ທ່ານ ໄພວີ ສີບົວລິພາຕ້ອນຮັບ ທູດອິນເດຍ ປະຈຳ ສປປລາວ

ທ່ານ ໄພວີ ສີບົວລິພາຕ້ອນຮັບ ທູດອິນເດຍ ປະຈຳ ສປປລາວ
ທ່ານ ໄພວີ ສີບົວລິພາລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ Prashant Agrawal ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປລາວ ໃນວັນທີ 14 ພະຈິກນີ້ທີ່ຫ້ອງຮັບແຂກກະຊວງຍຸຕິທຳເພື່ອມາປຶກສາຫາລື ແລະແລກປ່ຽນຄຳເຫັນໃນການຮ່ວມມືລະຫວ່າງອິນເດຍ ແລະ ຂົງເຂດຍຸຕິທຳ ທີ່ມີມາຍາວນານ.
ໃນໂອກາດທີ່ດີນີ້ ທ່ານທູດອິນເດຍ ຍັງໄດ້ເຊື້ອເຊີນທ່ານລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຄັ້ງທີ 1 ກ່ຽວກັບການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທໍາໃນບັນດາປະເທດທີ່ຢູ່ກຸ່ມໂລກໃຕ້ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 27-28 ພະຈິກ 2023 ທີ່ ເມືອງນິວເດລີ ປະເທດອິນເດຍ.ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ແມ່ນຈະໄດ້ຮັບຟັງ ແລະ ແລກປ່ຽນບັນດາຫົວຂໍ້ທີ່ສໍາຄັນຕ່າງໆໃນຂົງເຂດກົດໝາຍຍຸຕິທຳ ຊຶ່ງຈະໄດ້ມີການພົບປະ ແລະ ຖອດຖອນບົດຮຽນກັບປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນທີ່ມາເຂົ້າຮ່ວມກອປະຊຸມ.
ທ່ານ Prashant Agrawal ໄດ້ກ່າວຄໍາຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຂະແໜງຍຸຕິທໍາໃນຕໍ່ໜ້າ.
ສຸດທ້າຍນີ້, ທ່ານ ໄພວີ ສີບົວລິພາໄດ້ກ່າວຄໍາຂອບໃຈຕໍ່ ທ່ານ PrashantAgrawal ທີ່ໃຫ້ການສະໜັບສະໜູນຂະແໜງຍຸຕິທຳດ້ວຍດີຕະຫຼອດມາ ແລະ ອວຍພອນໄຊໃຫ້ທ່ານທູດຈົ່ງມີພະລານະໄມທີ່ດີ ແລະ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງທ່ານ.
ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍມະຫາຊົນພັກ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026, ທີ່ ແຂວງຄໍາມ່ວນ ເພື່ອຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນບັນດາເນື້ອໃນທີ່ຈະສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ.
ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 3-4 ມິຖຸນາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ; ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະພາກວດສອບປະເທດຍີ່ປຸ່ນທີ່ ນະຄອນຫຼວງໂຕກຽວ ປະເທດຢີປຸ່ນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮາຣາດະ ຢູເຮອິ ປະທານສະພາກວດສອບປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ອິນເດຍ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງສອງປະເທດ ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ ຄັ້ງທີ 2 ຂຶ້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ອິນເດຍ ໃຫ້ຂຶ້ນສູ່ລະດັບໃໝ່ ກໍຄືເປັນການປະກອບສ່ວນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອິນເດຍພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີເອກອັກຄະລັດຖະທູດທັງສອງປະເທດ ແລະ ຜູ້ຕາງໜ້າຈາກພາກທຸລະກິດລາວ-ອິນເດຍເຂົ້າຮ່ວມ ຫຼາຍກວ່າ 50 ຄົນ.
ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສຸບຣາມານຍຳ ໄຈຊັງກາ (H. E. Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ​ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026 ທີ່ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ໃນວັນທີ 3 ມິຖຸນາ ນີ້ ທີ່ນະຄອນຫຼວງນິວແດນລີ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ດຣໍປາດີ ເມີມູ (H.E. Droupadi Murmu) ປະທານາທິບໍດີ ແຫ່ງ ສ ອິນເດຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ ​ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026.
ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ຈັດພິທີມອບ-ຮັບປຸ໋ຍສູດປະສົມຄຸນນະພາບດີ ຈຳນວນ 27 ໂຕນ ລວມມູນຄ່າ 900 ລ້ານກີບ ໃຫ້ແກ່ປະຊາຊົນ 7 ບ້ານໃນເຂດໂຄງການ ເພື່ອສະໜັບສະໜູນການຜະລິດກະສິກຳໃນລະດູຝົນ ແລະ ຊ່ວຍຍົກຄຸນນະພາບຜົນຜະລິດໃຫ້ສູງຂຶ້ນ.
ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ໄດ້ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ” 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດ ຜູ້ຊີ້ນໍາສຶກສາ-ວັດທະນະທໍາສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ໃນໂອກາດທີ່ ຄະນະຜູ້ແທນພັກ ປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21" (State Sovereignty and Principles of International Relations in the Context of Multipolarity and Diversity in the 21" Century) ທີ່ ເມືອງ ເບຣັດສທ໌ ສ ເບລາຣຸດຊີ ແຕ່ວັນທີ 27-30 ພຶດສະພາ 2026.
ເພີ່ມເຕີມ