ສປປ ລາວ ເພີ່ມທະວີສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີ້ສິນສາທາລະນະ

ສປປ ລາວ ເພີ່ມທະວີສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີ້ສິນສາທາລະນະ
ທະນາຄານພັດທະນາອາຊີ (ADB) ຮ່ວມກັບກະຊວງການເງິນ ໄດ້ຈັດພິທີຖະແຫຼງຂ່າວກອງປະຊຸມລະດັບສູງເພື່ອປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີ້ສິນສາທາລະນະຢູ່ ສປປ ລາວ ຂຶ້ນໃນວັນທີ 5 ຕຸລາ ຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະກະຊວງການເງິນ, ມີທ່ານນາງ ເອັມມາ ວີເວ ຮອງຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ຂອງ ADB ພ້ອມດ້ວຍພາກສ່ວນກ່ຽວສື່ມວນຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ການກໍານົດການພົວພັນລະຫວ່າງ ການຄຸ້ມຄອງໜີ້ສິນສາທາລະນະ ແລະ ນະໂຍບາຍການເງິນ, ເງິນຕາ ເພື່ອຊ່ວຍສ້າງວິທີການຂອງລັດຖະບານທັງໝົດ ແນໃສ່ເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະ, ການຖອດຖອນບົດຮຽນຈາກພາກພື້ນ ແລະ ສາກົນ, ບັນດາເຈົ້າໜ້າທີ່ພາກລັດ, ຜູ້ຕາງໜ້າພາກເອກະຊົນ, ນັກຊ່ຽວຊານ, ຄູ່ຮ່ວມພັດທະນາຈາກພາກພື້ນ ແລະ ສາກົນ ໄດ້ທົບທວນຄືນບົດຮຽນ ແລະ ໃຫ້ຂໍ້ສະເໜີແກ່ລັດຖະບານ ສປປ ລາວ ພິຈາລະນາເຂົ້າໃນແຜນການທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງໜີ້ສາທາລະນະ.
ທ່ານ ສຸລິວັດ ສຸວັນນະຈູມຄໍາ ກ່າວວ່າ: ການສົນທະນາປຶກສາຫາລືລະດັບສູງໄດ້ສະໜອງຂໍ້ສະເໜີທີ່ເປັນປະ ໂຫຍດຫຼາຍຂໍ້ ທີ່ຈະຊ່ວຍໃຫ້ລັດຖະບານໃນການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ຍຸດທະສາດການຄຸ້ມຄອງໜີ້ສິນໄລຍະກາງ ຊຶ່ງບັນດາຂໍ້ສະເໜີທີ່ໄດ້ຍົກຂຶ້ນມາໃນກອງປະຊຸມຈະຊ່ວຍຮັບປະກັນທິດທາງທີ່ຍືນຍົງກວ່າເກົ່າສຳລັບໜີ້ສິນສາທາລະນະ. ໃນນັ້ນລວມທັງການກ້າວໄປສູ່ການປະສານສົມທົບກັນພາຍໃນໜ່ວຍງານພາກລັດທີ່ດີຂຶ້ນ. ພ້ອມນັ້ນຍັງມີຄວາມຈຳເປັນຕ້ອງຮັບປະກັນການແກ້ໄຂບັນຫາທີ່ຫຼີກລ່ຽງບໍ່ໄດ້ລະຫວ່າງນະໂຍບາຍເງິນຕາ, ງົບປະມານ, ນະໂຍບາຍທາງການເງິນ ແລະ ການຄຸ້ມຄອງໜີ້ສາທາລະນະຕ້ອງໄດ້ຮັບການລະບຸ ແລະ ແກ້ໄຂ. ໂດຍນັ້ນໃສ່ການຕິດຕາມກວດກາໜີ້ສິນພາກລັດຢ່າງຮອບດ້ານ, ຖືກຕ້ອງ, ທັນການ ແລະ ໂປ່ງໃສຫຼາຍຂຶ້ນ. ໃນການຕິດຕາມໜີ້ສິນພາກລັດທັງໝົດ, ການຄໍ້າປະກັນ, ການປ່ອຍກູ້ຕໍ່ ພ້ອມທັງໜີ້ສິນສຳຮອງຂອງບັນດາລັດວິສາຫະກິດຈາກການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ.ສຳລັບການປະເມີນຄວາມສ່ຽງດ້ານງົບປະມານ ແມ່ນໜຶ່ງໃນຫຼາຍໆຄຸນລັກສະນະທີ່ສຳຄັນ ທີ່ຈະຕ້ອງໄດ້ຮັບການພິຈາລະນາເຂົ້າໃນບົດລາຍງານໜີ້ສິນສາທາລະນະໃນອານາຄົດອັນໃກ້ ເພື່ອຮັບປະກັນການແກ້ໄຂບັນຫາທີ່ຫຼີກລ່ຽງບໍ່ໄດ້ລະຫວ່າງລັດຖະບານ ຊຶ່ງໄດ້ມີການປະຕິບັດຫຼາຍມາດຕະການແກ້ໄຂຢ່າງຕໍ່ເນື່ອງ ເພື່ອຫຼຸດຜ່ອນອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ. ກະຊວງການເງິນໄດ້ປະກອບສ່ວນເຂົ້າໃນ ການສັງລວມງົບປະມານ ໂດຍເພີ່ມການເກັບລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍ.
    ທ່ານນາງ ເອັມມາ ວີເວ ກ່າວວ່າ: ການປຶກສາຫາລືລະດັບສູງແມ່ນມີສ່ວນຮ່ວມ ແລະ ມີເນື້ອໃນທີ່ສໍາຄັນ ແລະ ຜົນໄດ້ຮັບຂອງກອງຊຸມຊ່ວຍໃຫ້ພາກລັດມີອົງປະກອບທີ່ຈຳເປັນໃນການຄຸ້ມຄອງໜີ້ສິນສາທາລະນະໃຫ້ມີປະສິດທິພາບຫຼາຍຂຶ້ນ. ພ້ອມນັ້ນ ADB ຈະສືບຕໍ່ສະໜັບສະໜູນກະຊວງການເງິນ, ບັນດາກະຊວງ ແລະ ສະຖາບັນຂອງລັດອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນສາທາລະນະຢູ່ໃນສປປ ລາວ ໂດຍມີການປຶກສາຫາລືຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາອາຊີ ລວມທັງຜ່ານໂຄງການຊ່ວຍເຫຼືອທາງດ້ານວິຊາການຢ່າງຕໍ່ເນື່ອງ ແລະ ຜ່ານຍຸດທະສາດເພື່ອການຮ່ວມມືກັບປະເທດ. ໃນປີ 2024-2028 ຊຶ່ງແຜນຍຸດທະສາດດັ່ງກ່າວຈະຜ່ານການຮັບຮອງຈາກສະພາບໍລິຫານຂອງ ADB ພາຍໃນຕົ້ນປີ 2024.  
 (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