![]() |
ໂອກາດນີ້, ທັງສອງຝ່າຍໄດ້ປຶກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງ, ເອກະພາບ ແລະ ຕົກລົງກັນ ສືບຕໍ່ຈັດຕັ້ງການຝຶກຊ້ອມຂັ້ນຍຸດທະວິທີຮ່ວມກັນ ພາຍໃຕ້ລະຫັດ ລາໂຣສ-2025 ໂດຍຢຶດໝັ້ນຕໍ່ຄໍາຂວັນທີ່ວ່າ: ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ຄວາມໝັ້ນຄົງ ຊຶ່ງຈະຈັດຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025 ນີ້.
ສະຫາຍ ພັນໂທ ອະນຸສິດ ຊູວົງສະຫວັດ ຮອງຫົວໜ້າພະແນກຍຸດທະວິທີ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຄະນະຮັບຜິດຊອບເນື້ອໃນໄດ້ລາຍງານການກະກຽມຮອບດ້ານໃນການຝຶກຊ້ອມດັ່ງກ່າວ ໃຫ້ຝ່າຍ ສ ຣັດເຊຍຮັບຊາບ ແລະ ໄດ້ຮ່ວມກັນແລກປ່ຽນຄໍາເຫັນ ພ້ອມທັງເອກະພາບຄືນກ່ຽວກັບເນື້ອໃນວິທີການຝຶກຊ້ອມ ລວມທັງວຽກງານຮັບປະກັນຮອບດ້ານ ແລະ ການເຄື່ອນໄຫວກິດຈະກໍາຮ່ວມກັນທາງດ້ານສິລະປະ-ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະຫຼອດໄລຍະແຫ່ງການຝຶກຊ້ອມຮ່ວມກັນ.
ການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຄັ້ງນີ້ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວເຂົ້າສູ່ລວງເລິກ ທັງເປັນການຍົກສູງຄວາມສາມາດແຫ່ງການສໍາພັນສູ້ຮົບລະຫວ່າງສອງກອງທັບລາວ-ຣັດເຊຍ, ຣັດເຊຍ-ລາວ ກຽມພ້ອມປະກອບສ່ວນໃນການປົກປັກຮັກສາສັນຕິພາບ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສອງຊາດໄວ້ໃຫ້ໝັ້ນຄົງຕະຫຼອອດໄປ.
ຂ່າວ: ສຸເວດ ສີດາຄຳ
ຄໍາເຫັນ