ສປປ ລາວ ເປັນເຈົ້າພາບກອງປະຊຸມລະດັບພາກພື້ນ ກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສປປ ລາວ ເປັນເຈົ້າພາບກອງປະຊຸມລະດັບພາກພື້ນ ກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສປປ ລາວ ເປັນເຈົ້າພາບກອງປະຊຸມລະດັບພາກພື້ນ ກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ
ໃນລະຫວ່າງວັນທີ 27-29 ພຶດສະພາ 2026 ທີ່ ນະຄອນຫຼວງວຽງຈັນ, ໜ່ວຍງານສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາສາກົນວ່າດ້ວຍເກືອດຫ້າມລະເບີດລູກຫວ່ານ (CCM International Support Unit) ແລະ ຫ້ອງການຫຼຸດຜ່ອນອາວຸດ ອົງການ ສປຊ (UNODA) ຮ່ວມກັບ ລັດຖະບານ ສປປ ລາວ
ສປປ ລາວ ເປນເຈາພາບກອງປະຊມລະດບພາກພນ ກຽວກບ ສນທສນຍາວາດວຍການເກອດຫາມລະເບດລກຫວານ - image 1
 

 

ໄດ້ຈັດກອງປະຊຸມສຳມະນາລະດັບພາກພື້ນ ອາຊີ-ປາຊີຟິກ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວຂຶ້ນ ໂດຍພາຍໃຕ້ຫົວຂໍ້: “Strengthening Regional Cooperation toward Universalization and Implementation”, ໂດຍມີ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ຕາງໜ້າປະທານກອງປະຊຸມທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC CCM), ເຂົ້າຮ່ວມມີຄໍາເຫັນໃນພາກເປີດກອງປະຊຸມ.

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງປະທານ ຄຊກລ ໄດ້ສະເຫນີກ່ຽວກັບທິດທາງ ແລະ ວິໄສທັດໃນການເປັນປະທານກອງປະຊຸມທົບທວນຮອບວຽນທີ 3 ຂອງ ສປປ ລາວ ທີ່ເນັ້ນເຖິງຄວາມສໍາຄັນຂອງການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອຈັດຕັ້ງຜັນຂະຫຍາຍແຜນງານສາກົນພາຍໃຕ້ສົນທິສັນຍາ CCM ໃຫ້ກາຍເປັນແຜນງານໃນລະດັບຊາດຂອງບັນດາປະເທດພາຄີ, ການສົ່ງເສີມການແລກປ່ຽນບົດຮຽນເຊິ່ງກັນແລະກັນ ຢ່າງມີປະສິດຕິຜົນ. ເຂົ້າຮ່ວມມີຄໍາເຫັນໃນພາກເປີດກອງປະຊຸມ ຍັງມີ ທ່ານ ນາງ ເອລີຊາເບັດ ເຕ (Elizabeth Te), ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ສປປ ລາວ, ທ່ານ ນາງ ພາເມລາ ເອ ໂມຣາກາ (Pamela A. Moraga), ຫົວໜ້າໜ່ວຍງານ CCM-ISU, ແລະ ທ່ານ ນາງ ເບນີຕາ ຊອມເມີວິລ (Benita Sommerville), ຮອງທູດອົດສະຕຣາລີ ປະຈຳ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຊ່ຽວຊານ, ຜູ້ວາງແຜນນະໂຍບາຍ ແລະ ທີ່ປຶກສາກົດໝາຍແຫ່ງຊາດ ຈາກບັນດາປະເທດພາຄີ ໃນທົ່ວພາກພື້ນ ອາຊີ-ປາຊີຟິກ, ລວມທັງ ຜູ້ຕາງໜ້າບັນດາປະເທດທີ່ຍັງບໍ່ທັນເຂົ້າຮ່ວມເປັນພາຄີ, ຊ່ຽວຊານດ້ານວຽກງານເເກ້ໄຂລະເບີດບໍ່ທັນເເຕກຂອງບັນດາອົງການປະຕິບັດງານ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 65 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ສ້າງຄວາມເຂັ້ມແຂງ ໃນລະດັບພາກພື້ນ ຕໍ່ກັບພັນທະ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າຮ່ວມເປັນພາຄີ ຂອງສົນທິສັນຍາ CCM, ການສະໜັບສະໜູນເພື່ອເຂົ້າຮ່ວມສົນທິສັນຍາດັ່ງກ່າວ, ການສ້າງຄວາມເຂັ້ມແຂງດ້ານວິຊາການໃນການຈັດຕັ້ງປະຕິບັດ, ສ້າງເຄືອຂ່າຍການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ, ພ້ອມທັງ ເພີ່ມຄວາມຮັບຮູ້ກ່ຽວກັບຜົນກະທົບຈາກລະເບີດທີ່ຕົກຄ້າງໂດຍຜ່ານການລົງໄປຕິດຕາມເບິ່ງການປະຕິບັດງານຕົວຈິງຢູ່ພາກສະໜາມ.

