຍັງມີການຮັບຮູ້ຮ່ວມກັນດ້ານລະບອບເປັນແຮງຄໍ້າຊູອີກດ້ວຍ. ສອງປະເທດຕ່າງກໍມີພັກກອມມູນິດເປັນກຳລັງນໍາພາມາເປັນເວລາຍາວນານ ແລະ ມີທັດສະນະທີ່ສອດຄ່ອງກັນຕໍ່ຄໍາຖາມທີ່ວ່າ “ເສັ້ນທາງການພັດທະນາທີ່ດີຄວນເປັນແນວໃດ”. ໃນໄລຍະສະຕິວັດທີ 20 ຊຸມປີ 1960 ຫາ 1970, ສປ ຈີນ ໄດ້ໃຫ້ການສະໜັບສະໜູນອັນລໍ້າຄ່າແກ່ພາລະກິດ ປົດປ່ອຍຊາດຂອງ ສປປ ລາວ; ໂດຍບັນດາຜູ້ນຳຮຸ່ນອາວຸໂສຂອງສອງປະເທດ ເຊັ່ນ: ເໝົາ ເຈີຕົງ, ໂຈວ ເອີນໄຫຼ ແລະ ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັນວາງຮາກຖານສາຍສຳພັນແບບ “ສະຫາຍ ແລະ ອ້າຍນ້ອງ” ອັນເປັນຮາກຖານສໍາຄັນຂອງຄວາມສາຍພົວພັນທະວີພາຄີໃນເວລາຕໍ່ມາ. ໃນປີ 2019 ແລະ 2023, ຜູ້ນຳສູງສຸດຂອງສອງພັກ-ສອງລັດ ໄດ້ຮ່ວມກັນລົງນາມ ແລະ ຊຸກຍູ້ການຈັກຕັ້ງປະຕິບັດ “ແຜນແມ່ບົດ ວ່າດ້ວຍການສ້າງປະຊາຄົມຄູ່ຮ່ວມຊາຕາກໍາ ລາວ-ຈີນ ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ”, ຕໍ່ມາໃນເດືອນມິຖຸນາ 2026, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບຂອງຍຸກສະໃໝ່”, ໂດຍໄດ້ກໍານົດໃຫ້ຊັດເຈນຍິ່ງຂຶ້ນເຖິງການປະຕິບັດແຜນການຮ່ວມມືຂອງສອງພັກໃຫ້ດີ (ໃນໄລຍະປີ 2026-2030), ເພື່ອຊຸກຍູ້ການສ້າງ ປະຊາຄົມຄູ່ຮ່ວມຊາຕາກຳໃຫ້ກ້າວໄປສູ່ມາດຕະຖານທີ່ສູງຂຶ້ນຢ່າງຕໍ່ເນື່ອງ.

ຜົນປະໂຫຍດອັນເປັນແກນກາງໄດ້ກຳນົດແນວທາງການຢູ່ຮ່ວມກັນ. ໃນບັນຫາທີ່ກ່ຽວພັນກັບຜົນປະໂຫຍດອັນເປັນແກນກາງ ແລະ ບັນຫາທີ່ສອງຝ່າຍເອົາໃຈໃສ່, ໃຫ້ຄວາມສໍາຄັນ; ລາວ - ຈີນ ໃຫ້ການສະໜັບສະໜູນອັນໜັກແໜ້ນຊຶ່ງກັນ ແລະ ກັນຢ່າງສະເໝີມາ, ຝ່າຍລາວ ຢຶດໝັ້ນ ຢ່າງໜັກແໜ້ນໃນຫຼັກການຈີນດຽວ ແລະ ມີຈຸດຢືນທີ່ສະເໝີຕົ້ນສະເໝີປາຍ ໃນບັນຫາກ່ຽວກັບ ໄຕ້ຫວັນ, ຊິນຈຽງ, ທິເບດ ແລະ ຮົງກົງ. ຝ່າຍຈີນ ເຄົາລົບການທີ່ລາວ ເລືອກເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບການຕົວຈິງຂອງປະເທດຕົນ, ພ້ອມທັງສະໜັບສະໜູນ ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ພາລະກິດການກໍ່ສ້າງສັງຄົມນິຍົມ. ໃນການປຶກສາຫາລື ລະຫວ່າງການຢ້ຽມຢາມຈີນຄັ້ງນີ້, ປະທານ ທອງລຸນ ສີສຸລິດ ໄດ້ກ່າວວ່າ ສະຫາຍ ສີຈິ້ນຜິງ ແມ່ນ “ສະຫາຍ ແລະ ມິດສະຫາຍຜູ້ໃກ້ຊິດ ທີ່ພັກ, ລັດ ແລະ ປະຊາຊົນລາວ ໃຫ້ຄວາມເຄົາລົບນັບຖື ແລະ ໄວ້ວາງໃຈຢ່າງສູງສຸດ”. ຕະຫຼອດ 65 ປີຜ່ານມາ, ສາຍພົວພັນລາວ-ຈີນ ບໍ່ເຄີຍປ່ຽນແປງໄປໃນທາງທີ່ຖົດຖອຍຢ່າງພື້ນຖານ ອັນເນື່ອງມາຈາກການປ່ຽນແປງຂອງສະພາບແວດລ້ອມພາຍນອກ; ດັ່ງນັ້ນ, ການກຳນົດຖານະສາຍພົວພັນແບບ “ທຸກສະພາບການ” ຈຶ່ງເປັນການຢືນຢັນຕໍ່ຄວາມໝັ້ນຄົງອັນຍືນຍາວດັ່ງກ່າວ.

