ພາຍໃນງານປະກອບມີຫຼາຍກິດຈະກໍາເປັນຕົ້ນມີການສະແດງສິລະປະຈາກນັກຮຽນເຮືອນຮຽນຮູ້ສໍາລັບເດັກ, ການເດີນແບບ, ຟ້ອນ, ເຕັ້ນ, ຮ້ອງເພງ, ລະຄອນສັ້ນ.ນອກຈາກນີ້, ນັກຮຽນຍັງໄດ້ສຳຜັດກັບການປັ້ນດິນເຜົາຈືຊ່າ, ຮັບຊົມການວາງສະແດງຜົນງານຈືຊ່າ ແລະ ສະແດງສິລະປະການຊົງຊາ ແລະ ຊິມເຂົ້າຕົ້ມຈີນ.
ການຈັດກິດຈະກຳຄັ້ງນີ້, ແນໃສ່ເຮັດໃຫ້ນ້ອງນ້ອຍເຍົາວະຊົນ ໄດ້ເຄື່ອນໄຫວກິດຈະກໍາວັນເດັກນ້ອຍສາກົນ ເປີດໂອກາດໃນການກ້າຄິດ, ກ້າສະແດງອອກ ຊຶ່ງຄໍາຂວັນປີນີ້ແມ່ນ “ ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ ສິດເທົ່າທຽມກັນ, ອະນາຄົດທີ່ປອດໄພ”, ທັງເປັນການຊຸກຍູ້ສົ່ງເສີມເດັກນ້ອຍ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນເດັກຄໍາຮູ້ຂອງພໍ່ແມ່, ເປັນນັກຮຽນດີ, ຮຽນເກັ່ງຂອງຄູ ແລະ ເປັນພົນລະເມືອງທີ່ດີຂອງສັງຄົມ, ເປັນຊັບພະຍາກອນມະນຸດທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ບຸນອູ້ມ
ຄໍາເຫັນ