ສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

ສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

ສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ
ໃນວັນທີ 16 ກໍລະກົດນີ້ ທີ່ນະຄອນຊຽງໄຮ້ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະ ບານ ແຫ່ງ ສປປ ລາວ ໄດ້ລົງນາມເປັນປະເທດຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ(Agreement of the establishment of the World Artificial Intelligence Cooperation Organisation – WAICO).
ສປປ ລາວ ລງນາມເປນປະເທດສະມາຊກຜຮວມກຕງອງການຮວມມປນຍາປະດດໂລກ - image 1
 

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫວາງ ອີ້ (Wang Yi) ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ ແລະ ບັນດາກິດຈະກໍາປິ່ນອ້ອມທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ນະຄອນຊຽງໄຮ້ ສປຈີນ. ພິເສດ, ກ່ອນພິທີລົງນາມຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງອົງການ WAICO, ພະນະທ່ານ ສີ ຈິ້ນຜິງ (Xi Jinping) ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າຕ້ອນຮັບລະດັບປະມຸກລັດ ແລະ ກ່າວປາໄສທີ່ສໍາຄັນ ແກ່ບັນດາປະເທດທີ່ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສປປ ລາວ ໄດ້ຮ່ວມກັບ ສປ ຈີນ ແລະ ບັນດາປະເທດເພື່ອນມິດຕ່າງໆລົງນາມໃນຖານະຜູ້ຮ່ວມກໍ່ຕັ້ງອົງການ WAICO ຊຶ່ງມີທັງໝົດ 29 ປະເທດ ຈາກຫຼາຍພາກພື້ນທົ່ວໂລກ ລວມມີບັນດາປະເທດໃນຂົງເຂດອາຊຽນ, ອາຊີກາງ, ເອີຣົບ, ອາເມຣິກາ-ລາຕິນ ແລະ ອາຟຣິກາ ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ອັນໂຕນີໂອ ກຸເຕີເຣສ (Antonio Guterres) ເລຂາທິການໃຫຍ່ອົງການສະຫະປະຊາຊາດ. ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການ WAICO ດັ່ງກ່າວ ຍັງຈະສືບຕໍ່ເປີດໃຫ້ມີການລົງນາມຈາກວົງຄະນາຍາດສາກົນຕໍ່ໄປ.

ການສ້າງຕັ້ງອົງການ WAICO ແມ່ນຂີດໝາຍສຳຄັນທາງປະຫວັດສາດຂອງການຮ່ວມມືືແບບຫຼາຍຝ່າຍ ໃນຂົງເຂດປັນຍາປະດິດໂລກ (AI), ສົ່ງເສີມການພັດທະນາ ແລະ ການນຳໃຊ້ AI ໃນທົ່ວໂລກຢ່າງຮອບດ້ານ, ປອດໄພ ແລະ ມີຄວາມຮັບຜິດຊອບ, ສະໜັບສະໜູນການປະສານງານລະຫວ່າງປະເທດກ່ຽວກັບມາດຕະຖານການຄຸ້ມຄອງ, ມາດຕະຖານເຕັກນິກ ແລະ ຫຼັກການດ້ານຈັນຍາບັນຂອງ AI, ຫຼຸດຜ່ອນຄວາມແຕກໂຕນດ້ານດີຈີຕອນໂດຍສະເພາະປະເທດກຳລັງພັດທະນາ, ຮ່ວມມືສາກົນແກ້ໄຂອາຊະຍາກຳຂ້າມຊາດ.

