ສູນວັດທະນະທຳຈີນຈັດກິດຈະກໍາ “ສະເຫຼີມສະຫຼອງບຸນກຸດຈີນ” ປີ 2025

ສູນວັດທະນະທຳຈີນຈັດກິດຈະກໍາ “ສະເຫຼີມສະຫຼອງບຸນກຸດຈີນ” ປີ 2025 ຮອບ​ມວນ​ຊົນ

ສູນວັດທະນະທຳຈີນຈັດກິດຈະກໍາ “ສະເຫຼີມສະຫຼອງບຸນກຸດຈີນ” ປີ 2025 ຮອບ​ມວນ​ຊົນ
ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ “ສະເຫຼີມສະຫຼອງບຸນກຸດຈີນ” ປີ 2025 ​ຮອບມວນ​ຊົນເຂົ້າ​ຊົມຂຶ້ນໃນວັນທີ18-19 ມັງກອນ ຜ່ານມາ ທີ່ສູນວັດທະນະທຳຈີນປະຈຳລາວ ໂດຍ​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ຢ່າງຫຼວງຫຼາຍ.

 

ບຸນກຸດຈີນ (ບຸນປີໃໝ່ຈີນ) ແມ່ນສັນຍາລັກແຫ່ງການເລິ່ມຕົ້ນປີໃໝ່ ຊຶ່ງຈະເລີ່ມຕົ້ນໃນວັນທີ 1 ເດືອນ 1 ຕາມປະຕິທິນຈີນ. ໄລຍະກ່ອນ ແລະ ຫຼັງບຸນກຸດຈີນ ຜູ້ຄົນຈະປະຕິບັດກິດຈະກຳທາງສັງຄົມຕ່າງໆ, ເພື່ອເປັນການບອກລາປີເກົ່າ ແລະ ຕ້ອນຮັບປີໃໝ່ ພ້ອມທັງອະທິຖານຂໍພອນຕາມຈຸດປະສົງຂອງແຕ່ລະຄົນ, ໃນໂອກາດສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທຸກຄົນໃນຄອບຄົວໄດ້ມາເຕົ້າໂຮມກັນສະເຫຼີມສະຫຼອງ, ເພື່ອເສີມຂະຫຍາຍຄວາມສາມັກຄີກັນຂອງສັງຄົມ, ຂະບວນການດັ່ງກ່າວນີ້ຖືກເອີ້ນວ່າ “ການສະເຫຼີມສະຫຼອງປີໃໝ່” ບຸນກຸດຈີນ ກາຍເປັນສັນຍາລັກແຫ່ງວັດທະນະທໍາຈີນ ທີ່ທົ່ວໂລກໃຫ້ການຍອມຮັບ, ເຫັນພ້ອມ ແລະ ຊື່ນຊົມ.“ບຸນກຸດຈີນ-ການສະເຫຼີມສະຫຼອງບຸນປີໃໝ່ອັນເປັນມູນເຊື້ອທີ່ປະຕິບັດກັນໃນສັງຄົມຂອງປະຊາຊົນຊາວຈີນ” ໄດ້ຖືກບັນທຶກເຂົ້າໃນລາຍຊື່ມໍລະດົກວັດທະນະທໍານາມມະທໍາຂອງອົງການອຸຍເນັສໂກ.

ພາຍໃນກິດຈະກຳຄັ້ງນີ້ຈະໄດ້ຮັບຊົມການສະແດງສິລະປະພາຍໃຕ້ຫົວຂໍ້:ສະເຫຼີມສະຫຼອງບຸນກຸດຈີນ ແລະ ສຳຜັດວັດທະນະທຳຫູເປີຍທີ່ປະເທດລາວຫູເປີຍ ເປັນແຫຼ່ງກໍາເນີດຂອງວັດທະນະທໍາສູ, ຜູ້ຄົນໃນທີ່ນີ້ ມີແຮງປາຖະໜາອັນແຮງກ້າຕໍ່ກັບການສະແຫວງຫາການດໍາລົງຊີວິດທີ່ດີຂຶ້ນ. ກ່ອນບຸນກຸດຈີນ ພວກເຂົາພາກັນຕິດກອນຄູ່, ເຈ້ຍຕັດ, ຮູບພາບບຸນປີໃໝ່ຈີນທີ່ປະຕູ ແລະ ປ່ອງຢ້ຽມ, ກະກຽມເຄື່ອງທູບໃນການສັກກາລະບູຊາບັນພະບູລຸດ ແລະ ກະກຽມຊາເພື່ອຕ້ອນຮັບແຂກ, ໃນມື້ບຸນ ຜູ້ຄົນຈະໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກັນ, ພ້ອມທັງອວຍພອນໃຫ້ກັນ ແລະ ກັນ.

ກິດຈະກໍາ“ສະເຫຼີມສະຫຼອງບຸນກຸດຈີນ-ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ”ການວາງສະແດງມໍລະດົກວັດທະນະທໍານາມມະທໍາຄັ້ງນີ້ປະກອບມີການວາງສະແດງ ແລະ ກິດຈະກໍາແບບໂຕ້ຕອບທັງໝົດ 8 ລາຍການທີ່ຕາງໜ້າໃຫ້ກັບມໍລະດົກວັດທະນະທໍານາມມະທໍາຂອງແຂວງຫູເປີຍທີ່ກ່ຽວຂ້ອງຢ່າງໃກ້ຊິດກັບປະເພນີບຸນກຸດຈີນຄື: ການຕັດເຈ້ຍລາຍດອກໄມ້ ເມືອງສ້ຽວການ, ສິລະປະການເຮັດຊາຢູ້ລູ້ເອິ່ນສື, ສິລະປະການເຮັດຊາດິນຈີ່ ຈ້າວຫຼີສຽວ, ການປັກແສ່ວຕ້າແຢ, ສິລະປະການເຮັດທູບສູຊ່ຽງ, ການປັ້ນແປ້ງເອີ້ໂຈ່ວ, ການຂຽນຕົວອັກສອນຈີນ, ສິລະປະພາບພິມບຸນກຸດຈີນ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ
ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເພີ່ມເຕີມ