ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ
ກອງບັນຊາການທະຫານແຂວງສະຫວັນນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ ຝ່າຍລາວນໍາໂດຍສະຫາຍ ພົຈວ ພັນວິໄລ ລາດສະຍົນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ເຈືອງວຽດຫ້າຍ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ວິຊາການທັງ 3 ກອງບັນຊາການທະຫານແຂວງເຂົ້າຮ່ວມ.
ທະຫານ 3 ແຂວງ ລາວ-ຫວຽດນາມ ພບປະແລກປຽນວຽກງານປອງກນຊາດ - image 1
 

ກອງປະຊຸມຄັ້ງນີ້, ທັງສາມກອງບັນຊາການທະຫານແຂວງ ລາວ-ຫວຽດນາມ ໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການທີ່ພົ້ນເດັ່ນພາຍໃນແຂວງ ແລະ ໝາກຜົນໃນການພົວພັນຮ່ວມມືກັນໃນໄລຍະຜ່ານມາ ຂອງສາມກອງບັນຊາການ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນວຽກງານການຕ່າງປະເທດຂອງແຕ່ລະແຂວງ, ເວົ້າສະເພາະ ສາມກອງບັນຊາການທະຫານແຂວງໃນໄລຍະຜ່ານມາ, ເຖິງວ່າຈະພົບຄວາມຫຍຸ້ງຍາກຫຼາຍບັນຫາກໍຕາມ ແຕ່ທັງສາມແຂວງ ກໍຄື ສາມກອງບັນຊາການທະຫານແຂວງ ກໍສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໄດ້ເພີ່ມພູນຄູນສ້າງ, ຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ທະຫານ 3 ແຂວງ ລາວ-ຫວຽດນາມ ພບປະແລກປຽນວຽກງານປອງກນຊາດ - image 2
 

ພ້ອມກັນສືບຕໍ່ເພີ່ມພູນຄູນສ້າງພັດທະນາການຮ່ວມມືອັນດີງາມ ໃນກຳລັງປະກອບອາວຸດໃນສາມແຂວງໃຫ້ໜັກແໜ້ນເຂັ້ມແຂງ, ປະສານສົມທົບວຽກງານໂຄສະນາສຶກສາອົບຮົມໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ແນໃສ່ຍົກສູງສະຕິຄວາມຮັບຜິດຊອບ, ຄວາມຮັບຮູ້, ຄວາມເຂົ້າໃຈຂອງພະນັກງານ-ນັກຮົບໃນທົ່ວກຳລັງປະກອບອາວຸດ ແລະ ປະ ຊາຊົນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ. ກ່ຽວກັບການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ເພີ່ມທະວີປະສານສົມທົບແລກປ່ຽນຂໍ້ມູນຂ່າວ ສານກ່ຽວກັບສະພາບການລຽບຕາມຊາຍແດນ, ສ້າງເສັ້ນຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ສະ ຖຽນລະພາບ ແລະ ພັດທະນາ ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາກຸ່ມບ້ານທີ່ມີຊາຍແດນຕິດຈອດກັນ, ໄດ້ມີການພົວພັນແລກປ່ຽນສະພາບການ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນທຸກດ້ານ, ສືບຕໍ່ປະສານສົມທົບ ແລະ ຊ່ວຍເຫຼືອກອງຂຸດຄົ້ນອັດຖິ 584,289 ກອງບັນຊາການທະຫານແຂວງກວາງຈິ, ໄດ້ຈັດຕັ້ງປະຕິບັດໜ້າທີ່ສຳຫຼວດ, ຊອກຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ແຂວງສະຫວັນນະເຂດ ແລະ ຄຳມ່ວນ ໃນລະດູແລ້ງ ສົກປີ 2026-2027 ໃຫ້ໄດ້ຕາມແຜນການ.

ທະຫານ 3 ແຂວງ ລາວ-ຫວຽດນາມ ພບປະແລກປຽນວຽກງານປອງກນຊາດ - image 3
 

ພິເສດກອງບັນຊາການທະຫານແຂວງກວາງຈິ ຈະໄດ້ຈັດຕັ້ງຝຶກອົບຮົມວຽກງານການທະຫານທ້ອງຖິ່ນ,ການສ້າງເຂດປ້ອງກັນບໍລິເວນຂັ້ນເມືອງ ຫຼື ແຂວງ ແລະ ການສ້າງກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລຽນໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ, ຈັດຕັ້ງຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ກອງບັນຊາການທະຫານແຂວງຄຳມ່ວນ ແລະ ຈັດຕັ້ງຄະນະວິຊາການສອງຝ່າຍພົບປະແລກປ່ຽນບົດຮຽນ ປະສົບການກ່ຽວກັບວຽກງານເພີ່ມພູນຜະລິດຜົນໃຫ້ພະນັກງານສອງກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ຄໍາມ່ວນນໍາອີກ.

ໃນພິທີໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຕໍ່ໜ້າໃຫ້ມີປະສິດທິພາບສູງຂຶ້ນ. ຂ່າວ: ພານິດ ພິລາວົງ

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ເພີ່ມເຕີມ