ສປປ ລາວ ລງນາມເປນປະເທດສະມາຊກຜຮວມກຕງອງການຮວມມປນຍາປະດດໂລກ - image 2
 

ການເຂົ້າຮ່ວມລົງນາມຂອງ ສປປ ລາວ ໃນຄັ້ງນີ້ ຍັງເປັນການຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໂດຍສະເພາະການຮ່ວມມື ດ້ານເຕັກໂນໂລຊີໃໝ່ພາຍໃຕ້ຂອບການຮ່ວມມືWAICO. ສປປ ລາວ ເຊື່ອໝັ້ນວ່າຂອບການຮ່ວມມືດັ່ງກ່າວຍັງຈະປະກອບສ່ວນສຳຄັນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳມວນມະນຸດ; ການເຂົ້າຮ່ວມອົງການ WAICO ຍັງເປັນໂອກາດສໍາຄັນສໍາລັບ ສປປ ລາວ ເພື່ອຍາດແຍ່ງການຮ່ວມມືກັບສາກົນໃນການຮັບມືກັບສິ່ງທ້າທາຍທາງໄຊເບີ, ດຶງດູດການລົງທຶນຈາກຕ່າງ ປະເທດເພື່ອພັດທະນາໃນຂະແໜງ AI, ການຖ່າຍໂອນເຕັກໂນໂລຊີ, ຊຸກຍູ້ການນຳໃຊ້ AI ຢ່າງສ້າງສັນເພື່ອເປັນກຳລັງແຮງຂັບເຄື່ອນການພັດທະນາປະເທດຊາດຕາມຍຸກສະໄຫມ, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ, ສອດຄ່ອງກັບແນວທາງນະໂນບາຍຂອງພັກ-ລັດຖະ ບານວາງອອກກໍຄືການຈັດຕັ້ງປະຕິບັດ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.
ມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີມອບ-ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ໂດຍການຊ່ວຍເຫຼືອຂອງລັດຖະບານອິນເດຍ​ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາຜ່ານນີ້ ທີ່ ວິທະຍາໄລສິລະປະແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ Shri Pabita Margherita ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຫັດຖະກຳ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ໂຢເກສວາ ຊັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ບັນດາແຂກທັງຝ່າຍລາວ ແລະ ອິນເດຍເຂົ້າຮ່ວມ.
ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ໃນວັນທີ 31 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 100 ລ້ານກວ່າຢວນ(ສະກຸນເງິນ ສປ ຈີນ) ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຊຶ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສ​ສຫວຽດນາມປະຈໍາ ສ​ປ​ປລາວຮ່ວມ​ກັບຫໍພິພິທະພັນວິຈິດສິນຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສ​ປ​ປລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ໃນວັນທີ 26-27 ສິງຫາ 2026 ທີ່ ນະຄອນໂຮ່ຈິມິນສສ ຫວຽດນາມ ທ່ານ ນາງ ດາລານີ ພົມມະວົງສາ,ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1, ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 7. ມີບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ບັນດາປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ຮອງນາຍົກ ຕ້ອນຮັບຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ

ຮອງນາຍົກ ຕ້ອນຮັບຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ

ໃນວັນທີ 28 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຊຸ ເຫວີນກໍວ່າງ ຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ ພ້ອມດ້ວຍຄະນະ.
ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ

ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້: “70 ປີຂອງສາຍພົວພັນ ລາວ - ອິນເດຍ: ຈາກຄູ່ຮ່ວມພັດທະນາສູ່ການເປັນຄູ່ຮ່ວມມືຮອບດ້ານ ຂຶ້ນໃນວັນທີ 28 ສິງຫານີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.
ສະຫາຍ ໂຕ ເລິມຕ້ອນຮັບ ປະທານຄະນະກວດກາສູນກາງພັກ ແລະ ປະທານອົງການກວດກາແຫ່ງລັດ ສປປ ລາວ

ສະຫາຍ ໂຕ ເລິມຕ້ອນຮັບ ປະທານຄະນະກວດກາສູນກາງພັກ ແລະ ປະທານອົງການກວດກາແຫ່ງລັດ ສປປ ລາວ

ໃນວັນທີ 26 ສິງຫານີ້, ທີ່ສຳນັກງານສູນກາງພັກ ສສ ຫວຽດນາມ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ສປປ ລາວ, ເນື່ອງໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.
ສະແດງສີລະປະເສີມຂະຫຍາຍ ສາຍພົວພັນແບບພິເສດ ລາວ-ຫວຽດນາມ

ສະແດງສີລະປະເສີມຂະຫຍາຍ ສາຍພົວພັນແບບພິເສດ ລາວ-ຫວຽດນາມ

ໃນວັນທີ 25 ສິງຫາ 2026 ທີ່ສະໂມສອນໃຫຍ່ (ຫຼັກ 4) ແຂວງຄໍາມ່ວນ, ໄດ້ຈັດງານສະແດງສິລະປະວັດທະນະທຳ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2 ກັນຍາ 2026). ທັງເປັນການເສີມຂະຫຍາຍ ບັນດາກິດຈະກຳວັດທະນະທໍາ ແລະ ສິລະປະ ຂອງ ສສ ຫວຽດນາມ.
ເພີ່ມເຕີມ