ກອງປະຊຸມລະດັບພາກພື້ນນີ້ ເປັນເວທີສໍາຄັນ ເພື່ອເປັນໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ແລກ ປ່ຽນບົດຮຽນ ແລະ ປຶກສາຫາລື ໃນຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນ ສະພາບລວມ ແລະ ທ່າຂະຫຍາຍຂອງການປະຕິບັດສົນທິສັນຍາ ໃນລະດັບສາກົນ, ພັນທະຕົ້ນຕໍຂອງສົນທິສັນຍາ ລວມທັງ ກົນໄກຂັບເຄື່ອນການຈັດຕັ້ງປະຕິບັດວຽກງານເກັບກູ້-ກວດກູ້ ລະເບີດທີ່ບໍ່ທັນແຕກ (ລບຕ), ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ເເລະ ການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍ. ຜູ້ແທນກອງປະຊຸມຍັງໄດ້ຍົກໃຫ້ເຫັນ ຄວາມສໍາຄັນຂອງການຮ່ວມມືແບບ ໃຕ້-ໃຕ້ (South-South Cooperation) ຫຼື ລະຫວ່າງບັນດາປະເທດກໍາລັງພັດທະນານໍາກັນ ເເລະ ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານ ຢູ່ໃນບັນດາປະເທດເກາະດອນນ້ອຍ (Small Islands Developing States ຫລື SIDs). ກອງປະຊຸມຍັງໄດ້ຮັບຟັງ ການແລກປ່ຽນປະສົບການ ຈາກຜູ້ທີ່ລອດຊີວິດອັນເກີດຈາກ ລບຕ, ຄວາມສໍາຄັນໃນການບັນລຸເປົ້າໝາຍການພັດທະນາເເບບຍືນຍົງ (SDGs) ໂດຍສະເພາະເເມ່ນເປົ້າໝາຍທີ 18 (ຊີວິດປອດໄພຈາກ ລບຕ) ແລະ ຮັບຟັງການນຳະເໜີຂອງຫ້ອງການ ຄຊກລ (NRA) ແຫ່ງຊາດ ກ່ຽວກັບບົດຮຽນຕົວຈິງຂອງ ສປປ ລາວ ໃນການຜັນຂະຫຍາຍແຜນປະຕິບັດງານ ໂລຊານ (Lausanne Action Plan) ຂອງສາກົນ ເຂົ້າໃນແຜນງານລະດັບປະເທດ.

ໃນໂອກາດນີ້ ຄະນະຜູ້ແທນທັງໝົດຍັງໄດ້ລົງໄປຢ້ຽມຢາມພາກສະໜາມ ຢູ່ ເມືອງກາສີ, ແຂວງວຽງຈັນ ເພື່ອເຫັນເຖິງສະພາບການປະຕິບັດງານຕົວຈິງຢູ່ພາກສະຫນາມ ຂອງກອງກວດກູ້ລະເບີດເພື່ອມະ ນຸດສະທຳ ໂດຍພາຍໃຕ້ສູນແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ (ສູນ 523), ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນສະພາບຄວາມເປັນຈິງ ຂອງການຕົກຄ້າງຂອງ ລບຕ ຢູ່ໃນພື້ນທີ່ຕ່າງໆຂອງ ສປປ ລາວ ແລະ ຂັ້ນຕອນການສຳຫຼວດພື້ນທີ່, ການເກັບກູ້ ແລະ ການທຳລາຍລະເບີດທີ່ຄົ້ນພົບ, ລວມທັງ ການໂຄສະນາສຶກສາອົບຮົມຄວາມສ່ຽງໄພຈາກ ລບຕ ແລະ ການມີສ່ວນຮ່ວມຂອງຊຸມຊົນ ໃນວຽກງານແກ້ໄຂບັນຫາດັ່ງກ່າວ.

ສປປ ລາວ ເປນເຈາພາບກອງປະຊມລະດບພາກພນ ກຽວກບ ສນທສນຍາວາດວຍການເກອດຫາມລະເບດລກຫວານ - image 2
 

ການເປັນເຈົ້າພາບຈັດກອງປະຊຸມລະດັບພາກພື້ນຄັ້ງນີ້ ແມ່ນສະແດງເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງ ສປປ ລາວ ໃນຖານະເປັນປະທານສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ປະຈຳປີ 2026 ແລະ ການກະກຽມເປັນເຈົ້າພາບກອງປະຊຸມທົບທວນການຈັດຕັ້ງປະຕິບັດ ຮອບວຽນທີ 3 ຂອງສົນທິສັນຍາ CCM ລະດັບສາກົນ ຊຶ່ງຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14-18 ກັນຍາ 2026 ນີ້, ເພື່ອຊຸກຍູ້ໃຫ້ການຈັດຕັ້ງປະຕິບັດສົນທິສັນຍາ CCM ມີປະສິດທິຜົນໃນທົ່ວໂລກ. ໃນຖານະເປັນໜຶ່ງໃນບັນດາປະເທດທີ່ຖືກກະທົບຫຼາຍກວ່າຫມູ່, ຜ່ານມາ ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງຫນ້າໃນຂະບວນການສ້າງສົນທິສັນຍາ CCM ແລະ ທັງໄດ້ຮັບກຽດເປັນເຈົ້າພາບກອງປະຊຸມລັດພາຄີຄັ້ງທຳອິດ ທີ່ ນະຄອນຫຼວງວຽງຈັນ ໃນປີ 2010. ນັບແຕ່ນັ້ນເປັນຕົ້ນມາ, ສປປ ລາວ ໄດ້ຢືນຢູ່ແຖວໜ້າເພື່ອຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ຂະຫຍາຍການຮ່ວມມືເພື່ອຮັບປະກັນໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ, ພ້ອມທັງ ໄດ້ກໍານົດໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກ ເຂົ້າໃນບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຮັບຮອງໃຫ້ເປັນເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG18). ການປະກອບສ່ວນຢ່າງຫ້າວຫັນ ແລະ ສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ໃນວຽກງານຂອງສົນທິສັນຍາສາກົນນີ້ ໄດ້ສ້າງຄວາມເຊື່ອໝັ້ນຈາກວົງຄະນາຍາດສາກົນ ໃຫ້ ສປປ ລາວ ເປັນປະທານກອງປະຊຸມທົບທວນຂອງສົນທິສັນຍາ CCM ຮອບວຽນທີ 3 ໃນປີ 2026 ນີ້.

(ຂ່າວ: ກຕທ; ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ເພີ່ມເຕີມ