ການແລກປ່ຽນລະຫວ່າງໂຮງຮຽນພັກໄດ້ເສີມສ້າງຖານຮາກດ້ານການບໍລິຫານປົກຄອງລັດ ໃຫ້ລົງເລິກຂຶ້ນ. ການຮ່ວມມືດ້ານການບຳລຸງກໍ່ສ້າງພະນັກງານແມ່ນໜຶ່ງໃນຮູບແບບປະຕິບັດທີ່ມີເອກະລັກທີ່ສຸດຂອງຄວາມໄວ້ວາງໃຈທາງການເມືອງ ລາວ-ຈີນ. ການຮ່ວມມືນີ້ບໍ່ແມ່ນການຖ່າຍທອດຄວາມຮູ້ແບບທາງດຽວ, ແຕ່ແມ່ນການແລກປ່ຽນຮຽນຮູ້ຢ່າງເລິກເຊິ່ງລະຫວ່າງສອງພັກສັງຄົມນິຍົມທີ່ປົກຄອງປະເທດ ກ່ຽວກັບບັນຫາ “ຈະປົກຄອງປະເທດແນວໃດ ແລະ ຈະບໍລິຫານລັດຢ່າງໃດ”. ໃນປີ 2000, ສະຫາຍ ທອງລຸນ ສີສຸລິດ ຊຶ່ງໃນເວລານັ້ນດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ຄວບຕຳແໜ່ງລັດຖະມົນຕີການຕ່າງປະເທດຂອງລາວ, ໄດ້ເຂົ້າສຶກສາຢູ່ໂຮງຮຽນພັກສູນກາງຂອງພັກກອມມູນິດຈີນ ເປັນເວລາໜຶ່ງເດືອນ. ຜ່ານໄປ 26 ປີ, ສະຫາຍ ທອງລຸນ ສີສຸລິດ ໃນຖານະຜູ້ນໍາສູງສຸດຂອງລາວໄດ້ເດີນທາງກັບຄືນໄປຢ້ຽມຢາມໂຮງຮຽນພັກ ສູນກາງພັກກອມມູນິດອີກຄັ້ງ ໂດຍສະເພາະໃນລະຫວ່າງການຢ້ຽມຢາມຈີນທາງລັດຖະກິດ, ເພື່ອພົບປະຖາມຂ່າວອາຈານຜູ້ເຄີຍສິດສອນ ແລະ ຫວນຄືນຄວາມຫຼັງ, ພ້ອມທັງພົບປະກັບນັກຮຽນລາວທີ່ກຳລັງສຶກສາຢູ່ທີ່ນັ້ນຈໍານວນກວ່າ 30 ຄົນ. ຄວາມຜູກພັນກັບໂຮງຮຽນພັກສູນກາງພັກກອມມູນິດທີ່ຂ້າມພົມແດນແຫ່ງນີ້, ສະແດງໃຫ້ເຫັນວ່າການບຳລຸງກໍ່ສ້າງພະນັກງານ ໄດ້ປະສານເຂົ້າເປັນສ່ວນເລິກໃນຮາກຖານແຫ່ງຄວາມໄວ້ວາງໃຈທາງການເມືອງຂອງສອງປະເທດ. ໃນດ້ານຂອບການຮ່ວມມື, ໂຮງຮຽນພັກສູນກາງພັກກອມມູນິດຈີນ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ຮັກສາການແລກປ່ຽນ ແລະ ຮ່ວມມືລະຫວ່າງສະຖາບັນຢ່າງເປັນປົກກະຕິ ໃນດ້ານລະບົບຫຼັກສູດຝຶກອົບຮົມ, ການປະເມີນຜົນຜູ້ເຂົ້າຮຽນ ແລະ ການບຳລຸງສ້າງຄູ-ອາຈານ. ໃນຂັ້ນທ້ອງຖິ່ນ, ໂຮງຮຽນພັກຂອງ 3 ແຂວງ ແລະ ເຂດຄື: ຢຸນນານ, ຫູໜານ ແລະ ກວາງຊີ ໄດ້ອາໄສຂໍ້ໄດ້ປຽບດ້ານທີ່ຕັ້ງ ແລະ ຄວາມເດັ່ນດ້ານວິຊາການຂອງຕົນ ສ້າງຮູບແບບການແບ່ງງານດ້ານການຝຶກອົບຮົມທີ່ມີຈຸດເນັ້ນແຕກຕ່າງກັນ. ຖະແຫຼງການຮ່ວມໃນການຢ້ຽມຢາມຈີນຄັ້ງນີ້ ໄດ້ສະເໜີໃຫ້ດໍາເນີນໂຄງການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນເພີ່ມຕື່ມ ຊຶ່ງເປັນສັນຍານວ່າ ລະບົບການແລກປ່ຽນຫຼາຍລະດັບນີ້ ໄດ້ກ້າວຈາກຂັ້ນການສໍາຫຼວດທາງປະຕິບັດ ໄປສູ່ການຢຶດໝັ້ນໃນພາກປະຕິບັດຕົວຈິງຢ່າງໝັ້ນຄົງແລ້ວ.

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